ບໍ່ແກ້ວ! ພືດຜັກທີ່ນໍາມາຂາຍຢູ່ຕະຫຼາດສ່ວນໃຫຍ່ແມ່ນນໍາເຂົ້າຈາກຕ່າງປະເທດ

140

ບ້ານເຮົາເປັນປະເທດກະສິກຳ ຈະເວົ້າໄປແລ້ວສິ່ງທີ່ເກີດມາແລ້ວໄດ້ສຳຜັດກ່ອນໝູ່ກໍ່ໄປໄຮ່ນາຮົ້ວສວນ ສຳລັບຄົນຢູ່ຕາມແຂວງຕ່າງໆໃນທົ່ວປະເທດ ແລະປະຊາຊົນລາວບັນດາເຜົ່າແມ່ນມີມູນເຊື້ອປູກຝັງລ້ຽງສັດເປັນຢ່າງດີ ແຕ່ທຸກວັນນີ້ວິຖີຊີວິກຳລັງປ່ຽນໄປ ຈາກທີ່ເຄີຍເຮັດກຸ້ມຕົນເອງຄອບຄົວຄ່ອຍໆໝົດໄປ ປ່ຽນມາເປັນການຫາຊື້ຕາມທ້ອງຕະຫຼາດແທນ.

อาจเป็นรูปภาพของ 4 คน
ທ່ານ ວັນໄຊ ແກ້ວກາງເພັງ ຫົວໜ້າ ຂະແໜງການຄ້າພາຍໃນ ພະແນກອຸດສາຫະກໍາແລະການຄ້າແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ຜ່ານມາທາງຂະແໜງແມ່ນໄດ້ເອົາໃຈໃສ່ເຄື່ອນໄຫວຕາມພາລະບົດບາດ ສິດໜ້າທີ່ຂອງຕົນ ວຽກງານຄຸ້ມຄອງລາຄາສິນຄ້າ ແລະຄ່າບໍລິການຂັ້ນແຂວງແລະຂັ້ນເມືອງ ລວມທັງສິນຄ້າອຸປະໂພກ-ບໍລິໂພກ ຕົ້ນຕໍແມ່ນ ສິນຄ້າທີ່ນອນຢູ່ໃນບັນຊີຄວບຄຸມຂອງຂະແໜງອຸດສາຫະກຳແລະການຄ້າມີຈຳນວນ 8 ໝວດແລະ 23ລາຍການ.ໄດ້ແຕ່ງຕັ້ງໜ່ວຍງານເຮັດໜ້າທີ່ບົດບາດຄຸ້ມຄອງຕະຫຼາດ,ສິນຄ້າລາຄາໃນການປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງຂັ້ນແຂວງ,ເມືອງແລະຄະນະຈັດສັນຕະຫຼາດ ເພື່ອຕິດຕາມການເໜັງຕີງ ຂອງສະພາບລາຄາຕາມກົນໄກຕະຫຼາດບໍ່ໃຫ້ມີການສວຍໂອກາດຂື້ນລາຄາ  ໂດຍບໍ່ສົມເຫດສົມຜົນຫຼືເອົາປຽບຜູ້ຊົມໃຊ້.

อาจเป็นรูปภาพของ 4 คน

ການຄຸ້ມຄອງລາຄາສິນຄ້າທາງພະແນກໄດ້ເຮັດສອງບົດບາດຫຼັກ ຄື:ຄຸ້ມຄອງລາຄາສິນຄ້າ ແລະຄ່າບໍລິການ ທີ່ຂຶ້ນກັບຂະແຫນງການຕົນ ແລະ ເປັນໃຈກາງປະສານງານວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ້າບໍລິການທີ່ຂຶ້ນກັບຂະແຫນງການອື່ນ. ຜ່ານມາໄດ້ເອົາໃຈໃສ່ລົງຕິດຕາມການສະໜອງ,ການຈໍາໜ່າຍ ແລະ ລາຄາຂາຍຍົກ-ຂາຍຍ່ອຍທີ່ຂຶ້ນ-ລົງແບບຜິດປົກກະຕິ ຕົ້ນຕໍແມ່ນສິນຄ້າທີ່ນອນຢູ່ໃນບັນຊີຄວບຄຸມ ແລ້ວອອກມາດຕະການແກ້ໄຂໃນແຕ່ລະໄລຍະເພື່ອຄວບຄຸມ ສະພາບການເພີ່ມ ຂຶ້ນແບບກ້າວກະໂດດຂອງລາຄາສິນຄ້ທີ່ກະທົບໄວເຊັ່ນ:ຊີ້ນສັດແລະເຂົ້າກິນ

อาจเป็นรูปภาพของ 3 คน
ທ່ານ ວັນໄຊ ແກ້ວກາງເພັງ ຍັງກ່າວອີກວ່າ: ປະຈຸບັນສັງເກດເຫັນວ່າມີການເໜັງຕີງເພີ່ມຂຶ້ນເກືອບທຸກລາຍການໃນຂອບເຂດທົ່ວປະເທດ,ເວົ້າສະເພາະກໍ່ຄືລາຄາສິນຄ້າພາຍໃນແຂວງບໍ່ແກ້ວໂດຍສະເພາະໝວດສະບຽນອາຫານ ປະເພດລາຍການສິນຄ້າທີ່ນອນຢູ່ໃນບັນຊີຄວບຄຸມ ແລະ ບໍ່ນອນຢູ່ໃນລາຍການຄວບຄຸມ ເປັນຕົ້ນແມ່ນ ສິນຄ້າສິນຄ້າທີ່ມີຄວາມຈຳເປັນຕໍ່ການດໍາລົງຊີວິດປະຈໍາວັນ ໂດຍທຽບໃສ່ ເດືອນ5 ປີຜ່ານມາເຫັນວ່າເຂົ້າກິນ ລາຄາສະເລ່ຍລວມເໜັງຕີງເພີ່ມຂຶ້ນ 15,59%,ຊີ້ນສັດເພີ່ມຂຶ້ນ 15,42%, ສ່ວນປະເພດ ນໍ້າປາ,ນໍ້າສະອິ້ວ,ແປງນົວແລະນໍ້າມັນພືດ ເພີ່ມຂຶ້ນ25,43% ແລະ ປະເພດພືດຜັກ ເພີ່ມຂຶ້ນ 13,41%.

อาจเป็นรูปภาพของ 1 คน และ ข้อความ

ຕໍ່ກັບການເພີ່ມຂຶ້ນຂອງລາຄາດັ່ງກ່າວ ກໍ່ເຫັນວ່າມີຫຼາຍສາເຫດ ໂດຍສະເພາະແມ່ນ ສິນຄ້າອຸປະໂພກ-ບໍລິໂພກທີ່ຈຳເປັນຕໍ່ການດຳລົງຊີວິດປະຈຳວັນ ສ່ວນໃຫຍ່ແມ່ນການນຳເຂົ້າຈາກຕ່າງປະເທດ,ສາເຫດຫຼັກທີ່ເຮັດໃຫ້ລາຄາສິນຄ້າເໜັງຕີງເພີ່ມຂຶ້ນ ແມ່ນມາຈາກການເໜັງຕີງຂອງອັດຕາແລກປ່ຽນເງິນຕາຕ່າງປະເທດ. ພາຍໃນຕະຫຼາດເທດສະບານ ປະຈຸບັນນີ້ພຶດຜັກທີ່ນໍາເຂົ້າມາຂາຍກວມເກືອບ70% ແມ່ນນຳເຂົ້າມາຈາກຕ່າງປະເທດ,ສ່ວນພຶດຜັກພາຍໃນແມ່ນມີພຽງບາງລາຍການເທົ່ານັ້ນ, ສະນັ້ນລາຄາຊື້-ຂາຍ ພຶດຜັກ ຈຶ່ງເໜັງຕີງໄປຕາມປະເທດຕົ້ນທາງ ທີ່ນຳເຂົ້າ ແລະ ຜົນກະທົບຈາກອັດຕາແລກປ່ຽນເງິນຕາຕ່າງປະເທດທີ່ມີການເໜັງຕີງເພີ້ມຂື້ນ ໂດຍສະເພາະແມ່ນສະກຸນເງິນບາດ ໂດຍທຽບໃສ່ໄລຍະທ້າຍເດືອນ 4 ຜ່ານມາເຫັນວ່າເພີ່ມຂຶ້ນ1,14 % ແລະ ທຽບໃສ່ເດືອນ 5 ປີ 2022 ເພີ່ມຂຶ້ນ 16,26%.

อาจเป็นรูปภาพของ 3 คน และ ผลไม้

ໄປຄຽງຄູ່ກັບການສະໜອງພາຍໃນ ພື້ນຖານການຜະລິດ ຍັງມີຈຳນວນໜ້ອຍ,ຜົນຜະລິດແມ່ນຕາມລະດູການ ບາງໄລຍະມີຜົນຜະລິດຫຼາຍ ຫຼື ໜ້ອຍ ບາງປະເພດພືດຜັກແມ່ນບໍ່ມີເລີຍ ໂດຍສະເພາະໃນລະດູຝົນ.
ສະນັ້ນ, ຈຶ່ງເຮັດໃຫ້ການສະໜອງພຶດຜັກພາຍໃນເລີ່ມໜ້ອຍລົງ ແຕ່ກົງກັນຂ້າມຄວາມຕ້ອງການບໍລິໂພກກັບມື້ເພີ່ມຂຶ້ນ ບໍ່ສາມາດຕອບສະໜອງຄວາມຮຽກຮ້ອຕ້ອງການຂອງຊົມໃຊ້.