ຫົວເຫວີຍ ນຳສະເໜີໂມງອັດສະລິຍະລຸ້ນໃໝ່ ບຸກຕະຫຼາດຍີ່ປຸ່ນ

86

ສຳນັກຂ່າວ ຊິນຫົວ ລາຍງານວ່າ: ບໍລິສັດ ຫົວເຫວີຍ ຍັກໃຫຍ່ໃນວົງການເຕັກໂນໂລຊີ ຂອງຈີນ ໄດ້ນຳສະເໜີກຸ່ມຜະລິດຕະພັນທີ່ເປັນອຸປະກອນສວມໃສ່ ເປັນຕົ້ນ ໂມງອັດສະລະຍະ ( Smartwatches ) ແລະ ຫູຟັງໄຮ້ສາຍ ( Wireless earbuds ) ເຊິ່ງເປັນຕະຫຼາດທີ່ກຳລັງຂະຫຍາຍຕົວຂອງຫົວເຫວີຍ.

ບໍລິສັດຫົວເຫວີຍ ໃນຍີ່ປຸ່ນ ໄດ້ເປີດຕົວ Huawei Watch Ultimate ເປັນໂມງອັດສະລະຍະ ລະດັບດີທີ່ສຸດເມື່ອທຽບກັບໂມງລຸ້ນຕ່າງໆຂອງຫົວເຫວີຍ ໃນນະຄອນຫຼວງໂຕກຽວ ພ້ອມດ້ວຍຄຸນສົມບັດດ້ານສຸຂະພາບ ແລະ ການອອກກຳລັງກາຍທີ່ໄດ້ຮັບການຍົກລະດັບໃຫ້ມີໂໝດດຳນໍ້າເລິກ 100 ແມັດ.

ໂມງອັດສະລິຍະດັ່ງກ່າວ ຖືກອອກແບບມາສຳລັບການເຮັດກິດຈະກຳຜະຈົນໄພກາງແຈ້ງ ລວມເຖິງການໃຊ້ງານທາງທຸລະກິດ ເຊິ່ງມີລາຄາປະມານ 135.080 ເຢນ.

ນອກຈາກ Huawei Watch Ultimate ແລ້ວ, ອຸປະກອນສວມໃສ່ອື່ນໆ ເຊັ່ນ: Huawei Watch D ເຊິ່ງເນັ້ນການວັດແທກຄວາມດັນ ແລະ ຫູຟັງໄຮ້ສາຍ ( Huawei FreeBuds 5 ) ຖືກເປີດຕົວໃນຕະຫຼາດຍີ່ປຸ່ນເຊັ່ນກັນ.

ທ່ານ ຢາງເຖົາ ຫົວໜ້າພະແນກອຸປະກອນຂອງຫົວເຫວີຍໃນຍີ່ປຸ່ນ ແລະ ສ.ເກົາຫຼີ ກ່າວວ່າ: ຫົວເຫວີຍ ຈະຍັງຄົງມຸ່ງໝັ້ນໃຫ້ ຄວາມສຳຄັນກັບເລື່ອງສຸຂະພາບ ແລະ ການອອກກຳລັງກາຍ ໂດຍມີການເຮັດວຽກຮ່ວມກັບກຸ່ມຫຸ້ນສ່ວນທ້ອງຖິ່ນ ເພື່ອນໍາສະເໜີປະສົບການ ແລະ ບໍລິການທີ່ດີຂຶ້ນກວ່າເກົ່າໃຫ້ແກ່ລູກຄ້າຊາວຍີ່ປຸ່ນ.

ທັງນີ້, ການເປີດຕົວກຸ່ມຜະລິດຕະພັນດັ່ງກ່າວ ມີຂຶ້ນຫຼັງຈາກໂມງອັດສະລິຍະຂອງຫົວເຫວີຍ ກຳລັງໄດ້ຮັບຄວາມນິຍົມເພີ່ມຂຶ້ນໃນຕະຫຼາດຍີ່ປຸ່ນ ໂດຍຂໍ້ມູນຈາກສະຖາບັນເອັມເອັມ ຣີເຊີດສ໌ ( MM Research ) ລະບຸວ່າ ຕະຫຼາດໂມງອັດສະລິຍະຂອງຍີ່ປຸ່ນ ມີທ່າອ່ຽງເຕີບໂຕເກືອບສອງເທົ່າຈາກລະດັບໃນປີງົບປະມານ 2021 ຢູ່ທີ່ 6,39 ລ້ານເຄື່ອງ ແລະ ອາດຈະເພີ່ມຂຶ້ນເກືອບ 2 ເທົ່າໃນປີງົບປະມານ 2026.