ອັດຕາວ່າງງານຂອງ ຍີ່ປຸ່ນ ຫຼຸດລົງຢູ່ທີ່ລະດັບ 2,6%

30

ສໍານັກຂ່າວອິນໂຟເຄວສ໌ ລາຍງານວ່າ: ກະຊວງແຮງງານຂອງຍີ່ປຸ່ນ ໄດ້ລາຍງານເມື່ອວັນທີ 30 ພຶດສະພາຜ່ານມານີ້ວ່າ ອັດຕາການວ່າງງານຂອງຍີ່ປຸ່ນ ໃນເດືອນເມສາປີນີ້ ເຊິ່ງປັບຄ່າຕາມລະດູການແລ້ວ ແມ່ນຫຼຸດລົງມາຢູ່ທີ່ລະດັບ 2,6% ຈາກລະດັບ 2,8% ໃນເດືອນມີນາ.

ຕົວເລກດັ່ງກ່າວນີ້, ຕໍ່າກວ່າທີ່ບັນດານັກເສດຖະສາດຂອງສຳນັກຂ່າວຣອຍເຕີ ໄດ້ຄາດການໄວ້ ຢູ່ທີ່ລະດັບ 2,7%.

ລາຍງານຍັງລະບຸວ່າ: ສັດສ່ວນຕໍາແໜ່ງງານວ່າງ ຕໍ່ຜູ້ສະໝັກງານຢູ່ທີ່ 1,32 ໃນເດືອນເມສາ ບໍ່ປ່ຽນແປງຈາກລະດັບຂອງເດືອນມີນາ ເຊິ່ງໝາຍຄວາມວ່າ ມີຕໍາແໜ່ງງານວ່າງ 132 ຕໍາແໜ່ງຕໍ່ຈໍານວນຜູ້ຫາງານ 100 ຄົນ.