ລາວ ມາເລເຊຍ ລົງນາມສຶກສາຄວາມເປັນໄປໄດ້ ໃນການຮ່ວມມືດ້ານພະລັງງານ ແລະ ພັດທະນາແຫຼ່ງຜະລິດ

92

ລັດວິສາຫະກິດໄຟຟ້າລາວ ແລະ ບໍລິສັດ ທີເອັນບີ ພາວເວີ ເຈນເນີເຣຊັນ ປະເທດມາເລເຊຍ (TNB Power Generation Sdn. Bhd.) ຮ່ວມລົງນາມບົດບັນ ທຶກຊ່ວຍຈໍາ ວ່າດ້ວຍການສືກສາຄວາມເປັນໄປໄດ້ ໃນການຮ່ວມມືດ້ານພະລັງງານ ແລະ ພັດທະນາແຫຼ່ງຜະລິດຢູ່ ລາວ ໃນອະນາຄົດ, ຖືເປັນບາດກ້າວສຳຄັນໜຶ່ງຂອງ ສປປ ລາວ ໃນການເປັນໝໍ້ໄຟຟ້າແຫ່ງອາຊຽນ
ພິທີລົງນາມບົດບັນທຶກຊ່ວຍຈໍາວ່າດ້ວຍການສຶກສາຄວາມເປັນໄປໄດ້ໃນການ ຮ່ວມມືດ້ານພະລັງງານ ແລະ ພັດທະນາແຫຼ່ງຜະລິດລະຫວ່າງ ລາວ ແລະ ມາເລເຊຍ.

May be an image of 6 people, dais and text

ພິທີຈັດຂຶ້ນໃນວັນທີ 25 ພຶດສະພາ 2023 ທີ່ນະຄອນຫຼວງວຽງຈັນ, ຮ່ວມລົງນາມໂດຍ ທ່ານ ຈັນທະບູນ ສຸກອາລຸນ ຜູ້ອໍານວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ແລະ ທ່ານ ດາໂຕະ ອິນເດຣາ ອິລ ບາຮາຣິນ ດິນ (Dato Ir. Baharin Din) ປະທານສະພາບໍລິຫານ ບໍລິສັດ ທີເອັນບີ ພາວເວີ ເຈນເນີເຣຊັນ ປະເທດມາເລເຊຍ ເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ແອັດດີ້ ອີຣາວານ ມາໝຸດ ເອກອັກຄະຣາຊະທູດມາເລເຊຍ ປະຈໍາລາວ, ການນຳຂອງກະຊວງ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງສອງຝ່າຍ.

May be an image of 1 person, dais and text that says 'Between Electricite Du Laos (EDL) And TNB Power Generation Sdn. Bhd y and Investment Collaboration in Renewable Ene ntiane, Lao PDR'
ບໍລິສັດ ທີເອັນບີ ພາວເວີ ເຈນເນີເຣຊັນ ເປັນບໍລິສັດໄຟຟ້າແຫ່ງຊາດຂອງປະເທດ ມາເລເຊຍ, ມີການຮ່ວມມືກັບລັດວິສາຫະກິດໄຟຟ້າລາວໃນ ໄລຍະຜ່ານມາ, ໃນການສຶກສາຄວາມເປັນໄປໄດ້ ເພື່ອຊື້-ຂາຍພະລັງງານໄຟຟ້າຂ້າມຊາຍແດນໃນພາກພື້ນອາຊຽນ ເປັນຄັ້ງທໍາອິດ, ພາຍໃຕ້ໂຄງການຮ່ວມມືດ້ານພະລັງງານໄຟຟ້າລະຫວ່າງ 3 ປະເທດ ລາວ-ໄທ ແລະ ມາເລເຊຍ ໃນການສົ່ງອອກໄຟຟ້າໄປຂາຍຢູ່ ສິງກະໂປ, ປະກອບ ສ່ວນເຮັດໃຫ້ປະເທດລາວ ກາຍເປັນໝໍ້ໄຟຟ້າແຫ່ງອາຊຽນຢ່າງແທ້ຈິງ.

May be an image of 9 people, dais and text
ການຮ່ວມລົງນາມສຶກສາຄວາມເປັນໄປໄດ້ໃນຮ່ວມມືດ້ານພະລັງງານ ແລະ ພັດທະນາແຫຼ່ງຜະລິດລະຫວ່າງລາວ ແລະ ມາເລເຊຍໃນຄັ້ງນີ້ ໄດ້ກາຍເປັນຄູ່ຮ່ວມຍຸດທະສາດທາງທຸລະກິດດ້ານພະລັງງານລະຫວ່າງສອງບໍລິສັດ, ໂດຍນໍາໃຊ້ແຫຼ່ງພະລັງງານໝູນວຽນທີ່ປະເທດລາວມີທ່າແຮງ, ນອກຈາກ ເປັນຜູ້ສະໜອງພະລັງງານໃຫ້ບັນດາປະເທດໃກ້ຄຽງແລ້ວ, ສປປ ລາວ ຍັງມີວິໄສທັດໃນການຈັດຕັ້ງປະຕິບັດໝໍ້ໄຟຟ້າແຫ່ງອາຊຽນ ດ້ວຍການຊື້-ຂາຍ ແລະ ແລກປ່ຽນໄຟຟ້າພາຍໃນພາກພື້ນອາຊຽນ.

May be an image of 12 people, dais and text that says 'Memorandum of Understanding (MOU) Signing Ceremony Between ไฟป้าลาด Electricite Du Laos (EDL) LECTRICITE And Energy and T.Power Generation Sdn. Bhd. Power tment abora in Re able ergy Projects in Lao PDR.'
ທ່ານ ຈັນທະບູນ ສຸກອາລຸນ ກ່າວວ່າ: ປະຈຸບັນ ສປປ ລາວ ເປັນຜູ້ນຳໃນດ້ານການພັດທະນາແຫຼ່ງຜະລິດພະລັງງານນຳ້ ເຊິ່ງມີເຖິງ 80 ແຫຼ່ງຜະລິດພະລັງງານທີ່ກຳລັງຜະລິດຢູ່, ໃນການຮ່ວມມືກັບ TNB ໃນຄັ້ງນີ້, ພວກເຮົາສາມາດເພີ່ມປະລິມານການຜະລິດ ແລະ ກໍເປັນກຽດທີ່ໄດ້ຮ່ວມມືກັບ TNB ຈົນນຳມາເຖິງການເຊັນບົດບັນທຶກຄວາມເຂົ້າໃຈຄັ້ງນີ້ ໃນການໃນການຮ່ວມມືດ້ານພະລັງງານທົດແທນ ແລະ ພັດທະນາແຫຼ່ງຜະລິດ ຢູ່ ສປປ ລາວ ແລະ ເປັນໂອກາດໃຫ້ແກ່ການຮ່ວມມືທາງທຸລະກິດອື່ນໆລະຫວ່າງສອງຝ່າຍ