ສຕລ ຈັດກິດຈະກໍາສະຫຼອງວັນກີລາບານເຕະ ແລະ ວັນເດັກນ້ອຍສາກົນ ພ້ອມເປີດສູນພັດທະນາບານເຕະ

82

ພິທີດັ່ງກ່າວຈັດຂຶ້ນໃນຕອນເຊົ້າຂອງວັນທີ 1 ມິຖຸນາ 2023 ທີ່ສູນພັດທະນາບານເຕະ ຈໍາປີຈໍາປາ ທີ່ເຂດສະໜາມກີລາແຫ່ງຊາດ ຫຼັກ 16 ກົງກັບວັນເດັກນ້ອຍສາກົນ ໃຫ້ກຽດເຂົ້າຮ່ວມງານໂດຍ ທ່ານ ນາງ ປອ ສີສຸກ ວົງວິຈິດ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ, ທ່ານ ແສງພອນ ພົນອາມາດ ຫົວໜ້າກົມກີລາລະດັບສູງ ກະຊວງ ສຶກສາທິການ ແລະ ກີລາ, ທ່ານ ວີເພັດ ສີຫາຈັກຣ໌ ປະທານສະຫະພັນບານເຕະແຫ່ງຊາດລາວ, ພ້ອມດ້ວຍຄະນະ, ພາກສ່ວນທີ່ກ່ຽວຂ້ອງ, ຄູຝຶກ ແລະ ນັກກີລາເຍົາວະຊົນລາວ ເກືອບ 500 ຄົນ ເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດດັ່ງກ່າວ ທ່ານ ວີເພັດ ສີຫາຈັກຣ໌ ປະທານສະຫະພັນບານເຕະແຫ່ງຊາດລາວ ກ່າວວ່າ: ສູນຝຶກແຫ່ງນີ້ ມີເນື້ອທີ່ທັງໝົດ 105,446 ຕາແມັດ ໄດ້ຮັບການພັດທະນານັບຕັ້ງແຕ່ປີ 2013 ເປັນຕົ້ນມາ ເຊິ່ງລັດຖະບານແຫ່ງ ສປປ ລາວ ເວົ້າລວມ ເວົ້າສະເພາະກະຊວງສຶກສາທິການ ແລະ ກີລາ ໄດ້ມອບສິດຄຸ້ມຄອງ ແລະ ນໍາໃຊ້ ໃຫ້ແກ່ສະຫະພັນບານເຕະແຫ່ງຊາດລາວ ເພື່ອນໍາໃຊ້ເຂົ້າໃນການພັດທະນາກີລາບານເຕະລາວ. ນັບແຕ່ນັ້ນມາ ສຕລ ໄດ້ສຸ່ມໃສ່ການຍາດແຍ່ງທືນຊ່ວຍເຫຼືອຈາກສະຫະພັນບານເຕະນານາຊາດ ຫຼື ຟີຟ່າ ແລະ ສະຫະພັນບານອາຊີ ຫຼື ເອເອັຟຊີ ໃນການພັດທະນາໂຄງລ່າງພື້ນຖານກີລາບານເຕະ ບໍ່ວ່າຈະເປັນຫໍພັກນັກກີລາ, ເດີ່ນຝຶກຊ້ອມ, ໂຮງຍິມ ແລະ ອື່ນໆ. ດັ່ງທີ່ບັນດາທ່ານໄດ້ເຫັນ ສູນຝຶກແຫ່ງນີ້ ມີເປົ້າໝາຍໃນການນໍາໃຊ້ໃນການພັດທະນານັກກີລາບານເຕະຮອບດ້ານຕັ້ງແຕ່ບານເຕະຂັ້ນພື້ນຖານ, ສະໂມສອນບານເຕະ, ທີມຊາດລຸ້ນເຍົາວະຊົນຈົນຮອດຊຸດໃຫຍ່ ຍິງ ແລະ ຊາຍ ລວມທັງການຍົກລະດັບຄູຝຶກ. ໂດຍລວມສູນຝຶກແຫ່ງນີ້ ໄດ້ຮັບການພັດທະນາມາແລ້ວພາຍໃຕ້ 4 ໂຄງການ ລວມທຶນທັງໝົດໃນການກໍ່ສ້າງ 2,158,000 ໂດລ່າສະຫະລັດ.

“ ຈຸດປະສົງທີ່ສໍາຄັນໃນງານຄັ້ງນີ້ ກໍຄືການສະເຫຼີມສະຫຼອງວັນກີລາບານເຕະ ສຕລ ຫຼື LFF Football Day ຄັ້ງປະຖົມມະເລີກ ເຊິ່ງກົງກັບວັນເດັກນ້ອຍສາກົນ ຍິ່ງເຮັດໃຫ້ມີຄວາມໝາຍຄວາມສໍາຄັນຍິ່ງຂື້ນ ສຕລ ມີເປົ້າໝາຍໃນການສົ່ງເສີມໃຫ້ອະນຸຊົນ ເຍົາວະຊົນ ຫຼີ້ນກີລາບານເຕະ ເພື່ອໃຫ້ເຂົາເຈົ້າຫ່າງໄກຈາກຢາເສບຕິດ ແລະ ສິ່ງອະໃບຍະມຸກອື່ນໆ. ງານນີ້ຈະມີການສະເຫຼີມສະຫຼອງໃນທຸກໆປີ. ການພັດທະນານັກກີລາບານເຕະລຸ້ນເຍົາວະຊົນ ເປັນໜຶ່ງໃນບຸລີມະສິດຂອງ ສຕລ ຈຶ່ງເຮັດໃຫ້ມີການສ້າງຕັ້ງສູນພັດທະນາກີລາບານເຕະ ຈໍາປີ-ຈໍາປາ ຂື້ນມາໄດ້ 2 ປີແລ້ວ ” ປະທານສະຫະພັນບານເຕະແຫ່ງຊາດລາວ ກ່າວ.

ຂະນະດຽວກັນ ທ່ານ ນາງ ປອ ສີສຸກ ວົງວິຈິດ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ກ່າວວ່າ: ກິດຈະກໍາຄັ້ງນີ້ແມ່ນເຫດການໜຶ່ງທີ່ມີຄວາມໝາຍຄວາມສໍາຄັນ, ເດັກນ້ອຍເປັນອະນາຄົດຂອງປະເທດຊາດ ຍາກພັດທະນາປະເທດຊາດ ຕ້ອງສ້າງເດັກ ເຊິ່ງຕ້ອຂໍຊົມເຊີຍ ສຕລ ທີ່ຈັດກິດຈະກໍານີ້ຂຶ້ນມາ ເນື່ອງໃນໂອກາດວັນເດັກນ້ອຍສາກົນ ແລະ ເປີດນໍາໃຊ້ສູນພັດທະນາບານເຕະ ຈໍາປີຈໍາປາ ຫຼັກ 16 ເພື່ອໃຫ້ເດັກນ້ອຍລາວ ໄດ້ມີການເຄື່ອນໄຫວ ແລະ ພັດທະນາຕົວເອງຢ່າງຕໍ່ເນື່ອງ ເຊິ່ງແນ່ນອນຄໍາຂວັນໃນປີນີ້ກໍຄື “ ສ້າງອະນາຄົດ ກໍຄືສ້າງເດັກ ” ເຊິ່ງເຊື່ອວ່າກິດຈະກໍາຄັ້ງນີ້ ທີ່ສູນແຫ່ງນີ້ຈະເປັນປະໂຫຍດສູງໃຫ້ກັບເດັກນ້ອຍ ແລະ ໝັ້ນໃຈວ່າສູນແຫ່ງນີ້ຈະສາມາດປັ້ນນັກກີລາກ້າວສູ່ນັກເຕະທີມຊາດ ແລະ ອາຊີບ ໃນອະນາຄົດ.

ສໍາລັບ ການຈັດກິດຈະກໍາຄັ້ງນີ້ທາງ ຝ່າຍຈັດການແຂ່ງຂັນແມ່ນໄດ້ຈັດການແຂ່ງຂັນບານເຕະເຍົາວະຊົນ ແບບມິດຕະພາບ ເພື່ອໃຫ້ເດັກນ້ອຍໄດ້ມີການເຄື່ອນໄຫວ ແລະ ໄດ້ສໍາຜັດການສະໜາມທີ່ໄດ້ມາດຕະຖານ ເຊິ່ງມີແຂ່ງຂັນແບ່ງອອກເປັນ 3 ຮຸ່ນຄື: ຢູ 8, 10 ແລະ 12 ປີ ມີທີມເຂົ້າຮ່ວມທັງໝົດ 64 ທີມ ໂດຍມີນັກກີລາເຂົ້າຮ່ວມແຂ່ງຂັນຫຼາຍກວ່າ 450 ຄົນ.
ຂ່າວ-ຮູບ: Larh Creators