ປາເປົ້າ ໄພມະນີ ລາດສະບັນເທົາ ຕົວເຕັງມາເພື່ອມົງໃຫຍ່ Miss Universe Laos 2023

1105

ກັບມາຕາມກັນຕໍ່ໃນເວທີນາງງາມຈັກກະວານລາວ ທີ່ປີນີ້ເວທີຕ້ອງລຸກເປັນໄຟ ເພາະມີແຕ່ຕົວເດັດໆ ຄວາມສາມາດແໜ້ນໆທັງນັ້ນ ມາຮ່ວມປະກວດ ແລະ ໜຶ່ງໃນນັ້ນສາວຄົນນີ້ກັບມາອີກຄັ້ງ ແລະ ບໍ່ຢາກເປັນພຽງຮອງ ກັບມາເພື່ອຄອງມົງເທົ່ານັ້ນ ປາເປົ້າ ໄພມະນີ ລາດສະບັນເທົາ ຜູ້ເຂົ້າປະກວດໃນເວທີ Miss Universe Laos2023 ແລະ ໄດ້ເປັນຕົວແທນໃນການນຳສະເໜີແຂວງຜົ້ງສາລີ ເໜືອສຸດຂອງລາວນັ້ນເອງ.

อาจเป็นรูปภาพของ 1 คน และ ข้อความพูดว่า "MU PHONGSALY"

ມື້ນີ້ທີມຂ່າວບັນເທີງພາທຸກຄົນມາຮູ້ຈັກສາວງາມສຸດໝັ້ນ ແລະ ເປັນທີ່ຕິດຕາມທີ່ສຸດໃນການປະກວດປີນີ້ ແນະນໍາຮູ້ຈັກກັບສາວຄົນນີ້ໃຫ້ຫຼາຍຂຶ້ນ ປາເປົ້າ ໄພມະນີ ລາດສະບັນເທົາ ນຳສະເໜີແຂວງ ເໜືອສຸດປະເທດລາວ ຜົ້ງສາລີ ຮຽນຈົບຈາກມະຫາວິທະຍາໄລແຫ່ງຊາດ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ສາຂາບໍລິຫານທຸລະກິດ, ຮຽນຈົບວິທະຍາໄລລາວນາງໆຊາດ ພາກວິຊາພາສາອັງກິດທຸລະກິດ ເຊິ່ງປັດຈຸບັນເຮັດວຽກຢູ່ທະນາຄານພັດທະນາລາວ ຈຳກັດ ( LDB BANK ) ແລະ ເປັນທັງນາງແບບ/ນັກສະແດງອີກດ້ວຍ.

อาจเป็นรูปภาพของ 1 คน

ສໍາລັບຜົນງານໃນວົງການບັນເທີງຜ່ານມາ ແມ່ນເປັນທັງນາງແບບອາຊີບ ຕັ້ງແຕ່ປີ 2016 – ປັດຈຸບັນ ເດີນແບບໃນລາວ ແລະ ຕ່າງປະເທດ, ນາງແບບ Lao fashion week 2016 – 2022, ຄູຝຶກບຸກຄະລິກກະພາບນາງສາວລາວ 2019 – ປັດຈຸບັນ, ສະແດງຮູບເງົາ the signal ( ສົມທົບ ) ແລະ MV ( ມັກເຈົ້າແຮງ ), ຮອງອັນດັບ 1 Miss Universe Laos 2022, ຖ່າຍວາລະສານຂວັນໃຈ, ມະຫາຊົນ, lifestyle, trendy ແລະ ຜົນງານການຖ່າຍແບບຕ່າງໆ.

ສາວຄົນນີ້ດີກຣີຍັງບໍ່ທໍາມະດາ ເພາະມີຄວາມສາມາດພິເສດຢ່າງຫຼາກຫຼາຍ ບໍ່ວ່າຈະເປັນການເດີນແບບ, ຟ້ອນ, ເຕັ້ນ. ພອນສະຫວັນຂອງນ້ອງອີກຢ່າງໜຶ່ງກໍຄືການຮ້ອງເພງ, ພາກສຽງກາຕູນ.

อาจเป็นรูปภาพของ 1 คน และ ข้อความ

ປາເປົ້າ ຜ່ານມາເຄີຍປະກວດເວທີ Kuanjai Inspiration idol 2015 top10, Laos supermo del 2016 Top 10 ໄດ້ລາງວັນພິເສດ good personality, Miss Laos 2018 Top15 Photogenic ແລະ ເວທີ Miss universe Laos 2022 1st runner up ແຕ່ເວທີຜ່ານມາຍັງບໍ່ໄດ້ຕາມເປົ້າ ປີນີ້ເລີຍຕັດສິນໃຈລົງປະກວດອີກຄັ້ງ.

ສໍາລັບທັດສະນະຄະຕິ ຫຼື ຄະຕິປະຈໍາໃຈຂອງນ້ອງເປົ້າ ບອກວ່າ: ຕົນເອງເປັນຄົນໜຶ່ງທີ່ບໍ່ເຄີຍຍອມແພ້ ແລະ ກ້າຕັດສິນໃຈໃນການລົງມືເຮັດຕາມຄວາມຝັນຂອງຕົວເອງມາໂດຍຕະຫຼອດ… ບາງຄັ້ງອາດມີລົ້ມລຸກຄຸກຄານເປັນເລື່ອງທຳມະດາ ແຕ່ສິ່ງເຫຼົ່ານັ້ນລ້ວນເປັນບົດຮຽນທີ່ເຮັດໃຫ້ຕົວເອງພັດທະນາຂຶ້ນ ແລະ ສິ່ງທີ່ ເປົ້າ ໄດ້ບອກຕົວເອງສະເໝີແມ່ນ ຕ້ອງເຊື່ອໝັ້ນໃນຕົວເອງ ແລະ ລົງມືເຮັດມັນຈົນ ກວ່າສຳເລັດ! ເພາະຄວາມຝັນນັ້ນ ເຖິງໄກສໍ່າໃດ ເປົ້າ ກໍຈະເອົາມັນມາໃຫ້ໄດ້! ແລະ ຄະຕິປະຈຳໃຈແມ່ນ “ ຖ້າບໍ່ເຮັດມື້ນີ້, ແລ້ວມື້ໃດ? ຖ້າບໍ່ແມ່ນຕົວເອງທີ່ຕັດສິນໃຈ ແລ້ວໃຜຈະເປັນຄົນລົງມືເຮັດ ”.

อาจเป็นรูปภาพของ 1 คน

ສ່ວນສະເປັກຂອງນ້ອງ ເປັນຄົນທີ່ຈະເຂົ້າມາເປັນຄູ່ຄິດ ເປັນກໍາລັງໃຈແມ່ນມັກຄົນທີ່ມີທັດສະນະຄະຕິດີ, ເປັນຄົນມີຄວາມຄິດລິເລີ່ມຕະຫຼອດເວລາ, ເຂົ້າໃຈຜູ້ອື່ນ ແລະ ເປັນພະລັງບວກໃຫ້ກັບທຸກຄົນທີ່ຢູ່ອ້ອມຂ້າງ ທີ່ສຳຄັນຢູ່ນຳແລ້ວສະບາຍໃຈ ເພາະປັດຈຸບັນເຮົາຕ່າງກໍພົບເລື່ອງລາວຫຼາກຫຼາຍຢ່າງໃນແຕ່ລະມື້ ແລະ ຕ້ອງເປັນ safe zone ໃຫ້ກັນ ແລະ ກັນ.

อาจเป็นรูปภาพของ 1 คน

ໃນການປະກວດຄັ້ງນີ້ ຖ້າໄດ້ເປັນ Miss Universe ນ້ອງຄິດວ່າສິ່ງທີ່ນ້ອງຈະເຮັດເພື່ອສັງຄົມ ແນ່ນອນວ່າ ສິ່ງທີ່ ເປົ້າ ຕັ້ງໃຈສານຕໍ່ແມ່ນໂຄງການຂອງເປົ້າ ຄື: “ ໂຄງການການສົ່ງເສີມອາຊີບຊາວຊ່າງຫັດຖະກຳລາວ ” ທີ່ເປັນອາຊີບຂອງແມ່ຍິງລາວທີ່ຊົງຄຸນຄ່າ ເພາະເປັນຜູ້ຖ່າຍທອດວັດທະນະທຳ ແລະ ເອກະລັກຜ່ານຜືນຜ້າລາວໃຫ້ຊາວໂລກໄດ້ເຫັນ ແລະ ເປົ້າເຊື່ອວ່າອາຊີບນີ້ ສາມາດເປັນ soft power ໃຫ້ກັບສັງຄົມລາວຈາກສີມືຂອງແມ່ຍິງລາວໄດ້ ຖ້າໄດ້ຮັບການສົ່ງເສີມຖືກຈຸດ ເຊິ່ງເປັນສິ່ງໜຶ່ງທີ່ສາມາດສົ່ງເສີມອາຊີບ ພູມປັນຍາ ຜະລິດຕະພັນຈາກແມ່ຍິງລາວ ພ້ອມທັງເປັນການຂັບເຄື່ອນເສດຖະກິດລາວໃນຕົວ.

อาจเป็นรูปภาพของ 1 คน

ສຸດທ້າຍນີ້, ສາວປາເປົ້າ ຍັງຝາກເຖິງທຸກຄົນທີ່ເຊຍວ່າ: ຂອບໃຈທຸກຄົນທີ່ສົ່ງກຳລັງໃຈໃຫ້ ເປົ້າສັນຍາວ່າຈະເຮັດໃຫ້ເຕັມທີ່ໃນທຸກໆມື້ ແລະ ເຊື່ອວ່າປີນີ້ຈະຕ້ອງເປັນປີຂອງຜົ້ງສາລີ ຝາກທຸກຄົນໃຫ້ກຳລັງໃຈ ປາເປົ້າ ໃນນາມຜົ້ງສາລີ ນ້ອຍໆຄົນນີ້ແດ່ເດີ ຕິດຕາມຜົນງານສາວງາມຄົນນີ້ໄດ້ທີ່ເພຈເຟສບຸ໊ກສ່ວນຕົວ Papao Phaimany.