ຢູ 23 ລາວ ຖືກຈັດຢູ່ກຸ່ມ C ຮ່ວມກັບ ຫວຽດນາມ ແລະ ຟິລິບປິນ ໃນບານເຕະຊີງແຊັມອາຊຽນ 2023

51

ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 23 ປີ ຖືກຈັດຢູ່ກຸ່ມ C ຮ່ວມກັບ ທີມຊາດຫວຽດນາມ ແລະ ຟິລິບປິນ ໃນການແຂ່ງຂັນບານເຕະຊີງແຊັມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ປະຈໍາປີ 2023 ທີ່ປະເທດໄທ ເປັນເຈົ້າພາບລະຫວ່າງວັນທີ 17-26 ສິງຫາ 2023.

ເມື່ອວັນທີ 29 ພຶດສະພາ 2023 ຢູ່ທີ່ນະຄອນຫຼວງບາງກອກປະເທດໄທ ໄດ້ມີພິທີຈັບສະຫລາກ ການແຂ່ງຂັນບານເຕະຊາຍຊີງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ປະຈຳປີ 2023 ໂດຍມີທັງຫມົດ 10 ປະເທດ ເຂົ້າຮ່ວມການແຂ່ງຂັນໂດຍແບ່ງອອກເປັນ 3 ກຸ່ມດັ່ງນີ້:
– ກຸ່ມ A : ໄທ, ກຳປູເຈຍ, ບຣູໄນ ແລະ ມຽນມາ
– ກຸ່ມ B : ຕີມໍ ເລສເຕ, ມາເລເຊຍ ແລະ ອິນໂດເນເຊຍ
– ກຸ່ມ C : ຫວຽດນາມ, ຟີລິບປິນ ແລະລາວ

ສໍາລັບ ການແຂ່ງຂັນລາຍການດັ່ງກ່າວແມ່ນຄັດເອົາອັນດັບ 1 ຂອງກຸ່ມຜ່ານເຂົ້າສູ່ຮອບຮອງຊະນະເລີດ ແລະ ເອົາອັນດັບ 2 ທີ່ມີຄະແນນດີທີ່ສຸດຜ່ານເຂົ້າສູ່ຮອບຮອງຊະນະເລີດ ເຊິ່ງແມ່ນປະເທດໄທ ໄດ້ຮັບກຽດເປັນເຈົ້າພາບ ລະຫວ່າງວັນທີ 17-26 ສິງຫາ 2023 ແລະ ຕາຕະລາງແຂ່ງຂັນຂອງ ທີມຊາດລາວ ທຸກໆນັດແມ່ນແຂ່ງຂັນທີ່ສະໜາມຊົນບູຣີ ປະເທດໄທ ມີດັ່ງນີ້:
– ວັນທີ 18/08/2023 ລາວ ພົບ ຟີລິບປີນ
– ວັນທີ 20/08/2023 ລາວ ພົບ ຫວຽດນາມ
ຂ່າວ: Larh Creators; ຮູບຈາກ: ສຕລ