ໄອເອັມເອັຟ ຊີ້ ການສວນກະແສໂລກາພິວັດ ອາດກະທົບຕໍ່ການເຕີບໂຕຂອງເສດຖະກິດໂລກ

53

ສໍານັກຂ່າວອິນໂຟເຄວສ໌ ລາຍງານວ່າ: ທ່ານ ປີແອຣ໌ ໂອລິເວີຣ໌ ກູຣິນຊາສ໌ ຫົວໜ້ານັກເສດຖະສາດຂອງກອງທຶນການເງິນລະຫວ່າງປະເທດ (IMF) ເຕືອນວ່າ ຄວາມສ່ຽງທີ່ເສດຖະກິດໂລກຈະຖືກແບ່ງແຍກອອກເປັນກຸ່ມກ້ອນນັ້ນ ຈະເຮັດໃຫ້ເສດຖະກິດໂລກຊະລໍຕົວລົງ ຫຼັງບັນດາປະເທດຕາເວັນຕົກເຄື່ອນໄຫວເພື່ອຫຼຸດການເພິ່ງພາຈີນ ໂດຍໃນເດືອນທີ່ຜ່ານມາ ກຸ່ມ G7 ປະກາດສ້າງຄວາມຫຼາກຫຼາຍດ້ານຕ່ອງໂສ້ການສະໜອງທີ່ສຳຄັນ ແລະ ຫຼຸດຄວາມສ່ຽງ ທ່າມກາງຄວາມຕຶງຄຽດທີ່ເພີ່ມຂຶ້ນລະຫວ່າງ ຈີນ ແລະ ຕາເວັນຕົກ.

ທ່ານຍັງກ່າວໃຫ້ຮູ້ວ່າ: ການສ້າງຄວາມຫຼາກຫຼາຍດ້ານຕ່ອງໂສ້ການສະໜອງ ສາມາດເຮັດໃຫ້ເສດຖະກິດປະເທດຕ່າງໆມີຄວາມຄ່ອງຕົວຫຼາຍຍິ່ງຂຶ້ນ ແຕ່ກະແສການຫຼຸດ ຄວາມສ່ຽງດັ່ງກ່າວ ຈະສົ່ງຜົນກະທົບຕໍ່ການເຕີບໂຕທາງເສດຖະກິດໂລກ, ມີຄວາມສ່ຽງທີ່ເສດຖະກິດໂລກ ຈະຖືກແບ່ງແຍກອອກເປັນກຸ່ມເປັນກ້ອນ ໂດຍແຕ່ລະກຸ່ມຈະມີຮູບແບບການຄ້າລະບົບການຊໍາລະເງິນ ແລະ ມາດຕະຖານທາງເຕັກໂນໂລຊີເປັນຂອງຕົວເອງ ໂດຍບໍ່ເຂົ້າໄປກ່ຽວຂ້ອງກັບກຸ່ມອື່ນໆ.

ທ່ານ ປີແອຣ໌ ໂອລິເວີຣ໌ ກູຣິນຊາສ໌ ຊີ້ໃຫ້ເຫັນວ່າ: ກໍລະນີດັ່ງກ່າວຈະກາຍເປັນບັນຫາຕໍ່ເສດຖະກິດໂລກໃນຫຼາກຫຼາຍຮູບແບບ ແລະ ເຮັດໃຫ້ການຈັດການແກ້ໄຂບັນຫາທີ່ມີຮ່ວມກັນໄດ້ຍາກຍິ່ງຂຶ້ນ ເຊັ່ນ: ການປ່ຽນແປງດິນຟ້າອາກາດ ຫຼື ໜີ້ສິນຈໍານວນມະຫາສານໃນປະເທດທີ່ມີລາຍໄດ້ຕໍ່າບາງປະເທດ.

ໄອເອັມເອັຟ ຄາດການວ່າ: ການເຕີບໂຕຂອງເສດຖະກິດໂລກຈະຊະລໍຕົວລົງ ໂດຍຄາດການວ່າ ຂະຫຍາຍຕົວພຽງ 2,8% ໃນປີນີ້ ເຊິ່ງຫຼຸດລົງຈາກການຂະຫຍາຍຕົວທີ່ 3,4% ໃນປີ 2022 ໂດຍຈີນ ເປັນປັດໄຈຂັບເຄື່ອນທີ່ສຳຄັນຂອງເສດຖະກິດໂລກ ມີການຟື້ນຕົວແບບບໍ່ຕໍ່ເນື່ອງ ຫຼັງຈາກລັດຖະບານຈີນ ປະກາດຍົກເລີກມາດຕະການຄວບຄຸມໂຄວິດ – 19 ໂດຍຕົວເລກກິດຈະກຳພາກການຜະລິດຂອງຈີນ ທີ່ເຜີຍແຜ່ເມື່ອວັນທີ 31 ພຶດສະພາຜ່ານມາ ອ່ອນກວ່າທີ່ຄາດການໄວ້.

ທັງນີ້, ສຳນັກງານສະຖິຕິແຫ່ງຊາດຈີນ ລາຍງານວ່າ: ດັດສະນີຜູ້ຈັດການຝ່າຍຊື້ ( PMI ) ພາກການຜະລິດເດືອນພຶດສະພາ ຢູ່ທີ່ລະດັບ 48,8 ຫຼຸດລົງຈາກລະດັບ 19,2 ໃນເດືອນເມສາ ໂດຍດັດສະນີທີ່ຢູ່ຕໍ່າກວ່າ 50 ບົ່ງຊີ້ວ່າ ພາກການຜະລິດຂອງຈີນ ເຂົ້າສູ່ພາວະຫົດຕົວ ແລະ ເປັນການຫົດຕົວທີ່ຮຸນແຮງກວ່າທີ່ນັກວິເຄາະຄາດການໄວ້ທີ່ 19,4.