ບຸນພະຈັນ ເຮັດແຮັດທຣິກນັດຫຼ້າສຸດແຊງ ພັດທະນາ ຂຶ້ນນໍາ ດາວຍິງສູງສຸດ ລາວລີກ 1

45

ບຸນພະຈັນ ບຸນກອງ ກອງໜ້າຊຸບເປີສະຕາ ຈາກຊ້າງນ້ອຍ ເອັຟຊີ ລະເບີດຟອມນັດຫຼ້າສຸດດ້ວຍການເຮັດແຮັດທຣິກ ( ຍິງໄດ້ 3 ປະຕູໃນນັດດຽວ ) ຊ່ວຍໃຫ້ ຊ້າງນ້ອຍ ເອັຟຊີ ຊະນະ ຈໍາປາສັກ 4-0 ໃນການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ເມື່ອທ້າຍອາທິດທີ່ຜ່ານມາ ເຮັດໃຫ້ ບຸນພະຈັນ ຍິງໄປແລ້ວ 9 ປະຕູແຊງ ພັດທະນາ ຂຶ້ນນໍາດາວຍິງສູງສຸດ.

ການແຂ່ງຂັນບານເຕະເປບຊີ ລາວລີກ 1 ເຂົ້າສູູ່ຮອບຂາກັບ ແລະ ຢູ່ໃນໄລຍະໂຄ້ງສຸດທ້າຍ ລວມເຖິງການລຸ້ນແຊັມກໍາລັງເຂັ້ມຂຸ້ນ ຍັງບໍ່ພໍການລຸ້ນຕໍາແໜ່ງດາວຍິງສູງສຸດກໍເຂັ້ມຂຸ້ນປ່ຽນກັນຂຊຶ້ນນໍາ ໂດຍສະເພາະ 3 ນັກເຕະຊຸບເປີສະຕາຈາກ 3 ສະໂມສອນຄື: ພັດທະນາ ພົມມະເທບ ຈາກເອສະຣາ ເອັຟຊີ ຜູ້ນໍາອາທິດທີ່ແລ້ວ, ບຸນພະຈັນ ບຸນກອງ ຈາກຊ້າງນ້ອຍ ແລະ ຣາຟາເອລ ໂຣຣິເກຊ ກອງໜ້າຊາວບຣາຊິນ ຈາກມາສເຕີ 7 ເອັຟຊີ.

ເຊິ່ງອາທິດຫຼ້າສຸດ ບຸນພະຈັນ ບຸນກອງ ຍິງໄປ 3 ປະຕູຊ່ວຍໃຫ້ຊ້າງນ້ອຍ ເອັຟຊີ ຊະນະ ຈໍາປາສັກ 4-0 ເຮັດໃຫ້ ບຸນພະຈັນ ຍິງໄປແລ້ວ 9 ປະຕູ ແຊງຂຶ້ນນໍາໃນຕໍາແໜ່ງດາວຍິງສູງສຸດ, ສວນອັນດັບ 2 ເປັນຂອງ ພັດທະນາ ພົມມະເທບ ຈາກເອສະຣາ ເອັຟຊີ ນັດຫຼ້າສຸດຍິງໄດ້ 1 ປະຕູນັດທີ່ ເອສະຣາ ເສຍໃຫ້ ກອງທັບ ເອັຟຊີ 1-2 ເຮັດໃຫ້ ຍິງໄດ້ 8 ປະຕູເທົ່າກັບ ຣາຟາເອລ ຈາກ ມາສເຕີ 7 ທີ່ນັດຫຼ້າສຸດຍິງ 3 ປະຕູ ນັດທີ່ຊ່ວຍ ມາສເຕີ 7 ເອັຟຊີ ບຸກໄປເອົາຊະນະ ຫຼວງພະບາງ 3-0.

ສ່ວນ ອັນດັບ 4 ເປັນຂອງ ຕີ ສີຫາລາດ ນັດຫຼ້າສຸດຍິງໄດ້ 1 ປະຕູນັດພາ ກອງທັບ ເອັຟຊີ ບຽດຊະນະ ເອສະຣາ ເອັຟຊີ 2-1 ເຮັດໃຫ້ຍິງໄປແລ້ວ 5 ປະຕູ ແລະ ອັນດັບ 5 ເປັນຂອງ ໂຈນີ້ ແຫວນປະເສີດ ຈາກເອສະຣາ ເອັຟຊີ ຍິງໄດ້ 4 ປະຕູ.