ວັນທີ 29 ພຶດສະພາ 2023 ນີ້, ທີ່ສູນສອບເສັງໂຮງຮຽນປະຖົມບ້ານໂພນສິມ ນະຄອນ ໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ເປີດຫົວບົດສອບເສັງຈົບຊັ້ນປໍ 5 ຂຶ້ນຢ່າງເປັນທາງການ ໂດຍການເຂົ້າຮ່ວມ ແລະ ໃຫ້ກຽດເປີດຕັດຫົວບົດສອບເສັງຂອງທ່ານ ປອ ສຸກສົມພອນ ອາໂນໄທ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານ ນາງ ພອນໄຊ ຊະນະວົງໄຊ ກຳມະການພັກນະຄອນ ຫົວໜ້າຫ້ອງການສຶກສາທິການ ແລະ ກິລານະຄອນ, ມີບັນດາທ່ານຄະນະກຳມະການຮັບພິດຊອບການສອບເສັງ ທີ່ໄດ້ຮັບການແຕ່ງຕັ້ງ, ແຂກຖືກເຊີນ ແລະ ນ້ອງນັກຮຽນເຂົ້າຮ່ວມເປັນສັກຂີພິຍານ.

ທ່ານ ແຖວຄຳ ສຸໂຂ ຮອງຫົວໜ້າໜ່ວຍງານສຶກສາພາກບັງຄັບ ກໍ່ໄດ້ລາຍງານໂດຍສັງເຂບໃຫ້ຮູ້ວ່າ: ທົ່ວນະຄອນ ໄກສອນ ພົມວິຫານມີສູນສອບເສັງຈົບຊັ້ນປໍ 5 ມີ 16 ສູນ, ມີ 109 ຫ້ອງສອບເສັງ,ສູນສອບເສັງ ໃນເທດສະບານມີ 09 ສູນ ແລະ ເຂດນອກເທດສະບານມີ 07 ສູນ, ໃນນັ້ນມີສູນສອບເສັງສາຍພາສາຝຣັ່ງ 01 ສູນ, ມີນັກສອບທັງໜົດ 2.121 ຄົນ, ຍິງ 1.022 ຄົນ, ມີນັກຮຽນສາຍພາສາຝຣັ່ງ 153 ຄົນ, ຍິງ 79 ຄົນ , ມີນັກສອບເສັງສົງ 19 ອົງ ແລະ ສູນປະຖົມສຶກສາສົມບູນສາມັກຄີ ໄດ້ຈັດສອບເສັງກ່ອນແລ້ວ ແຕ່ວັນທີ 17 ພຶດສະພາ ຜ່ານມາ, ມີວິຊາສອບເສັງ 04 ວິຊາຄື: ວິຊາພາສາລາວ,ຂຽນທວາຍ, ຄະນິດສາດ ແລະ ໂລກອ້ອມຕົວ ແລະ ກຳນົດສອບເສັງແມ່ນໃຊ້ເວລາ 2 ວັນ ຄື: ວັນທີ29-30 ພຶດສະພາ ຈິ່ງສຳເລັດ.

ໂອກາດເຂົ້າຮ່ວມ ທ່ານ ປອ ສຸກສົມພອນ ອາໂນໄທ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ຍັງເນັ້ນໃຫ້ຄະນະກຳການຍາມຫ້ອງສອບ ກໍ່ຄືນັກສອບເສັງວ່າ: ທຸກຄົນຕ້ອງຮັກສາລະບຽບທີ່ວາງອອກຢ່າງເຄັ່ງຄັດ ແລະ ມີວີໃນ, ຕ້ອງນຳໃຊ້ຄວາມຮູ້ ຄວາມສາມາດທີ່ຕົນເອງໄດ້ຮໍ່າຮຽນນຳຄູ-ອາຈານເຂົ້າໃນການສອບເສັງໃຫ້ມັນໄດ້, ເພາະວ່າການສອບເສັງແມ່ນເພິ່ນເອົາແຕ່ຄຸນນະພາບເປັນຫຼັກ ບໍ່ແມ່ນປະລິມານ, ທີ່ສຳຄັນ ລູກຫຼານເຮົາຕ້ອງມີຄວາມຮູ້ພ້ອມທາງດ້ານສຸຂະພາບ, ຈິດໃຈ ແລະ ບົດຮຽນທີໄດ້ຮຽນມາຕ້ອງໄດ້ທົບທວນ ແລະ ອ່ານຄືນ.

ໂດຍ :ຫ້ອງການ ຖະແຫລ່ງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນ ໄກສອນ ພົມວິຫານ