ທ່ານປະທານປະເທດຮ່ວມປູກຕົ້ນໄມ້ທີ່ຫໍຄຳ ໃນໂອກາດວັນປູກຄົ້ນໄມ້ແຫ່ງຊາດ 1 ມິຖຸນາ

0
123

ວັນທີ 1 ມິຖຸນາ 2023 ທີ່ຜ່ານມາ ທີ່ທຳນຽບປະທານປະເທດ(ຫໍຄຳ) ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ການນຳຂັ້ນສູງ ພັກ-ລັດ, ພະນັກງານ-ລັດຖະກອນ ສະມາຊິກຊາວໜຸ່ມ ຄູ-ອາຈານ ແລະ ຫຼານນ້ອຍເຍົາວະຊົນໄດ້ເຂົ້າຮ່ວມກິດຈະກຳປູກຕົ້ນໄມ້ທີ່ທຳນຽບປະທານປະເທດ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ (1 ມິ ຖຸນາ).

No description available.
ທ່ານ ນາງ ເຂັມມະນີ ພົນເສນາ ຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ ກ່າວວ່າ: ກິດຈະກຳໃນມື້ນີ້ ເປັນອີກໜຶ່ງໃນກິດຈະກຳ ທີ່ສະແດງໃຫ້ ເຫັນເຖິງຄວາມເອົາໃຈໃສ່ຂອງພັກ ແລະ ລັດຖະບານໃນການເພີ່ມສີຂຽວ ໃຫ້ ສປປ ລາວ ທັງເປັນການປະກອບສ່ວນເຂົ້າໃນເປົ້າໝາຍການເຮັດໃຫ້ ອັດຕາການປົກຫຸ້ມຂອງປ່າໄມ້ບັນລຸ 70% ກ່ອນປີ 2025 ໃນຂອບເຂດທົ່ວ ປະເທດ ທັງເປັນການບັນທຶກທາງປະຫວັດສາດ ທີ່ການນຳຂັ້ນສູງຂອງພັກ-ລັດໃນສະໄໝນີ້ ໄດ້ມາປູກຕົ້ນໄມ້ທີ່ທຳນຽບປະທານປະເທດ ອັນເປັນສະຖານທີ່ຕ້ອນຮັບແຂກການນໍາຂັ້ນສູງຈາກປະເທດຕ່າງໆ.

No description available.

ທໍານຽບປະທານປະເທດ ມີທີ່ຕັ້ງອັນເປັນຍຸດທະສາດຢູ່ໃຈກາງນະຄອນຫຼວງວຽງຈັນ ເຊິ່ງຜ່ານມາການນຳຂັ້ນສູງຂອງລາວເຮົາ ໄດ້ປູກຕົ້ນໄມ້ໄວ້ແຕ່ລະສະໄໝ ທີ່ສ້າງຄວາມ ຮົ່ມເຢັນ ແລະ ເສີມສ້າງຄວາມເອກອ້າງທະນົງໃຈ ໃຫ້ສະຖານທີ່ອັນສຳຄັນນີ້ ປັດຈຸບັນ ຢູ່ທຳນຽບປະທານປະເທດ ມີຕົ້ນໄມ້ທັງໝົດ 525 ຕົ້ນ ປະກອບມີ 27 ຊະນິດ.

No description available.
ໂດຍ: ວາລະສານປ້ອງກັນຄວາມສະຫງົບ

LEAVE A REPLY

Please enter your comment!
Please enter your name here