ສຳເລັດການສຶກສາສຳຫຼວດ ຈຸດສາກໄຟຟ້າ 54 ແຫ່ງໃນນະຄອນຫຼວງ

156

ເຫັນຂ່າວນີ້ແລ້ວຫຼາຍຄົນທີ່ມີລົດໄຟຟ້າຍີ້ມເປື້ອຍ ແລະຜູ້ກຳລັງຈະຊື້ກໍ່ຫາຍຫ່ວງເລື່ອງຈຸດສາກ  ໄດ້ສຳເລັດການສຶກສາຄວາມເປັນໄປໄດ້ຈຸດທີ່ຕັ້ງບ່ອນສາກລົດໄຟຟ້າທີ່ມມີຫຼາຍເຖິງ 54 ແຫ່ງ ເຊິ່ງເປັນຈຸດສາກສາທາລະນະທີ່ຫຼາຍຄົນຄອງຄອຍຢາກໃຫ້ເກີດໃນຍຸກນ້ຳມັນແພງຄືປະຈຸບັນ.

No photo description available. ເປັນພຽງຮູບປະກອບຂ່າວເທົ່ານັ້ນ

ໃນກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານ ປະຈຳປີ 2022 ຂອງພະແນກແນກພະລັງງານ ແລະ ບໍ່ແຮ່ ນວ ທີ່ໄດ້ຈັດຂຶ້ນໃນວັນທີ 26 ພຶດສະພາ 2023 ທີ່ຜ່ານມາ, ພາຍໃຕ້ການເປັນປະທານຂອງ ທ່ານ ປອ ເສີມຄໍາ ທຸມມະວົງສາ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ນະຄອນຫຼວງວຽງຈັນທ່ານໄດ້ໃຫ້ຮູ້ວ່າ ໃນໄລຍະ 1 ປີທີ່ຜ່ານມາພະແນກພະລັງງານ ແລະບໍ່ແຮ່ໄດ້ມີການຈັດຕັ້ງປະຕິບັດວຽກງານຕ່າງໆ ແລະ ໄດ້ປະສົບຜົນສຳເລັດຫຼາຍໜ້າວຽກ ເຊິ່ງໃນນັ້ນແມ່ນສໍາເລັດໂຄງການຕິດຕັ້ງໄຟເຍືອງທາງໃສ່ເຂດເທດສະບານເມືອງ ປາກງື່ມ ແລະ ເມືອງ ສັງທອງ 142 ຊຸດ, ພ້ອມທັງໂຄງການຕິດຕັ້ງໄຟເຍືອງທາງແສງຕາເວັນ ຈາກເສັ້ນທາງເລກທີ 10 ເຂົ້າຫ້ອງການວັງເຍົາວະຊົນ ແລະ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ 60 ຊຸດ ແລະ ໂຄງການຕິດຕັ້ງໄຟເຍືອງທາງຕາມເສັ້ນທາງ ຫ້ວຍຫົງ-ໜອງພະຍາ 112 ຊຸດ.

 

No description available.

ນອກນັ້ນ, ຍັງສຳເລັດວຽກງານໂຄງການຮ່ວມມື ສຶກສາຄວາມເປັນໄປໄດ້ (MOC) ໃນການຕິດຕັ້ງສະຖານີສາກພາຫະນະທີ່ຂັບເຄື່ອນດ້ວຍໄຟຟ້າ ເພື່ອເຊື່ອມຕໍ່ເຂົ້າລະບົບຕາຂ່າຍໄຟຟ້າ ຈຳນວນ 54 ຈຸດ ໃນນະຄອນຫຼວງວຽງຈັນ ມາຮອດປະຈຸບັນ ແມ່ນສຳເລັດບົດສຶກສາຄວາມເປັນໄປໄດ້ ສະບັບສົມບູນແລ້ວ.

No photo description available.

ໂດຍ: ສູນຂ່າວພະລັງງານ ແລະ ບໍ່ແຮ່