ສາລະວັນໄດ້ຮັບທຶນ 8 ແສນກວ່າໂດລາເພື່ອສົ່ງເສີມຄວາມເປັນເຈົ້າການຂອງເດັກນ້ອຍ ແລະ ຊຸມຊົນ ໄລຍະ2

53

ໃນວັນທີ 31 ພຶດສະພາ 2023 ທີ່ຜ່ານມາ, ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະກິລາແຂວງສາລະວັນ ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈໂຄງການສົ່ງເສີມຄວາມເປັນເຈົ້າການຂອງເດັກນ້ອຍ ແລະ ຊຸມຊົນ ໃນການປັບປຸງຄຸນນະພາບການສຶກສາ, ຊີວິດການເປັນຢູ່ ແລະສິ່ງແວດລ້ອມ ໄລຍະ II ລະຫວ່າງກະຊວງສຶກສາທິການ ແລະ ກິລາ ຕາງໜ້າໂດຍ: ພະແນກສຶກສາທິການ ແລະ ກິລາແຂວງສາລະວັນ ຮ່ວມກັບສະມາຄົມພັດທະນາຊຸມຊົນບ້ານເຮົາ ເຊິ່ງລົງນາມໂດຍ ທ່ານ ສີລິສັກ ຖະໜອມຮັກ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສາລະວັນ ແລະ ທ່ານ ນາງ ບົວລະເພັດ ຈຸນທະວົງ ຜູ້ອໍານວຍການສະມາຄົມພັດທະນາຊຸມຊົນບ້ານເຮົາ, ໂດຍຊ້ອງໜ້າຂອງ ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງສາລະວັນ ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມແຂວງ, ມີທ່ານຮອງເຈົ້າເມືອງສາລະວັັນ, ເລົ່າງາມ, ຕະໂອ້ຍ ແລະ ເມືອງສະໝ້ວຍ ແລະ ຕາງໜ້າຈາກກະຊວງການຕ່າງປະເທດ, ກະຊວງສຶກສາ, ຫົວໜ້າພະແນກ-ຮອງພະແນກການທີ່ກ່ຽວຂ້ອງ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.

No description available.
ຈຸດປະສົງຂອງການຈັດຕັ້ງປະຕິບັດໂຄງການ ແມ່ນເພື່ອປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ( 2021-2025) ຂອງຂະແໜງການສຶກສາ ແນໃສ່ປັບປຸງຄຸນນະພາບການສຶກສາຂອງເດັກນ້ອຍ ແລະຊີວິດການເປັນຢູ່ຂອງປະຊາຊົນໃນເຂດຊົນນະບົດ ໂດຍຜ່ານຮູບແບບການປະສົມປະສານລະຫວ່າງການສຶກສາໃນ ແລະນອກໂຮງຮຽນ ໂດຍການມີສ່ວນຮ່ວມຂອງເດັກນ້ອຍ ແລະ ໄວໜຸ່ມ ໂດຍສະເພາະ ການເຂົ້າ ເຖິງການສຶກສາທີ່ມີຄຸນນະພາບ ມີໂພຊະນາການທີ່ດີ ແລະ ມີຊີວິດການເປັນຢູ່ທີ່ດີຂື້ນ.

No description available.

ໃນການປະຕິບັດໂຄງການ ດັ່ງກ່າວ ໃນໄລຍະທີ I ແມ່ນໄດ້ຮັບການຮ່ວມມືກັນພາກສ່ວນທີ່ກ່ຽວຂ້ອງເປັນຢ່າງດີ ເຮັດໃຫ້ໂຄງການ ປະສົບຜົນສຳເລັດຕາມແຜນທີ່ໄດ້ກຳນົດໄວ້, ຊຶ່ງໃນໄລຍະ II ໄດ້ມີການປັບປຸງໃຫ້ມີເປົ້າໝາຍສອດຄ່ອງກັບແຜນພັດທະນາຂອງ ແຂວງ ແລະ ນະໂຍບາຍຂອງລັດ, ໂດຍເລັ່ງໃສ່ 3 ຈຸດປະສົງຫຼັກຂອງໂຄງການຄື: 1. ສົ່ງເສີມປັບປຸງຄຸນນະພາບການສຶກສາ, 2.ສົ່ງເສີມໂພຊະນາການ, 3. ສົ່ງເສີມການວິໄຈສິ່ງແວດລ້ອມໃນໂຮງຮຽນ.

No description available.

ໂດຍໂຄງການດັ່ງກ່າວແມ່ນ ຈັດຕັ້ງປະຕິບັດກິດຈະກຳຢູ່ 4 ເມືອງຂອງແຂວງສາລະວັນ ຄື: ເມືອງສາລະວັນ, ເມືອງເລົ່າງາມ, ເມືອງຕະໂອ້ຍ ແລະເມືອງສະໝັວຍ, ຈະໄດ້ດຳເນີນການຈັດຕັ້ງປະຕິບັດກິດ ໃນໄລຍະ 3 ປີເລີ່ມແຕ່ປີ 2023-2025 ໂດຍໄດ້ຮັບທຶນສະໜັບສະໜຸນຈາກ ອົງການເຂົ້າຈີ່ເພື່ອປະຊາຊົນກອນໂລກ 393.700 ໂດລາສະຫາລັດ, ອົງການຝາສເຕັນເນັກຊັນ (ສະວິສເຊີແລນ) 343.700 ໂດລາສະຫາລັດ, ອົງການແຕເດຊອມ (ເຢຍລະມັນ) 50.000 ໂດລະສະຫລັດ ແລະ ສະມາຄົມມິດຕະພາບ ແລະການສຶກສາອາຊີ ( ຍີ່ປຸ່ນ) 42,600 ໂດລາສະຫາລັດ ລວມມູນຄ່າທັງໝົດ 830.000 ໂດລາສະຫາລັດ ຈາກນັ້ນໃນພິທີກໍ່ໄດ້ມີການມອບ-ຮັບ ລົດຈັກໃຫ້ເມືອງສາລະວັນ 1 ຄັນ ແລະ ເມືອງເລົ່າງາມ 1 ຄັນ ນຳໃຊ້ເຂົ້າໃນວຽກງານຂອງໂຄງການຕື່ມອີກ.