ສໍາເລັດຢ່າງຈົບງາມ ການແຂ່ງຂັນບານເຕະ ແລະ ກີລາມວນຊົນ ຊີງຂັນຜູ້ອຳນວຍການຝ່າຍການຂາຍ ເບຍລາວ

121

ສະມາຄົມນັກທຸລະກິດຮ້ານອາຫານລາວ ຮ່ວມກັບຝ່າຍການຂາຍ ແລະ ການຕະຫຼາດ ບໍລິສັດ ເບຍລາວ ຈຳກັດ ຈະຈັດການແຂ່ງຂັນກີລາບານເຕະ ຮຸ່ນອາຍຸ 35 ປີຂຶ້ນໄປ ແລະ ກີລາມວນຊົນ 4 ພາກສ່ວນ ຊີງຂັນທ່ານຜູ້ອຳນວຍການ ຝ່າຍການຂາຍ ບໍລິສັດ ເບຍລາວ ຈຳກັດ ໃນວັນທີ 26 ພຶດສະພາ 2023 ທີ່ເດີນກູດໄລທ໌ ເພື່ອເປັນການເປີດສາຍພົວພັນມິດຕະພາບ ລະຫວ່າງ 4 ພາກສ່ວນ ໃຫ້ມີຄວາມຮັດແໜ້ນສາມັກຄີແລກປ່ຽນບົດຮຽນ ແນໃສ່ສ້າງຂະບວນການສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອນສາກົນ 1 ມິຖຸນາ 2023 ໃຫ້ມີຄວາມໝາຍຢ່າງເລີກເຊິ່ງ.

ກິດຈະກຳໃນຄັ້ງນີ້ ແມ່ນນອນໃນແຜນໂຄງການປະຈຳປີ 2023 ຂອງສະມາຄົມຂອງພວກເຮົາ ເພື່ອຈະໄດ້ສືບຕໍ່ສົ່ງເສີມທຸລະກິດຂອງຮ້ານອາຫານທີ່ນອນໃນສະມາຊິກຂອງສະມາຄົມ ອີກດ້ານໜຶ່ງກໍຍັງເປັນການເປີດສາຍພົວພັນມິດຕະພາບ ລະຫວ່າງ 4 ພາກສ່ວນ ໃຫ້ມີຄວາມຮັດແໜ້ນສາມັກຄີແລກປ່ຽນບົດຮຽນ ແນໃສ່ສ້າງຂະບວນການສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອນສາກົນ 1 ມິຖຸນາ 2023 ໃຫ້ມີຄວາມໝາຍຢ່າງເລີກເຊິ່ງ.

ການແຂ່ງຂັນລາຍການດັ່ງກ່າວ ຈັດຂຶ້ນ ໃນັວນທີ 26 ພຶດສະພານີ້ ທີ່ສະໜາມກີລາບານເຕະຫຍ້າທ່ຽມ ກູດໄລ໌ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ມີບັນດານັກກີລາຈາກ 4 ພາກສ່ວນ ປະກອບມີ ສະມາຄົມນັກທຸລະກິດຮ້ານອາຫານລາວ, ບໍລິສັດ ເບຍລາວ ຈຳກັດ, ສຳນັກງານປົກຄອງເມືອງສີໂຄດຕະບອງ ແລະ ກຸ່ມສື່ມວນຊົນສາຍກີລາ ເຂົ້າຮ່ວມ 300 ກວ່າຄົນ, ໃນນັ້ນ ຈະມີການແຂ່ງຂັນກີລາບານເຕະຊາຍ ຮຸ່ນອາຍຸ 35 ປີຂຶ້ນໄປ ເປັນການພົບກັນລະຫວ່າງ ທີມບໍລິສັດ ເບຍລາວ ຈຳກັດ ພົບກັບ ກຸ່ມສື່ມວນຊົນສາຍກີລາ ແລະ ສະມາຄົມນັກທຸລະກິດຮ້ານອາຫານລາວ ພົບກັບ ສຳນັກງານປົກຄອງເມືອງສີໂຄດຕະບອງ. ນອກຈາກນັ້ນ, ກໍຍັງຈະມີການແຂ່ງຂັນກີລາມວນຊົນ ເຊັ່ນກີລາດອກປີກໄກ່ ປະເພດທີມຄູຊາຍ, ກີລາເປຕັງ ປະເພດທີມຊຸດຊາຍ ຫຼື ທີມຊຸດປະສົມຍິງ-ຊາຍ ແລະ ກິດຈະກຳອື່ນໆອີກ.

ຜ່ານການແຂ່ງຂັນປາກົດວ່າ:
-ແຊັມ: ທີມສຳນັກງານປົກຄອງເມືອງສີໂຄດຕະບອງ
-ອັນດັບ 2: ທີມສື່ມວນຊົນສາຍກິລາ Lao Sports Media
-ອັນດັບ 3 ຮ່ວມ: ທີມສະມາຄົມນັກທຸລະກິດຮ້ານອາຫານລາວ ແລະ ທີມບໍລິສັດ ເບຍລາວ ຈຳກັດ


ຂ່າວ-ຮູບ: Larh Creators