ຈີນ ປະສົບຜົນສຳເລັດ ຜະລິດເຮືອບິນ C919 ໃຫ້ບໍລິການຖ້ຽວປະຖົມມະລືກ

29 May 2023

ຄລິກແຊຣ໌ 0 Facebook WhatsApp

ສຳນັກຂ່າວ AFP ລາຍງານໃນວັນທີ 28 ພຶດສະພາຜ່ານມາວ່າ: China Eastern Airlines ສາຍການບິນຂອງຈີນ ໄດ້ປະສົບຜົນສຳເລັດໃນການນຳເຮືອບິນໂດຍສານ C919 ທີ່ຜະລິດຂຶ້ນໃນ ຈີນ ໃຫ້ບໍລິການຜູ້ໂດຍສານຄັ້ງທຳອິດ ເມື່ອວັນທີ 28 ພຶດສະພາຜ່ານມາ ຖືວ່າເປັນຖ້ຽວບິນຄັ້ງປະຖົມມະລືກ ແລະ ປະສົບຜົນສຳເລັດຄັ້ງສຳຄັນພາຍໃຕ້ຄວາມພະຍາຍາມທີ່ຈະຫັນມາເພິ່ງພາຕົນເອງຫຼາຍຂຶ້ນ.

C919 ເປັນເຮືອບິນທີ່ຜະລິດໂດຍບໍລິສັດການບິນແຫ່ງ ປະເທດຈີນ ( COMAC ) ເຊິ່ງໄດ້ຮັບການສະໜັບສະໜູນຈາກລັດຖະບານ ເຊິ່ງເລີ່ມພັດທະນາເມື່ອ 15 ປີ ກ່ອນໜ້ານີ້ ເພື່ອແຂ່ງຂັນກັບ ບໍລິສັດ ແອບັສ ຂອງເອີຣົບ ແລະ ໂບອິ້ງຂອງສະຫະລັດອາເມຣິກາ.

ຖ້ຽວບິນປະຖົມມະລືກດັ່ງກ່າວ ຂຶ້ນບິນເມື່ອເວລາປະມານ 10:32 ໂມງ ຈາກສະໜາມບິນສາກົນ ຊຽງໄຮ້ຫົງສຽວ ເຊິ່ງເປັນທີ່ຕັ້ງຂອງສຳນັກງານໃຫຍ່ ບໍລິສັດ COMAC ແລະ ສາຍການບິນ China Eastern Airlines ແລະ ໄດ້ລົງຈອດທີ່ສະໜາມບິນປັກກິ່ງ ໃນເວລາ 2 ຊົ່ວໂມງຕໍ່ມາ.

ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ໄດ້ສະແດງຄວາມຍ້ອງຍໍໂຄງການດັ່ງກ່າວວ່າ: ເປັນໄຊຊະນະຂອງນະວັດຕະກຳຈີນ, ໃນຂະນະດຽວກັນສື່ມວນຊົນຈີນ ໄດ້ເຜີຍແຜ່ຂ່າວເຖິງຄວາມສຳເລັດດັ່ງກ່າວ ວ່າເປັນຜົນສຳເລັດຂອງຄວາມກ້າຫານດ້ານອຸດສາຫະກຳ ແລະ ເປັນຄວາມພູມໃຈຂອງຊາດ.

ລາຍງານລະບຸວ່າ: ມາຮອດປັດຈຸບັນມີບັນດາສາຍການບິນໄດ້ສັ່ງຊື້ເຮືອບິນ C919 ແລ້ວ 1.200 ລຳ, ຫຼັງຈາກກ່ອໜ້ານີ້ ( ປີ 2022 ) ມີຄຳສັ່ງຊື້ຈາກລູກຄ້າ 32 ລາຍ ຢູ່ທີ່ 1.035 ລຳ ໂດຍ ບໍລິສັດ COMAC ຈະສາມາດຜະລິດເຮືອບິນໄດ້ປະມານ 150 ລຳຕໍ່ປີ, ຜູ້ຊ່ຽວຊານດ້ານການບິນຂອງຈີນ ລະບຸວ່າພຽງແຕ່ການສັ່ງຊື້ຈາກຕະຫຼາດພາຍໃນກໍມີຂະໜາດໃຫຍ່ພຽງພໍແລ້ວ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ