ຈັດປະຊຸມສຳມະນາ ວ່າດ້ວຍ ການຫັນເປັນດິຈິຕ໋ອນກຸ່ມຂໍ້ມູນຜູກພັນ 4.0 ເພື່ອພັດທະນາເສດຖະກິດດິຈິຕ໋ອນລາວ

166

“ ກອງປະຊຸມສໍາມະນາລະດັບລັດຖະມົນຕີ ວ່າດ້ວຍ ການຫັນເປັນດິຈິຕ໋ອນກຸ່ມຂໍ້ມູນຜູກພັນ 4.0 ເພື່ອພັດທະນາເສດຖະກິດດິຈິຕ໋ອນ ຂອງ ສປປ ລາວ ” ເສີມການຫັນເປັນດິຈິຕ໋ອນ, ພັດທະນາເສດຖະກິດດິຈິຕ໋ອນ ບົນພື້ນຖານການນຳໃຊ້ເຕັກໂນໂລຊີກຸ່ມຂໍ້ມູນຜູກພັນ ແລະ ສ້າງຄວາມຮັບຮູ້, ເຂົ້າໃຈ ແລະ ເປັນເອກະພາບໃນການຜັນຂະຫຍາຍຈັດຕັ້ງປະຕິບັດ ນຳໃຊ້ເຕັກໂນໂລຊີໃນການສ້າງເສດຖະກິດດິຈິຕ໋ອນ.

ໃນວັນທີ 26 ພຶດສະພາ 2023 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ໄດ້ມີ “ກອງປະຊຸມສໍາມະນາລະດັບລັດຖະມົນຕີ ວ່າດ້ວຍ ການຫັນເປັນດິຈິຕ໋ອນກຸ່ມຂໍ້ມູນຜູກພັນ 4.0 ເພື່ອພັດທະນາເສດຖະກິດດິຈິຕ໋ອນ ຂອງ ສປປ ລາວ” ໂດຍການເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີບັນດາ ທ່ານ ຮອງນາຍົກລັດຖະມົນຕີ, ບັນດາລັດຖະມົນຕີ, ຜູ້ວ່າການທະນາຄານແຫ່ງ, ສະຖາບັນຄົ້ນຄວ້າເສດຖະກິດ-ສັງຄົມແຫ່ງຊາດ, ກົມ, ຫ້ອງການ ແຂກຮັບເຊີນທັງພາຍໃນ ແລະ ຕ່າງປະເທດ.

อาจเป็นรูปภาพของ 5 คน

ທ່ານ ສອນໄຊ ສີພັນດອນ ໄດ້ກ່າວວ່າ: ກອງປະຊຸມສຳມະນາຄັ້ງນີ້ ຈັດຂຶ້ນໂດຍມີຈຸດປະສົງ ເພື່ອສົ່ງ ເສີມການຫັນເປັນດິຈິຕ໋ອນຂອງ ສປປ ລາວ, ພັດທະນາເສດຖະກິດດິຈິຕ໋ອນ ບົນພື້ນຖານການນຳໃຊ້ເຕັກໂນໂລຊີກຸ່ມຂໍ້ມູນຜູກພັນ (Blockchain Technology) ແລະ ສ້າງຄວາມຮັບຮູ້, ເຂົ້າໃຈ ແລະ ເປັນເອກະພາບໃນການຜັນຂະຫຍາຍຈັດຕັ້ງປະຕິບັດ ວິໄສທັດການພັດທະນາເສດຖະກິດດິຈິຕ໋ອນແຫ່ງຊາດ ໄລຍະ 20 ປີ (2021-2040), ຍຸດທະສາດການພັດ ທະນາເສດຖະກິດດິຈິຕ໋ອນແຫ່ງຊາດ ໄລຍະ 10 ປີ (2021-2030), ແຜນພັດ ທະນາເສດຖະກິດດິຈິ ຕ໋ອນແຫ່ງຊາດ ໄລຍະ 5 ປີ (201-2025) ຂອງ ສປປ ລາວ ແລະ ການນຳໃຊ້ເຕັກໂນໂລຊີກຸ່ມຂໍ້ມູນຜູກພັນໃນການສ້າງເສດຖະກິດດິຈິຕ໋ອນ.

อาจเป็นรูปภาพของ 11 คน และ ข้อความ

ທ່ານ ນາຍົກລັດຖະມົນຕີ ຍັງກ່າວອີກວ່າ: ປັດຈຸບັນນີ້, ການຫັນເປັນດິຈິຕອນ ກໍາລັງດຳເນີນຢ່າງເປັນຂະບວນຟົດຟື້ນ ແລະ ຂະຫຍາຍຕົວຢ່າງແຂງແຮງ ໃນທົ່ວໂລກ, ເກືອບວ່າທຸກປະເທດໃນໂລກ ໄດ້ວາງຍຸດທະສາດ ໃນການຫັນເປັນດິຈິຕອນ ໃນນັ້ນມີບາງປະເທດກໍຍັງຢູ່ໃນຂັ້ນເລີ່ມຕົ້ນ ແຕ່ກໍມີຫຼາຍປະເທດໄດ້ຫັນເປັນດິຈິຕອນໃນຫຼາຍຂົງເຂດການພັດທະນາເສດຖະກິດ-ສັງຄົມ, ເຊັ່ນ: ການຜະລິດ, ການຄ້າ, ການເງິນ, ການສຶກສາ ແລະ ການບໍລິການແບບດິຈິຕອນ. ເຕັກໂນໂລຊີດິຈິຕອນ ໄດ້ສ້າງກາລະໂອກາດໃໝ່ ແລະ ສິ່ງທ້າທາຍຢ່າງ ໃຫ້ກັບການດຳລົງຊີວິດ, ເສດຖະກິດ ແລະ ສັງຄົມຂອງປະເທດ.

อาจเป็นรูปภาพของ 4 คน และ ข้อความ

ພວກເຮົາຈະຕ້ອງພ້ອມກັນຕັດສິນໃຈສູງ ເພື່ອຊຸກຍູ້ສົ່ງເສີມ ແລະ ຂະຫຍາຍການນຳໃຊ້ເຕັກໂນໂລຊີດິຈິຕອນໃຫ້ກວ້າງຂວາງ ແລະ ມີປະສິດທິພາບສູງ ເປັນຕົ້ນ ເຕັກໂນໂລຊີກຸ່ມຂໍ້ມູນຜູກພັນ (Blockchain Technology), ເຕັກໂນໂລຊີປັນຍາປະດິດ (AI), ລະບົບສື່ສານຄວາມໄວສູງ (High Speed Internet), ອິນເຕີເນັດແຫ່ງສັບພະສິ່ງ (IoT), ຄັງຂໍ້ມູນມະຫາສານ (Big Data), ລະບົບຄລາວ (Cloud Computing), ກະເປົາເງິນເອເລັກໂຕຣນິກ (E-Wallet), ລະບົບທຸລະກຳທາງເອເລັກໂຕຣນິກ (E-Transaction), ການຊຳລະສະສາງແບບເອເລັກໂຕຣນິກ (E-Payment) ແລະ ຂໍ້ມູນສະເໝືອນຈິງ (VR/AU) ທີ່ຈະຊ່ວຍເພີ່ມກຳລັງແຮງໃຫ້ປະຊາຊົນ, ຜູ້ປະກອບການ ສາມາດສ້າງກາລະໂອກາດໃໝ່, ການບໍລິການໃໝ່ ນຳພາໄປສູ່ການປ່ຽນແປງໄວ, ກ້າວສູ່ການພັດທະນາແບບກ້າວກະໂດດຂອງເສດຖະກິດ-ສັງຄົມ ແລະ ການປົກຄອງບໍລິຫານລັດ.

อาจเป็นรูปภาพของ 5 คน, แท่นบรรยาย และ ข้อความ

ປັດຈຸບັນ ຫຼາຍໆປະເທດໃນໂລກ ກໍໄດ້ເອົາໃຈໃສ່ພັັດທະນາບັນດາເຕັກໂນໂລຊີເຫຼົ່ານີ້ເຂົ້າໃນທຸກວຽກງານ ເພື່ອສ້າງໃຫ້ເປັນເມືອງອັດສະຣິຍະ (Smart City), ລັດຖະບານອັດສະຣິຍະ (Smart Government), ເສດຖະກິດອັດສະຣິຍະ (Smart Economy), ສັງຄົມອັດສະຣິຍະ (Smart community), ການດຳລົງຊີວິດແບບອັດສະຣິຍະ (Smart Living) ເພື່ອກ້າວໄປສູ່ອຸດສະຫະກຳ 4.0 ຢ່າງເຕັມຮູບແບບ. ເຊິ່ງທັງໝົດນີ້ ຈະນຳພາໄປສູ່ການຫັນປະເທດເຮົາໃຫ້ເປັນອຸດສາຫະກຳ ແລະ ທັນສະໄໝຢ່າງໜັກແໜ້ນຕາມແນວທາງທີ່ພັກວາງໄວ້.