ຜະລິດໂບຣມິນ 10.000 ໂຕ່ນຕໍ່ປີ ບໍລິສັດ ວັດສະດຸໃໝ່ອາຊີ ຈຳກັດຈັດສະຫຼອງຜົນງານ

107

ເມື່ອລົງທຶນເຮັດການຜະລິດ ໄດ້ຜົນຕາມຄາດໝາຍຕ້ອງຈັດສະຫຼອງເປັນຂວັນກຳລັງໃຈໃຫ້ພະນັກງານ ທັງເປັນການຢັ້ງຢືນຜົນສຳເລັດໃນໜ້າທີ່ ພິທີສະເຫຼີມສະຫຼອງຜົນສຳເລັດ ແລະ ເປີດການຜະລິດ ໂບຣມິນ 10.000 ໂຕ່ນຕໍ່ປີ ຂອງບໍລິສັດ ວັດສະດຸ ໃໝ່ອາຊີ ຈຳກັດ ໄດ້ຈັດຂຶ້ນໃນວັນທີ 31 ພຶດສະພາ 2023 ທີ່ບ້ານດົງໃຕ້ ເມືອງທ່າແຂກ ແຂວງຄຳມ່ວນ, ເປັນກຽດເຂົ້າຮ່ວມມີທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ, ທ່ານ ຖົງ ຢົງເຫິງ ຮອງປະທານບໍລິສັດ ອາຊີ-ໂປຕາສ ທັງເປັນຜູ້ອຳນວຍການບໍລິສັດຊີໂນ-ອາກຣີ ໂປຕາສ ຈຳກັດ, ມີບັນດາການນຳຂັ້ນສູນກາງ, ການນຳຂັ້ນແຂວງ, ການນໍາບໍລິສັດຊີໂນ-ອາກຣີ ໂປຕາສ ແລະ ແຂກຖືກເຊີນເຂົ້າຮ່ວມ.

May be an image of 6 people, dais and text
ທ່ານ ຖົງ ຢົງເຫິງ ໄດ້ກ່າວຕໍ່ພິທີວ່າ: ຂ້າພະເຈົ້າຕາງໜ້າໃຫ້ແກ່ບໍລິສັດ ອາຊີ-ໂປຕາສ ສະແດງຄວາມຂອບໃຈມາຍັງການນຳທຸກພາກສ່ວນທີ່ໄດ້ໃຫ້ການສະໜັບສະໜູນ ຊ່ວຍເຫຼືອໃຫ້ແກ່ບໍລິສັດດ້ວຍດີຕະຫຼອດມາ. ເມື່ອບໍ່ດົນຜ່ານມາ ລັດຖະບານ ສປປ ລາວ ແລະ ບໍລິສັດ ກໍ່ໄດ້ຮ່ວມເຊັນ MOU ເພື່ອສຶກສາຄວາມເປັນໄປໄດ້ໃນການພັດທະນາໂຄງການສ້າງເຂດນິຄົມອຸດສາຫະກຳໝູນວຽນອັດສະລິຍະ ອາຊີ-ໂປຕາສ ຢູ່ທີ່ເຂດບ້ານດົງໃຕ້ ເມືອງທ່າແຂກ ແລະ ເຂດບ້ານດົງບູນ, ບ້ານນາຄຳ ເມືອງໜອງບົກ ແຂວງຄຳມ່ວນ ເຊິ່ງເປັນການເລີ່ມຈັດຕັ້ງປະຕິບັດໂຄງການພັດທະນາ ທີ່ປະກອບມີ ເຂດອຸດສາຫະກຳຝຸ່ຍໂປຕາສ, ເຂດອຸດສາຫະກຳອະໂປຕາສ ແລະ ຕົວເມືອງອັດສະຣິຍະ ເຊິ່ງພາຍຫຼັງສ້າງສຳເລັດຄາດວ່າຈະໄດ້ມອບພັນທະໃຫ້ແກ່ງົບປະມານຂອງລັດຖະບານປະມານ 320 ລ້ານໂດລາສະຫະລັດຕໍ່ປີ, ຂັບເຄື່ອນການຈ້າງງານປະມານ 30.000 ຫາ 50.000 ຄົນ.

May be an image of 10 people and text

ເຊິ່ງມື້ນີ້ ແມ່ນພິທີເປີດທໍາການຜະລິດ ໃນໂຄງການໂບຣມິນ 10.000 ໂຕ່ນຕໍ່ປີ ເຊິ່ງແມ່ນໂຄງການອະໂປຣຕາສ ແຫ່ງທຳອິດທີ່ປະຕິບັດເປັນຈິງພາຍຫຼັງທີ່ໄດ້ເຊັນ MOU ສະແດງເຖິງທັດສະນະຂອງການເຮັດວຽກ ແລະ ຄວາມສາມາດປະຕິບັດຄຳໝັ້ນສັນຍາຕໍ່ລັດຖະບານ ໄປຄຽງຄູ່ກັບການເຕີບໃຫຍ່ຂອງໂຄງການເກືອໂປຕາສ ທີ່ເປັນທຸລະກິດຫຼັກຂອງບໍລິສັດ.

May be an image of 9 people, dais and text

ຜົນສຳເລັດຂອງໂຄງການຜະລິດໂບຣມິນ ໃນມື້ນີ້ ແມ່ນເປັນພຽງສ່ວນໜຶ່ງຂອງການຈັດສັນໃນການຫັນເປັນຫຼາກຫຼາຍກິດຈະກຳຂອງບໍລະສັດ ອາຊີ-ໂປຕາສ ເທົ່ານັ້ນ ໃນອະນາຄົດບໍລິສັດແມ່ນຈະສືບຕໍ່ນຳໃຊ້ແນວຄວາມຄິດແບບຕ່ອງໂສ້ຂອງການຜະລິດອຸດສາຫະກຳປະຕິບັດເປັນຈິງ, ວຽກງານການດຶງດູດລົງທຶນຂອງນິຄົມອຸດສາຫະກຳ, ຊຸກຍູ້ຢ່າງເລິກເຊິ່ງໃຫ້ແກ່ບັນດາໂຄງການທີ່ມາລົງທຶນຕົວຈິງໃນເຂດນິຄົມອຸດສາຫະກຳ ເພື່ອເຮັດໃຫ້ການເຕົ້າໂຮມຕ່ອງໂສ້ການຜະລິດເຕີບໃຫຍ່ ເຂັ້ມແຂງ, ສ້າງເປັນໂຄງການຕົວແບບລະດັບປະເທດຂອງ ສປປ ລາວ.

May be an image of 1 person and text
ທ່ານ ວັນໄຊ ພອງສະຫວັນ ໄດ້ມີຄຳເຫັນກ່າວເປີດໂຄງການດັ່ງກ່າວວ່າ: ບໍລິສັດ ອາຊີ-ໂປຕາສ ກັບ ບໍລິສັດ ວັດສະດຸໃໝ່ອາຊີ ຈໍາກັດ ໄດ້ໃຫ້ຄວາມສຳຄັນໃນການຜະລິດ ແລະ ພັດທະນາເກືອໂປຕາສ ແລະ ໂບຣມມິນ ເຊິ່ງໄດ້ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ເພື່ອດຳເນີນການຄົ້ນຄວ້າ, ພັດທະນາ ແລະ ຜະລິດໂບຣມິນ ທີ່ເປັນການນຳໃຊ້ຊັບພະຍາກອນຈາກສິ່ງເສດເຫຼືອໃນການຜະລິດເກືອໂປຕາສ ໃຫ້ເກີດປະໂຫຍດສູງສຸດ ກໍ່ໃຫ້ເກີດເປັນຜະລິດຕະພັນໃໝ່, ໃນໄລຍະຜ່ານມາ ບໍລິສັດ ຊີໂນ-ອາກຣີ ໂປຕາສ ແລະ ບໍລິສັດ ອາຊີ-ໂປຕາສ ກໍ່ເປັນບໍລິສັດຕົວແບບໃນການພັດທະນາອຸດສາຫະກຳແຮ່ທາດ ຢູ່ແຂວງຄຳມ່ວນ, ເປັນບໍລິສັດທີ່ເອົາໃຈໃສ່ໃນການພັດທະນາກິດຈະການຂອງຕົນເອງ ຢ່າງບໍ່ຢຸດຢັ້ງ ແລະ ມີຫຼາຍກິດຈະການ, ເປັນບໍລິສັດໜຶ່ງທີ່ເອົາໃຈໃສ່ປະຕິບັດ ແລະ ເຄົາລົບລະບຽບກົດໝາຍຂອງ ສປປ ລາວ, ປະຕິບັດພັນທະຕາມສັນຍາຕໍ່ລັດຖະບານ, ເຄົາລົບນັບຖືຮີດຄອງປະເພນີຂອງທ້ອງຖິ່ນ ແລະ ໄດ້ປະກອບສ່ວນສໍາຄັນໃນການພັດທະນາບ້ານ, ເມືອງ ແລະ ແຂວງຄຳມ່ວນ, ການພັດທະນາ ແລະ ຂະຫຍາຍກິດຈະການຕ່າງໆຂອງບໍລິສັດ ໄດ້ສ້າງວຽກເຮັດງານທຳຈໍານວນຫຼວງຫຼາຍ ແລະ ຊ່ວຍປັບປຸງເງື່ອນໄຂຊີວິດການເປັນຢູ່ຂອງປະຊາຊົນຢູ່ໃນເຂດທີ່ຕັ້ງຂອງໂຄງການ ກໍ່ຄືປະຊາຊົນຊາວແຂວງຄຳມ່ວນ.

May be an image of 1 person, dais and text

ພ້ອມກັນນັ້ນ, ການພັດທະນາເກືອໂປຕາສ ແລະ ອະໂປຕາສແບບປະສົມປະສານຂອງບໍລິສັດ ອາຊີ-ໂປຕາສ, ໂຄງການຜະລິດໂບຣມິນ ໄດ້ປະສົບຜົນສໍາເລັດໃນການຜະລິດ ກໍ່ຈະເພີ່ມລາຍຮັບໃຫ້ແກ່ລັດຖະບານ ແລະ ແຂວງຄໍາມ່ວນ ປະກອບສ່ວນສໍາຄັນເຂົ້າໃນການສ້າງສາພັດທະນາປະເທດຊາດ ກໍ່ຄືແຂວງຄຳມ່ວນພວກເຮົາ.
ພ້ອມນີ້ ທ່ານເຈົ້າແຂວງຍັງໄດ້ຮຽກຮ້ອງມາຍັງບໍລິສັດ ອາຊີ-ໂປຕາສ ແລະ ບໍລິສັດ ວັດສະດຸໃໝ່ອາຊີ ຈໍາກັດ ຈົ່ງໄດ້ສືບຕໍ່ເສີມຂະຫຍາຍມູນເຊື້ອທີ່ດີຂອງບໍລິສັດທີ່ໄດ້ປະຕິບັດຜ່ານມາ ແລະ ພ້ອມກັນນັ້ນກໍ່ເພີ່ມທະວີການພົວພັນປະສານສົມທົບກັບຂະແໜງການຕ່າງໆກ່ຽວຂ້ອງ, ອົງການປົກຄອງທ້ອງຖິ່ນ ແລະ ຮຽກຮ້ອງມາຍັງບັນດາຂະແໜງການຕ່າງໆທີ່ກ່ຽວຂ້ອງຂັ້ນສູນກາງ, ຂັ້ນແຂວງ, ຂັ້ນເມືອງ, ບ້ານ ຕະຫຼອດຮອດພໍ່ແມ່ປະຊາຊົນ ຈົ່ງສືບຕໍ່ໃຫ້ການຊ່ວຍເຫຼືອ, ອຳນວຍຄວາມສະດວກ ແລະ ໃຫ້ຄວາມຮ່ວມມື ເພື່ອເຮັດໃຫ້ການຜະລິດຂອງບໍລິສັດ ໄດ້ຮັບຜົນສຳເລັດຕາມແຜນການ ຫຼື ລື່ນແຜນການທີ່ວາງໄວ້.