ອົດສະຕຣາລີ ຊ່ວຍເຫຼືອດ້ານມະນຸດສະທຳແກ່ຕາເວັນອອກກາງ – ອາຟຣິກກາ

16

ຂ່າວສານຫວຽດນາມ ລາຍງານວ່າ: ກະຊວງການຕ່າງປະເທດອົດສະຕຣາລີ ປະກາດວ່າ ລັດຖະບານອົດສະຕຣາລີ ຈະປະກອບສ່ວນເງິນ 29 ລ້ານໂດລາອົດສະຕຣາລີ ( 18,9 ລ້ານໂດລາສະຫະລັດ ) ຈາກກອງທຶນສຸກເສີນດ້ານມະນຸດສະທຳໃຫ້ແກ່ຄູ່ຮ່ວມມືຢູ່ຕາເວັນອອກກາງ ແລະ ອາຟຣິກກາ, ໃນນັ້ນ 15 ລ້ານໂດລາອົດສະຕຣາລີ ຈະນຳໃຊ້ເຂົ້າໃນການແກ້ໄຂດ້ານມະນຸດສະທຳ ເປັນຕົ້ນ ການຍົກຍ້າຍ ແລະ ການປ້ອງກັນປະຊາຊົນໃນພື້ນທີ່ໄດ້ຮັບຜົນກະທົບຈາກໄພແຫ້ງແລ້ງ ຄື: ຢູ່ເຄນຢາ, ເອທິໂອເປຍ ແລະ ໂຊມາລີ.

ໃນຂະນະດຽວກັນ ອົດສະຕຣາລີ ຈະນຳໃຊ້ 4 ລ້ານໂດລາອົດສະຕຣາລີ ເພື່ອຕອບສະໜອງດ້ານສະບຽງອາຫານ ແລະ ບັນດາຜູ້ທີ່ໄດ້ຮັບຜົນກະທົບຢ່າງໜັກຢູ່ເຢເມນ. ສ່ວນທີ່ເຫຼືອ 10 ລ້ານອົດສະຕຣາລີ ຈະສະໜັບສະໜູນດ້ານສະບຽງອາຫານໃຫ້ແກ່ຊອກດານີ. ນອກນັ້ນ, ລັດຖະບານອົດສະຕຣາລີ ຍັງລະບຸວ່າ ປະຊາກອນໃນທົ່ວໂລກ ຍັງມີ ຄວາມສ່ຽງດ້ານສະບຽງອາຫານ ເພີ່ມຂຶ້ນ 350 ລ້ານຄົນ ນັບຕັ້ງແຕ່ການແຜ່ລະບາດຂອງພະຍາດໂຄວິດ – 19 ເປັນຕົ້ນມາ.