ນ້ອງ ປ່າເຢັ້ງຊາ ລໍ່ ເຂົ້າຢ້ຽມຢາມສະຖານທູດລາວ ປະຈຳຝຣັ່ງ ກ່ອນກັບປະເທດ

89

ຍັງເປັນທີ່ຕິດຕາມ ແລະ ໜ້າສົນໃຈຂອງຊາວໂລກບໍ່ຢຸດເລີຍ ສໍາລັບສາວງາມ ຜູ້ທີ່ໄປເສີດສາຍໃນເວທີສາກົນ ເຊິ່ງພາຍຫຼັງການໄປຮ່ວມງານເດີນພົມແດງໃນເທສະການຮູບເງົານາໆຊາດ ເມືອງຄານແລ້ວ ຫຼ້າສຸດກໍຕ້ອງຂໍສະແດງຄວາມຍິນດີ ແລະ ປື້ມໃຈແທນເປັນທີ່ສຸດ ເມື່ອສາວ ປ່າເຢັ້ງຊາ ລໍ່ Miss Universe Laos 2022 ແລະ ຄັ້ງທໍາອິດຂອງນາງງາມລາວທີ່ຜ່ານເຂົ້າເຖິງ Top 16 Miss Universe 2022 ໄດ້ຮັບຫຼຽນ ” ພົນລະເມືອງດີເດັ່ນ ( la medaille du Civisme et du Benevolat )” ອັນຊົງຄຸນຄ່າ ແລະ ມີຄວາມໝາຍສໍາຄັນທີ່ສຸດ.

อาจเป็นรูปภาพของ 2 คน และ ข้อความ

ທາງດ້ານເພຈຂອງກອງປະກວດ ໄດ້ໂພສພາບອັນໜ້າປະທັບໃຈໃຫ້ແຟນໆຊາວລາວໄດ້ຊື່ນໃຈໄປນໍາກັນ ດ້ວຍແຄັບຊັນທີ່ວ່າ: ພາບບັນຍາກາດການເຂົ້າຢ້ຽມຢາມສະຖານທູດລາວ ທີ່ນະຄອນຫຼວງປາຣີ ( Paris ) ໃນນາມກອງປະກວດ ຂໍຂອບໃຈສະຖານທູດ, ບັນດາທ່ານທູດ ແລະ ພະນັກງານສະຖານທູດທຸກທ່ານ ທີ່ໃຫ້ກຽດ ແລະ ຕ້ອນຮັບນ້ອງປ່າຢ່າງອົບອຸ່ນ.

อาจเป็นรูปภาพของ 2 คน

ຂໍຂອບໃຈ ປະທານສະມາຄົມຈີນ ທີ່ມອບຫຼຽນ ” ພົນລະເມືອງດີເດັ່ນ ( la medaille du Civisme et du Benevolat )” ອັນຊົງຄຸນຄ່າໃຫ້ແກ່ນ້ອງປ່າ ແລະ ຂໍຂອບໃຈພໍ່ແມ່ພີ່ນ້ອງຊາວລາວ ແລະ ຊາວມົ້ງທຸກໆທ່ານ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມດ້ວຍອຳນວຍທີ່ພັກ ແລະ ພາທ່ອງທ່ຽວນະຄອນຫຼວງປາຣີ ແລະ ເມືອງຕ່າງໆທີ່ສວຍງາມແຫ່ງນີ້. ທີ່ສຳຄັນທີ່ສຸດແມ່ນຂໍຂອບໃຈ BMW Laos ແລະ ທະນາຄານອິນໂດຈີນ Indochina Bank Page  ທີ່ມອບໂອກາດ ແລະ ປະສົບການທີ່ສຸດພິເສດໃຫ້ແກ່ນ້ອງປ່າ.

อาจเป็นรูปภาพของ 4 คน

ພາບດັ່ງກ່າວແມ່ນເປັນທີ່ປະທັບໃຈ ແລະ ຕື້ນຕັນໃຈແທນນ້ອງປ່າສຸດໆເລີຍ ເພາະໄປທາງໃດກໍມີແຕ່ຄົນຮັກ ແລະ ຕ້ອນຮັບຢ່າງອົບອຸ່ນ ນອກຈາກການເຂົ້າຢ້ຽມສະຖານທູດລາວແລ້ວ ນ້ອງປ່າ ຍັງເດີນທາງໄປຫຼາກຫຼາຍສະຖານທີ່ສໍາຄັນ ແລະ ເກັບພາບງາມໆມາໃຫ້ແຟນໆໄດ້ຊົມກັນດ້ວຍ ບໍ່ວ່າຈະເປັນການແວ່ຖ່າຍພາບກ່ອນກັບລາວທີ່ ” ພິພິທະພັນລູຟ ” ຫຼື ” Musee du Louvre ”

อาจเป็นรูปภาพของ 2 คน

ອັນມີຊື່ສຽງໂດ່ງດັງທີ່ສຸດແຫ່ງໜຶ່ງໃນໂລກ!! ໂດຍມາໃນຊຸດ Dress ປະຍຸກລວດລາຍມົ້ງແບບເກ໋ໆ ລຽບຫຼູດູແພງ ເດັ່ນສະຫງ່າທ່າມກາງຝູງຊົນນັບຮ້ອຍທີ່ມາທ່ຽວຊົມພິພິທະພັນແຫ່ງນີ້ ແລະ ທ່ຽວຊົມ Paris ພ້ອມແວ່ຖ່າຍຮູບກັບ ” ຫໍໄອເຟວ ” ແບບເລີດໆ!! ເຊິ່ງນ້ອງປ່າ ມາໃນຊຸດລາວງາມເດັ່ນສະຫງ່າສຸດໆ.

อาจเป็นรูปภาพของ 1 คน

ມາໃນວັນທີ 30 ພຶດສະພາ ນ້ອງປ່າ ກໍເດີນທາງກັບຮອດ ສປປ ລາວ.