ອີກບໍ່ດົນ ຄຳມ່ວນຈະມີໂຮງກັ່ນນ້ຳມັນທີ່ສາມາດກັ່ນໄດ້ 6-10 ລ້ານລິດ/ເດືອນ

294

ໃນວັນທີ 30 ພຶດສະພາ 2023 ທີ່ຜ່ານມາ ຢູ່ທີ່ເຂດເສດຖະກິດພິເສດທ່າແຂກ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ພ້ອມຄະນະໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຮ່ວມກັບ ຄະນະບໍລິສັດ ພັດທະນາພະລັງງານ ລາວຈໍາກັດ ໂດຍມີ ທ່ານ ປອ. ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄໍາມ່ວນ, ພ້ອມດ້ວຍຫົວໜ້າພະແນກການ, ບັນດາກົມ ແລະ ຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.

May be an image of 7 people and text
ໂອກາດດັ່ງກ່າວ ຜູ້ຕາງໜ້າບໍລິສັດພັດທະນາພະລັງງານລາວ ຈໍາກັດ ໄດ້ລາຍງານສະພາບໂດຍສັງເຂບຂອງໂຄງການກໍ່ສ້າງໂຮງງານກັ່ນນໍ້າມັນ ເຊິ່ງມີໄລຍະການກໍ່ສ້າງ ນັບແຕ່ເດືອນ ເມສາ 2023 – ພະຈິກ 2023 ເປັນໂຮງກັ່ນນໍ້າມັນດິບຂະໜາດນ້ອຍ ທີ່ມີກໍາລັງການຜະລິດປະມານ 6-10 ລ້ານລິດ/ເດືອນ ແລະ ສາມາດເພີ່ມກໍາລັງການຜະລິດໄດ້ດ້ວຍການເພີ່ມຊຸດຫໍກັ່ນ, ລະບົບນໍ້າມັນທີ່ໄດ້ ຄາດວ່າ: ນໍ້າມັນແອັດຊັງ 540.000-900.000 ລິດ/ເດືອນ, ນໍ້າມັນກາຊວນ 2.220.000-2.500.000 ລິດ/ເດືອນ ແລະ ນໍ້າມັນຜະລິດເຕົາ 3.120.000 ລິດ/ເດືອນ.

May be an image of 13 people and people studying

ໂດຍຈໍານວນຜະລິດຕະພັນດັ່ງກ່າວປະເມີນຈາກປະລິມານຄວາມສາມາດຂັ້ນຕໍ່າ ແລະ ປະລິມານຄວາມສາມາດຂັ້ນສູງທີ່ໂຮງງານຜະລິດໄດ້. ສໍາລັບຄວາມຄືບໜ້າຂອງໂຄງການປະຈຸບັນແມ່ນໄດ້ບຸກເບີກ, ອອກແບບ – ຕິດຕັ້ງຄັງນໍ້າມັນ, ອອກແບບຮາກຖານໂຮງງານ, ກໍ່ສ້າງອາຄານສໍານັກງານເປັນຕົ້ນ ແລະ ຄາດວ່າໄລຍະເວລາໃນການທົດລອງການຜະລິດຈະເລີ່ມແຕ່ ເດືອນພະຈິກ 2023 – ມັງກອນ 2024. ຈາກນັ້ນທ່ານລັດຖະມົນຕີ ແລະ ຄະນະ ຍັງໄດ້ມີຄໍາຖາມແລກປ່ຽນມາຍັງບໍລິສັດໂດຍສະເພາະແມ່ນບັນຫາການນໍາເຂົ້າວັດຖຸດິບ, ກ່ຽວກັບຈຸດທີ່ຕັ້ງ, ແຜນການຕະຫລາດ, ແຜນການສະໜອງນໍ້າມັນ, ລວມເຖິງລາຄາ ແລະ ໂຄງສ້າງໃນການສະໜອງນໍ້າມັນ.

May be an image of 5 people
ໂອກາດດັ່ງກ່າວ ທ່ານລັດຖະມົນຕີຍັງໄດ້ສະແດງຄວາມຍິນດີມາຍັງແຂວງຄໍາມ່ວນ ແລະ ສະແດງຄວາມຊົມເຊີຍຕໍ່ບໍລິສັດທີ່ເລືອກເອົາແຂວງຄໍາມ່ວນເປັນຈຸດທີ່ຕັ້ງຂອງໂຮງງານ ເຊິ່ງທ່ານມີຄວາມຍິນດີທີ່ຈະໃຫ້ການຊຸກຍູ້ຊ່ວຍເຫຼືອອໍານວຍຄວາມສະດວກໃນດ້ານຕ່າງໆ ກັບຂະແໜງການລັດທີ່ກ່ຽວຂ້ອງ ເພື່ອໃຫ້ໂຄງການດັ່ງກ່າວໄດ້ມີຜົນສໍາເລັດຕາມແຜນທີ່ວາງໄວ້.

May be an image of silo, oil refinery and text
ໂດຍ: ຂ່າວສານຄຳມ່ວນ