ທ່າແຂກໄດ້ຮັບການຊ່ວຍເຫຼືອ 5,15 ກວ່າຕື້ນກີບ ເພື່ອປັບປຸງພື້ນຖານໂຄງລ່າງ ແລະ ຊີວິດການເປັນຢູ່ຂອງປະຊາຊົນ

74

ໃນວັນທີ 30 ພຶດສະພາ 2023 ທີ່ຜ່ານມາ, ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີ ປະຈຳສຳນັກງານນາຍົກ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມໂຄງການປູກພືດຜັກໃນເຮືອນຮົ່ມຢູ່ ບ້ານຊຽງແຫວນ ເມືອງທ່າແຂກ ເຊິ່ງໂຄງການດັ່ງກ່າວແມ່ນໄດ້ຮັບການສະໜັບສະໜູນຈາກບໍລິສັດ ຊີໂນ-ອາກຣີ ໂປຕາສ ເປັນບໍລິສັດຂຸດຄົ້ນເກືອໂປຕາສ ມີໂຮງງານຕັ້ງຢູ່ບ້ານດົງໃຕ້ ເມືອງທ່າແຂກ ແຂວງຄຳມ່ວນ.

No description available.
ໂດຍບໍລະສັດຊີໂນ-ອາກຣີ ໄດ້ບຸກເບີກເນື້ອທີ່, ສ້າງເຮືອນຮົ່ມ ພ້ອມທັງສະໜອງທາງດ້ານວັດຖຸອຸປະກອນ, ແນວພັນ ແລະ ພະນັກງານວິຊາການຈາກໜ່ວຍງານພັດທະນາ ແລະ ແກ້ໄຂຄວາມທຸກຍາກ ຂອງບໍລິສັດມາຖ່າຍຖອດຄວາມຮູ້ ໃຫ້ແກ່ປະຊາຊົນໄດ້ມີສ່ວນຮ່ວມ. ໃນນັ້ນຈະປະກອບມີພືດຜັກປະເພດຕ່າງໆ ໂດຍແບ່ງອອກເປັນແຕ່ລະໂຊນ ນັບແຕ່ຜັກສວນຄົວພັນທ້ອງຖິ່ນລວມໄປເຖິງປະເພດພັນພືດຜັກທີ່ນຳເຂົ້າຈາກຕ່າງປະເທດ ທັງປູກເພື່ອເປັນອາຫານ, ສະໜອງໃຫ້ແກ່ບໍລິສັດ, ປູກເພື່ອຈຳໜ່າຍ ແລະ ປູກທົດລອງຂະຫຍາຍແນວພັນ ເພື່ອສ້າງຄວາມຮູ້ອັນໃໝ່ໆໃຫ້ແກ່ປະຊາຊົນໃນທ້ອງຖິ່ນໄດ້ນຳໄປປະກອບອາຊີບສ້າງລາຍຮັບເພື່ອແກ້ໄຂຊີວິດການເປັນຢູ່ໃຫ້ດີຂຶ້ນ.

No description available.

ນອກຈາກໂຄງການປູກຜັກໃນເຮືອນຮົ່ມ ບໍລິສັດຍັງໄດ້ຊ່ວຍສ້າງພື້ນຖານໂຄງລ່າງຕ່າງໆ ເປັນຕົ້ນແມ່ນ ຂົວຂ້າມຫ້ວຍຊຽງລົງ ເຊິ່ງເປັນຈຸດເຊື່ອມຕໍ່ເຂົ້າຫາບ້ານ ແລະ ອາຄານຮຽນໂຮງຮຽນປະຖົມ ເຊິ່ງໄດ້ກໍ່ສ້າງສຳເລັດ ແລະ ເປີດການນຳໃຊ້ ໃນເດືອນມີນາ 2023 ຜ່ານມາ. ໂຄງການກໍ່ສ້າງ ຂົວຂ້າມຫ້ວຍຊຽງລົງ ແມ່ນເປັນປະເພດ ຂົວເບຕົງ, ມີຄວາມຍາວ 45 ແມັດ, ກວ້າງ 4,5 ແມັດ, ງົບປະມານການກໍ່ສ້າງ 3,15 ຕື້ກວ່າກີບ ແລະ ການກໍ່ສ້າງອາຄານຮຽນໂຮງຮຽນປະຖົມສົມບູນ ບ້ານຊຽງແຫວນ ເປັນອາຄານຖາວອນຊັ້ນດຽວ ປະກອບມີ 5 ຫ້ອງຮຽນ, 1 ຫ້ອງພັກຄູ, ພ້ອມມີໂຕະ-ຕັ່ງນັກຮຽນ-ຄູອາຈານ ແລະ ຫ້ອງນໍ້າຄົບຊຸດ ໂດຍໃຊ້ງົບປະມານໃນການກໍ່ສ້າງ 2 ຕື້ກວ່າກີບ, ຂະໜາດເນື້ອທີ່ຂອງ ອາຄານຮຽນປະມານ 400 ຕາແມັດ ແລະ ອາຄານຫ້ອງນໍ້າປະມານ 36 ຕາແມັດ ມີເດີ່ນກວ້າງ 5.160 ຕາແມັດ ສາມາດຮອງຮັບນັກຮຽນໄດ້ 120 ຄົນ.

No description available.

ທັງສອງໂຄງການແມ່ນການຊ່ວຍເຫລືອລ້າ ຈາກບໍລິສັດຊິໂນ-ອາກຣີ ໂປຕາສ ຈຳກັດ, ເຊິ່ງນອນໃນໂຄງການພັດທະນາ ແລະ ແກ້ໄຂຄວາມທຸກຍາກປະຊາຊົນ ໂດຍແມ່ນການເຫັນດີຂອງອຳນາດການປົກຄອງແຂວງຄຳມ່ວນ ທີ່ໄດ້ຕົກລົງ ມອບໃຫ້ບໍລິສັດດັ່ງກ່າວຊ່ວຍພັດທະນາ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ບ້ານຊຽງແຫວນ ເມືອງທ່າແຂກ.

No description available.
ໂດຍ: ຂ່າວສານຄຳມ່ວນ