ສະຖາບັນຣັຕນະ ບໍລິຫານທຸລະກິດປະກວດແຂ່ງຂັນສິລະປະ

44

ສະຖາບັນຣັຕນະ ບໍລິຫານທຸລະກິດປະກວດແຂ່ງຂັນສິລະປະປະຈໍາປີ 2023 ຂຶ້ນ ໃນວັນທີ 26 ພືດສະພາ 2023 ທີ່ສະຖາບັນ ຣັຕນະ ເຂົ້າຮ່ວມຂອງ ທ່ານ ປອ. ສົມເພັດ ຣັຕນະສີມ, ປະທານສະພາບໍລິຫານສະຖາບັນຣັຕນະ, ທ່ານ ພອນສະຖິດ ພຸດທະບົວວອນ, ຮອງຫົວໜ້າສູນບໍລິການທະນາຄານ ຮ່ວມພັດທະນາ ສາຂາ ຈີນາຍໂມ້ ມີຄະນະອຳນວຍການ-ຄະນະບໍລິຫານສະຖາບັນຣັຕນະບໍລິຫານ ທຸລະກິດ ແລະ ນ້ອງນັກສຶກສາເຂົ້າຮວມ.

May be an image of 1 person and dais
ທ່ານ ປອ. ບຸນເທືອງ ມຸນລາສີ ຜູ້ອໍານວຍການ ສະຖາບັນຣັຕນະ ໄດ້ກ່າວວ່າ: ໂດຍປະຕິບັດຕາມ 5 ຫຼັກມູນການສຶກສາ, ມື້ນີ້ ສະບັນຣັຕນະບໍລິຫານທຸລະກິດໄດ້ຈັດຕັ້ງການແຂ່ງຂັນສິລະປະວັນນະຄະດີຂຶ້ນ ເພື່ອຮັກສາມູນເຊື້ອສິລະປະວັນນະຄະດີຂອງຊາດລາວ ແລະ ເພື່ອສົ່ງເສີມ ແລະ ພັດທະນາສິລະປະວັດທະນະທຳໃຫ້ສູງຂຶ້ນໃນເວທີພາກພື້ນ ແລະ ສາກົນ. ງານຄັ້ງນີ້ຍັງເປັນການສ້າງມີດຕະພາບ, ຄວາມສາມັກຄີ ຮັກແພງລະຫວ່າງນັກສຶກສາດ້ວຍກັນ ແລະ ລະຫວ່າງນັກສຶກສາກັບຄູ-ອາຈານ.

May be an image of 10 people, table, dais and text
ທ່ານກ່າວວ່າ: ສະຖາບັນພວກເຮົາໄດ້ຈັດງານ ຫຼື ຈັດເວທີດັ່ງກ່າວຂຶ້ນທຸກໆປີ ເພື່ອເປີດໂອກາດໃຫ້ນັກສຶກສາກໍຄືຊາວໜຸ່ມໄດ້ສະແດງອອກເຊິ່ງທັກສະ ຫຼື ພອນສະຫວັນ, ຄວາມກ້າຫານ, ຄວາມທ້າທາຍ, ຄວາມອ່ອນນ້ອມ, ຄວາມນີ້ມນວນ, ຄວາມອອນຊອນ, ຄວາມເບີກບານມ່ວນຊື່ນຂອງຕົນທາງດ້ານສິລະປະວັນນະຄະດີ ນອກຈາກການຮຽນວິຊາສະເພາະຢູໃນຫ້ອງຮຽນແລ້ວ. ລັດຖະບານພວກເຮົາໄດ້ມີນະໂຍບາຍສົ່ງເສີມຫົວຄິດປະດິດສ້າງດ້ານສິລະປະ ບໍ່ວ່າທັງດ້ານ ບົດຟ້ອນ, ຮ້ອງເພງ, ລຳ, ຂັບທຸ້ມຕ່າງໆ ຜູ້ຊະນະ ຈະເປັນຕົວແທນໃຫ້ສະຖາບັນຣັຕນະບໍລິຫານທຸລະກິດໃນການແລກປ່ຽນສິລະປະທັງພາຍໃນ ແລະ ຕ່າງປະເທດ ຫຼື ໄປສະແດງຮັບໃຊ້ກອງປະຊຸມຕ່າງໆຂອງພັກ-ລັດຖະບານອີກ.

May be an image of 2 people, speaker, clarinet, flute, violin, dais and text
ຜົນການແຂ່ງຂັນ ບົດຟ້ອນ ໄດ້ຮັບລາງວັນຊະນະເລີດແມ່ນ ນັກສືກສາປີ 3 ບົດຟ້ອນ ສືບສານປະເພນີອັນດີງາມຂອງຄວາມເປັນລາວ, ລາງວັນຊະນະເລີດ ນັກຮ້ອງສຽງດີ ເພລງສະຕີງ ທ້າວ ຢຸ້ນຫົງ ວໍລະວົງ ແລະ ນາງ ອັກສອນສະຫວັນ , ລາງວັນ ນັກຮ້ອງສຽງດີ ເພລງ ລູກທົ່ງບ້ານນາ ໄດ້ແກ່ ນາງ ມີນາມອນ ສຸລິໂຍສັກ ບົດເພງ ສະເໜ່ນະຄອນຫຼວງ ນອກນັ້ນ ໃນແຕ່ລະລາຍການແມ່ນມີລາງວັນ ອື່ນໆອີກຫຼາຍລາງວັນ ໂດຍໄດ້ຮັບທຶນສະໜັບສະໜູນຈາກທະນາຄານ ຮ່ວມພັດທະນາ.

May be an image of 1 person, dais and text