ໄມເຄິລ ໄວທ໌ ຫົວໜ້າຄູຝຶກທີມຊາດລາວ ກຽມໝົດສັນຍາເດືອນມິຖຸນານີ້, ຫຼ້າສຸດ ສຕລ ຸໂພສຂໍຂອບໃຈ

101

ສະຫະພັນບານເຕະແຫ່ງຊາດລາວ ( ສຕລ ) ປະກາດຜ່ານເພຈ໌ບຸກທາງການໃນຕອນເຊົ້າຂອງວັນທີ 29 ພຶດສະພາ 2023 ວ່າ: ຕາງໜ້າໃຫ້ສະຫະພັນບານເຕະແຫ່ງຊາດລາວສະແດງຄວາມຂອບໃຈເປັນຢ່າງສູງມາຍັງ ທ່ານ Michael Weiss ຄູຝຶກທິມຊາດລາວທີ່ມີຜົນງານດີເດັ່ນຊວ່ຍໃຫ້ກີລາບານເຕະທີມຊາດລາວມີຜົນງານອັນໂດດເດ່ນໃນເວທີພາກພື້ນ ແລະ ສາກົນ, ໂດຍສະເພາະການນຳພາທິມຊາດລາວU19 ໄດ້ຮອງແຊັມ ລາຍການຊີງແຊັມອາຊຽນ ເມື່ອປີ 2022 ທີ່ຜ່ານມາ.

ສຕລ ລະບຸອີກວ່າ: ຕະຫຼອດໄລຍະເວລາທີ່ຜ່ານມາ ທ່ານ Michael Weiss ໄດ້ເຮັດໜ້າທີ່ຄຸມທິມຊາດລາວແຕ່ລະລຸ້ນໄດ້ຢ່າງໜ້າພາກພູມໃຈແລະເຮັດດວ້ຍຄວາມມັກຮັກຕໍ່ນັກກິລາລາວເຮົາຢ່າງແທ້ຈິງ ເຖິງຈະໝົດວາລະຂອງການຄວບຄຸມທິມຊາດລາວ, ແຕ່ຫວັງຢ່າງຍິ່ງວ່າສາຍພົວພັນລະຫວ່າງ ສະຫະພັນບານເຕະແຫ່ງຊາດລາວ ກັບທ່ານ Michael Weiss ຈະສືບຕໍ່ມີຕະຫຼອດໄປ.

ໂດຍມີການເປີດເຜີຍວ່າ: ສັນຍາຂອງ ທ່ານ Michael Weiss ຫົວໜ້າຄູຝຶກຊາວເຢຍລະມັນ ຈະໝົດລົງໃນວັນທີ 1 ມິຖຸນາ 2023 ຫຼັງຈາກທີ່ເຊັນສັນຍາ ຫຼັງຈາກທີ່ເຊັນສັນຍາຄຸມທີມຊາດລາວ ໃນທ້າຍເດືອນທັນວາ 2021 ເຂົ້າສູ່ປີ 2022 ກໍສາມາດມາປ່ຽນໂສມໜ້າຂອງ ທີມຊາດລາວ ໄດ້ຢ່າງຊັດ ໂດຍສະເພາະລາຍການບານເຕະຊີງແຊັມອາຊຽນ 2022 ຮຸ່ນອາຍຸບໍ່ເກີນ 19 ປີສາມາດຍາດໄດ້ຮອງແຊັມ ຈາກຜົນງານຊະນະລວດໃນຮອບແບ່ງກຸ່ມ ຜ່ານເຂົ້າຮອບ 4 ທີມຊະນະ ໄທ 2-0 ກ່ອນເສຍໃຫ້ກັບ ມາເລເຊຍ ໃນຮອບຊີງຊະນະເລີດ 0-2 ຄວ້າຮອງແຊັມລາຍການດັ່ງກ່າວເປັນຄັ້ງປະຫວັດສາດ.
ຂ່າວ: Larh Creators; ຮູບຈາກ: ສຕລ