ພາບລວມຂອງຫຼັກສູດຊັ້ນປະຖົມສຶກສາ ປີທີ 5 ສະບັບປັບປຸງໃໝ່

79

ກະຊວງສຶກສາທິການ ແລະ ກີລາ ໄດ້ພັດທະນາຫຼັກສູດຊັ້ນປະຖົມສຶກສາແຫ່ງຊາດສະບັບປັບປຸງໃໝ່ ແລະ ການຮຽນ – ການສອນແບບໃໝ່ສໍາລັບນັກຮຽນ ແລະ ຄູ.
ການຈັດຕັ້ງປະຕິບັດການຮຽນ – ການສອນຫຼັກສູດຊັ້ນປະຖົມສຶກສາ ສະບັບປັບປຸງໃໝ່ໃນໂຮງຮຽນປະຖົມໄດ້ດໍາເນີນໄປແຕ່ລະຂັ້ນຮຽນໃນທຸກໆປີ ເຊິ່ງເລີ່ມປະຕິບັດກັບຂັ້ນ ປ 1 ໃນເດືອນກັນຍາປີ 2019. ສຳລັບການຈັດການຮຽນ – ການສອນຫຼັກສູດຊັ້ນປະຖົມປີທີ 5 ສະບັບປັບປຸງໃໝ່ນີ້ ຈະເລີ່ມຈັດຕັ້ງປະຕິບັດໃນທຸກໂຮງຮຽນທົ່ວປະເທດໃນເດືອນກັນຍາປີ 2023 ເຊິ່ງມີວິຊາພາສາລາວ, ພາສາອັງກິດ ແລະ ວິທະຍາສາດ ແລະ ສິ່ງແວດລ້ອມ ແມ່ນໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ.
ຄວາມແຕກຕ່າງຫຼັກໆທີ່ຢູ່ໃນຫຼັກສູດຊັ້ນປະຖົມສຶກສາສະບັບປັບປຸງໃໝ່ນີ້ ແມ່ນວິທີການຮຽນ – ການສອນແບບໃໝ່ ໂດຍເນັ້ນໃຫ້ນັກຮຽນໄດ້ປະຕິບັດຕົວຈິງ ເຊິ່ງເປັນວິທີສອນແບບເອົານັກຮຽນເປັນໃຈກາງ. ການຮຽນ – ການສອນສະແດງໃຫ້ເຫັນເຖິງບົດບາດຄວາມສຳຄັນຂອງຂະບວນການຄົ້ນຄິດຂອງນັກຮຽນຕໍ່ກັບຄວາມສໍາເລັດໃນແບບເນັ້ນໃຫ້ນັກຮຽນໄດ້ປະຕິບັດຕົວຈິງນີ້ການຮຽນຮູ້ຂອງພວກເຂົາ, ນັກຮຽນຈະໄດ້ຮຽນຮູ້ໂດຍຜ່ານການປະຕິບັດຕົວຈິງ ເຊິ່ງສະທ້ອນໃຫ້ເຫັນວ່າ ພວກເຂົາໄດ້ຮັບ ຄວາມຮູ້ໃໝ່ໆ ແລະ ສາມາດນຳໃຊ້ທັກສະໃໝ່ໆຂອງພວກເຂົາເຂົ້າໃນກິດຈະກຳຕ່າງໆໃນຫ້ອງຮຽນ ແລະ ນອກຫ້ອງຮຽນ.

ຫຼັກສູດໃໝ່ນີ້ ສະແດງໃຫ້ເຫັນເຖິງການປ່ຽນແປງອັນໃຫຍ່ຫຼວງໃນການຮຽນ – ການສອນ ເຊິ່ງຄູມີບົດບາດສໍາຄັນຫຼາຍໃນການນໍາພາຫ້ອງຮຽນທີ່ເນັ້ນໃຫ້ນັກຮຽນໄດ້ປະຕິບັດຕົວຈິງ. ຄູຕ້ອງໄດ້ເນັ້ນໃສ່ການໃຫ້ຄວາມຊ່ວຍເຫຼືອນັກຮຽນໃນຂະບວນການຮຽນຂອງພວກເຂົາຢ່າງມີປະສິດທິພາບ.
ຊຸດອຸປະກອນສື່ການ ຮຽນ – ການສອນສໍາລັບຂັ້ນ ປ 5 ແມ່ນເຄື່ອງມືທີ່ສໍາຄັນເພື່ອຊ່ວຍໃຫ້ຄູປ່ຽນແປງ ຫຼື ປັບປ່ຽນວິທີການຈັດການຮຽນ – ການສອນ, ປຶ້ມຄູ່ມືຄູສະບັບປັບປຸງໃໝ່ ປະກອບມີຂໍ້ມູນທີ່ເປັນປະໂຫຍດ ແລະ ມີບົດຮຽນຕົວແບບ ເພື່ອຊ່ວຍໃຫ້ຄູປັບປຸງວິທີການສອນ, ໃນແຕ່ລະບົດຮຽນມີບັນດາກິດຈະກຳການຮຽນຕ່າງໆ ລວມທັງການຝຶກປະຕິບັດ ແລະ ການນໍາໃຊ້ໃນຊີວິດຈິງ ແລະ ວິທີການປະເມີນນັກຮຽນໄດ້ມີການປັບປ່ຽນເພື່ອຊ່ວຍຕິດຕາມວິທີການພັດທະນາທັດສະນະຄະຕິຄວາມຮູ້ ແລະ ທັກສະຕ່າງໆ.

ເພື່ອໃຫ້ການຊ່ວຍເຫຼືອຄູສອນຫ້ອງຄວບໃນການວາງແຜນ ແລະ ການສອນໃນຫ້ອງຮຽນ, ຄໍາແນະນໍາໃນປຶ້ມຄູ່ມືຄູຂອງວິຊາພາສາລາວຂັ້ນ ປ 5 ປະກອບມີຄໍາແນະນໍາສໍາລັບວິທີການສອນຫ້ອງຄວບ ແລະ ຫຼັກສູດໄດ້ຈັດໄປຕາມຂໍ້ຕ່າງໆ ເພື່ອໃຫ້ຄູສາມາດສອນຫົວຂໍ້ດຽວກັນສໍາລັບນັກຮຽນໃນຂັ້ນຮຽນຕ່າງກັນໃນເວລາທີ່ຕ້ອງສອນຫ້ອງຄວບ.
ຫຼັກສູດຊັ້ນປະຖົມປີທີ 5 ສະບັບປັບປຸງໃໝ່ນີ້ມີ 3 ວິຊາຄື: ພາສາລາວ, ພາສາອັງກິດ ແລະ ວິທະຍາສາດ ແລະ ສິ່ງແວດລ້ອມ. ແຕ່ລະວິຊາຈະມີຫຼັກສູດຕ່າງກັນ ຄື:
1. ຫຼັກສູດວິຊາພາສາລາວ ຈະຊ່ວຍໃຫ້ນັກຮຽນພັດທະນາທັກສະທາງດ້ານພາສາລາວໃຫ້ດີຂຶ້ນ ໂດຍອີງໃສ່ອົງປະກອບຫຼັກ ເຊັ່ນ: ການຟັງ, ການເວົ້າ, ການອ່ານ ແລະ ການຂຽນ ໂດຍຜ່ານວິທີການຮຽນ – ການສອນແບບເນັ້ນການປະຕິບັດຕົວຈິງ. ບົດຮຽນໄດ້ຖືກອອກແບບ ແລະ ຈັດສັນພາຍໃຕ້ຫົວຂໍ້ຕ່າງໆ ເຊິ່ງຫົວຂໍ້ເຫຼົ່ານັ້ນແມ່ນມີ ຄວາມກ່ຽວພັນກັບສະພາບແວດລ້ອມຂອງນັກຮຽນ ແລະ ເຮັດໃຫ້ພວກເຂົາມີຄວາມສົນໃຈຕໍ່ກັບການຮຽນຮູ້. ໜຶ່ງຫົວຂໍ້ແມ່ນຈະຖືກນໍາໃຊ້ເຂົ້າໃນບົດຮຽນສອງບົດ ເພື່ອໃຫ້ໂອກາດນັກຮຽນໄດ້ສຶກສາກ່ຽວກັບຫົວຂໍ້ນັ້ນໆຢ່າງເລິກເຊິ່ງ ແລະ ເປັນການພັດທະນາການໃຊ້ຖາມແນະນໍາຢູ່ໃນແຕ່ລະບົດຮຽນແມ່ນເນັ້ນໃສ່ຫົວຂໍ້ໃດໜຶ່ງ ເຊິ່ງເປັນການສົ່ງເສີມໃຫ້ນັກຮຽນໄດ້ພາສາຂອງນັກຮຽນທີ່ກ່ຽວພັນກັບຫົວຂໍ້ດັ່ງກ່າວ.

2. ຫຼັກສູດພາສາອັງກິດ ໄດ້ນໍາໃຊ້ວິທີການສອນແບບເນັ້ນການສື່ສານ ເພື່ອພັດທະນາທັກສະພາສາອັງກິດທີ່ພວກເຂົາໄດ້ຮຽນຮູ້ຜ່ານມາໃນຂັ້ນ ປ 3 ແລະ ຂັ້ນ ປ 4 ຫຼັກສູດນີ້ເນັ້ນໃສ່ການພັດທະນາທັກສະ ການຟັງ ແລະ ການເວົ້າ ເພື່ອໃຫ້ນັກຮຽນໄດ້ຝຶກຝົນພາສາອັງກິດທີ່ຫຼາກຫຼາຍ ລວມທັງການພັດທະນາທັກສະການເວົ້າທີ່ຈຳເປັນໃນການອ່ານ ແລະ ການຂຽນຂອງພວກເຂົາທີ່ໄດ້ຮຽນຮູ້ຜ່ານມາໃນຂັ້ນ ປ 3 ແລະ ຂັ້ນ ປ 4 ທັກສະການອ່ານ ແລະ ການຂຽນໄດ້ຮັບການພັດທະນາ ໂດຍຜ່ານການອອກສຽງ ເຊິ່ງເປັນແນວທາງການ ຮຽນ – ການສອນແບບໃໝ່ທີ່ໄດ້ເພີ່ມເຂົ້າມາໃນຫຼັກສູດສະບັບປັບປຸງໃໝ່ນີ້.
3. ຫຼັກສູດວິຊາວິທະຍາສາດ ແລະ ສິ່ງແວດລ້ອມ ຈະໄດ້ລົງເລິກການສໍາຫຼວດກ່ຽວກັບຫົວຂໍ້ຄວາມປອດໄພຂອງຕົນເອງ, ໂລກອ້ອມຕົວເຮົາ, ຮ່າງກາຍຂອງຂ້ອຍ, ສັດ, ພືດ, ຄວາມຮ້ອນ ແລະ ວັດຖຸ, ໂລກ, ອະວະກາດ ແລະ ພະລັງງານ, ບັນຫາສະພາບແວດລ້ອມ ແລະ ເຕັກໂນໂລຊີ.