W.I.G ຄອງຄວາມຍິ່ງໃຫຍ່ອີກຄັ້ງກວາດແຊັມ 2 ຮຸ່ນ ໃນບານເຕະ ມາສດາ ຊາເລັນ ຄັບ 2023

480

ສະໂມສອນບານເຕະເຍົາວະຊົນ ດັບເບິລຢູໄອຈີ ນາຄາ ( W.I.G NAGA ) ຄອງຄວາມຍິ່ງໃຫຍ່ອີກຄັ້ງ ໃນການແຂ່ງຂັນບານເຕະເຍົາວະຊົນທີ່ ສປປ ລາວ ດ້ວຍການກວາດໄປເຖິງ 3 ແຊັມເຖິງ 2 ຮຸ່ນຄື ຢູ 10 ປີ ແລະ ຢູ 12 ປີ ໃນລາຍການ Mazda Challenge Cup 2023 ຄັ້ງທີ 3 ເມື່ອວັນຍທີ 28 ພຶດສະພາ 2023.

ທ່ານ ທິບພະເນດ ແກ້ວມະນິວົງ ປະທານບໍລິສັດ ແກ້ວໂອໂຕກຣຸບ ຈຳກັດ ຕົວແທນຈຳໜ່າຍລົດໃຫຍ່ ຍີ່ຫໍ້ ມາສດາ Mazda ພຽງຜູ້ດຽວໃນສປປ ລາວ ແລະ ທັງເປັນປະທານສະໂມສອນ ມາສດາ ລາວ ຈີບີ ເອັຟຊີ ກ່າວໃນພິທີປິດການແຂ່ງຂັນລາຍການດັ່ງກ່າວວ່າ: ການແຂ່ງຂັນຄັ້ງນີ້ມີເຖິງ 3 ຮຸ່ນ ກໍຄື ຢູ 10, 12 ແລະ 14 ປີ ໂດຍທັງ 3 ຮຸ່ນດັ່ງກ່າວ ມີທີມເຂົ້າຮ່ວມທັງໝົດ 42 ທີມ, ໃນນັ້ນມີ 3 ສະໂມສອນ ຈາກປະເທດເພື່ອບ້ານ ປະເທດໄທ ເຂົ້າຮ່ວມຊີງໄຊ ແລະ ທີ່ເຫຼືອແມ່ນສະໂມສອນໃນນະຄອນຫຼວງ, ຊຽງຂວາງ, ຫຼວງພະບາງ, ອຸດົມໄຊ ແລະ ໄຊຍະບູລີ ໂດຍລາຍການນີ້ ຈັດຂຶ້ນ ເປັນຄັ້ງທີ 3 ກໍເພື່ອເປັນການສ້າງໂອກາດ ແລະ ສົ່ງເສີມນັກກີລາເຍົາວະຊົນລາວໃຫ້ມີການເຄື່ອນໄຫວພັດທະນາຢ່າງຕໍ່ເນື່ອງ ແນໃສ່ເຮັດໃຫ້ວົງການກີລາບານລາວ ໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍໆ ແລະ ສາມາດກ້າວໄປເປັນນັກກີລາລະດັບອາຊີບໃນອະນາຄົດ ກໍຄື ຕິດທີມຊາດ.

ການແຂ່ງຂັນແມ່ນຈັດໃນລະຫວ່າງວັນທີ 27-28 ພຶດສະພາ 2023 ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ( ສະໜາມນອກ ) ໂດຍ ຢູ 10 ມີ 10 ສະໂມສອນເຂົ້າຮ່ວມແຂ່ງຂັນ ແບ່ງອອກເປັນ 2 ສາຍ, ຢູ 12 ມີ 16 ທີມເຂົ້າຮ່ວມແບ່ງອອກເປັນ 4 ສາຍ ແລະ ຢູ 14 ມີ 13 ສະໂມສອນເຂົ້າຮ່ວມແບ່ງອອກເປັນ 4 ສາຍ ເພື່ອຄັດເອົາທີມອັນດັບ 1 ແລະ 2 ຂອງກຸ່ມເຂົ້າຮອບນ໊ອກເອົ້າ.

ຜ່ານການແຂ່ງຂັນປາກົດວ່າ: W.I.G NAGA ຢູ 10 ກັບ ຢູ 12 ສ້າງຜົນງານຢ່າງໂດດເດັ່ນຜ່ານເຂົ້າເຖິງຮອບຊີງຊະນະເລີດພົບກັບ PKP Luangprabang ທີມຈາກຫຼວງພະບາງ ທີ່ສ້າງຜົນໂດດເດັ່ນເຊັ່ນດຽວກັນທັງ 2 ຮຸ່ນດັ່ງກ່າວ ເຊິ່ງຮອບຊີງຊະນະເລີດ ຢູ 10 W.I.G NAGA ຍິງ 4 ປະຕູລວດໃນເຄິ່ງເວລາທີ 2 ເອົາຊະນະ ຢູ 10 PKP 4-0 ຄວ້າແຊັມໄປຄອງ, ສ່ວນ ຢູ 12 W.I.G NAGA ກໍໂດດເດັ່ນຂຶ້ນນໍາ PKP ກ່ອນ 1-0 ກ່ອນຈະຈົບທີ 2-2 ຕ້ອງໄປດວນຈຸດໂທດຕັດສິນ ປາກົດວ່າ: W.I.G NAGA ຄົມກວ່າເອົາຊະນະໄປ 2-1.

ສ່ວນຮຸ່ນອາຍຸບໍ່ເກີນ 14 ປີ ສະໂມສອນ ຄໍາໄສ ອະຄາເດມີ ( Khamsay Academy ) ຜ່ານເຂົ້າຮອບຊີງຊະນະເລີດ ກ່ອນບຽດເອົາຊະນະ ວອນທະບິງ ( Vonthabing Luangprabang ) ທີມຈາກຫຼວງພະບາງ 2-1 ຄວ້າແຊັມໄປຄອງ ສະຫຼຸບລາຍການນີ້ມີການຊີງໄຊ 3 ຮຸ່ນປາກົດວ່າ: W.I.G NAGA ຄວ້າໄປ 2 ຮຸ່ນຄື ຢູ 10 ກັບ 12, ສ່ວນອີກ 1 ຮຸ່ນຄືຢູ 14 ແຊັມຕົກເປັນຂອງ Khamsay Academy.

ສໍາລັບ W.I.G NAGA ເປັນສະໂມສອນບານເຕະເຍົາວະຊົນ ທີ່ມາແຮງສຸດໆ ນັບແຕ່ປີ 2021 ເປັນຕົ້ນມາດ້ວຍການກວາດແຊັມຫຼາຍໆລາຍການທັງພາຍໃນ ແລະ ປະເພດເພື່ອນບ້ານຢ່າງປະເທດໄທ ເຊິ່ງການເຂົ້າຮ່ວມການແຂ່ງຂັນໃນລາຍການ Mazda Challenge Cup 2023 ຖືວ່າປະສົບຜົນສໍາເລັດເກີນຄາດ ເພາະສົ່ງເຂົ້າຮ່ວມ 2 ຮຸ່ນໄດ້ແຊັມທັງໝົດ.
ຂ່າວ-ຮູບ: Larh Creators

ນອກຈາກລາງວັນດັ່ງກ່າວ ກໍຍັງມີ ລາງວັນດີເດັ່ນແຕ່ລະຮຸ່ນອີກດ້ວຍ ສະເພາະລາງວັນໃນ ຢູ-10 ກໍຄື ປະຕູດີເດັ່ນເປັນຂອງ PKP, ນັກກິລາດີເດັ່ນ ເປັນຂອງ W.I.G NAGA ແລະ ໂຄດດີເດັ່ນກໍເປັນຂອງ W.I.G NAGA.
ສ່ວນ ຢູ-12 ປະຕູດີເດັ່ນເປັນຂອງ W.I.G NAGA, ນັກກິລາດີເດັ່ນ ເປັນຂອງ W.I.G NAGA ແລະ ໂຄດດີເດັ່ນກໍເປັນຂອງ PKP.
ຂະນະທີ່ ຢູ-14 ປະຕູດີເດັ່ນເປັນຂອງ Mazda Lao GB Fc, ນັກກິລາດີເດັ່ນ ເປັນຂອງ Khamsay ແລະ ໂຄດດີເດັ່ນກໍເປັນຂອງ Vonthabing Luangprabang