ການເບິ່ງແຍງດອກໝາກລຳໄຍ ໄລຍະກຳລັງອອກດອກ ແລະ ຈັບໝາກ

70

ໝາກລຳໄຍ ຈະອອກໝາກ ແລະ ພົ້ວດົກ ນັ້ນແມ່ນຂຶ້ນກັບການເບິ່ງແຍງຕົ້ນ ເບິ່ງແຍງຊໍ່ໄລຍະອອກດອກ ແລະ ໄລຍະຈັບໝາກ. ດັ່ງນັ້ນໄລຍະນີ້ແມ່ນສຳຄັນຫຼາຍຕໍ່ຊາວສວນລຳໄຍ ແລະ ມື້ນີ້ເຮົາເອົາບາງເຕັກນິກຂອງການເບິ່ງແຍງດອກໝາກລຳໄຍມາຝາກ.

▶ນັບແຕ່ເດືອນມີນາ – ເມສາຂອງທຸກປີ ຕົ້ນໝາກລຳໄຍ ແມ່ນອອກຊໍ່ດອກ ແລະ ເລີ່ມຈໍ່ໝາກນ້ອຍໆ, ດັ່ງນັ້ນການໃຫ້ນໍ້າໄລຍະນີ້ຕ້ອງຫົດສະໝໍ່າສະເໝີ ຖ້ານໍ້າບໍ່ພໍແມ່ນຈະເຮັດໃຫ້ໝາກບໍ່ຈັບ, ໝາກແຄະ ແລະ ຫຼົ່ນໄປ. ໄລຍະນີ້ແມ່ນໃຫ້ໃສ່ປຸ໋ຍສູດ 13-13-21 ບຳລຸງໝາກ, ສ່ວນພະຍາດທີ່ຄວນລະວັງແມ່ນບົ້ງເຈາະຂວັ້ນ ຫຼື ຫົວຂວັ້ນ ຖ້າລະບາດໜັກໃຫ້ໃສ່ເຄມີເຂົ້າຊ່ວຍ.


▶ສ່ວນເດືອນພຶດສະພາ ຫາ ເດືອນກໍລະກົດ ແມ່ນໄລຍະທີ່ໝາກລຳໄຍກຳລັງເຕີບໃຫຍ່ ໄລຍະນີ້ເປັນໄລຍະລະດູຝົນແລ້ວບໍ່ຈຳເປັນໃຫ້ນໍ້າກໍໄດ້ ແຕ່ກໍຄວນໃສ່ປຸ໋ຍເພື່ອບຳລຸງໝາກ ໂດຍໃສ່ປຸ໋ຍສູດ 13-13-21 ຕື່ມ.

▶ສ່ວນເດືອນສິງຫາ ເຖິງເດືອນກັນຍາ ແມ່ນໄລຍະທີ່ເກັບກ່ຽວຜົນຜະລິດ ຄວນໃຫ້ນໍ້າກ່ອນເກັບກ່ຽວ 7 – 10 ມື້, ການເກັບກ່ຽວແມ່ນຄວນໃຊ້ຂັ້ນໄດ ຫຼື ໃຊ້ກ່ຽວເກາະງ່າພວງມັນ ບໍ່ຄວນເອົາມືເດັດ ແລະ ບໍ່ໃຫ້ງ່າຫັກ ເພາະຈະສົ່ງຜົນໃນການອອກພວງດອກໃນປີຕໍ່ໄປ. ຫຼັງຈາກເກັບກ່ຽວແລ້ວ ກໍໃຫ້ແຕ່ງກິ່ງງ່າ ໂດຍຕັດງ່າທີ່ເປັນແມງ, ງ່າທີ່ຫັກ ຖ້າງ່າໃດເປັນງ່າໃຫຍ່ຫຼັງຈາກຕັດແລ້ວໃຫ້ໃຊ້ປູນແດງທາ ເພື່ອປ້ອງກັນແມງໄມ້ເຂົ້າໄປທຳລາຍລຳຕົ້ນ.
[ ຂໍ້ມູນ: ndoae.doae ]