ອ່ານດ່ວນ ລົດທີ່ເສຍໄປອາດໄດ້ຄືນເບິ່ງຂໍ້ມູນຕາມນີ້

509

 

ບັນຫາປະກົດການຫຍໍ້ທໍ້ໃນສັງຄົມແມ່ນເກີດຂຶ້ນຫຼາຍໃນໄລຍະເວລາທີ່ຜ່ານມານີ້ ໂດຍສະເພາະລົດຈັກເພາະວ່າລັກງ່າຍເຊື່ອງງ່າຍ. ເຊິ່ງທີ່ຜ່ານມາເວົ້າສະເພາະຢູ່ນະຄອນຫຼວງວຽງຈັນແມ່ນມີປະກົດການລັກລົດຈັກຫຼາຍ ບາງກໍລະນີກໍສາມາດຈັບໄດ້ແລ້ວໄດ້ລົດຄືນ ແລະ ບາງກໍລະນີກໍຍັງລອຍນວນຢູ່.

No photo description available.

ຫຼ້າສຸດໃນວັນທີ 24 ພຶດສະພາ ທີ່ຜ່ານມານີ້ ທາງ ປກສ ແຂວງວຽງຈັນ ໄດ້ອອກແຈ້ງການວ່າ: ໃນວັນທີ 7 ເມສາ 2023 ທີ່ຜ່ານມາ ທາງ ປກສ ແຂວງວຽງຈັນ ສາມາດກັກລົດຈຳນວນ 12 ຄັນໄດ້ ເຊິ່ງທັງໝົດແມ່ນບໍ່ມີເອກະສານລົດທີ່່ຢັ້ງຢືນເຖິງຄວາມຖືກຕ້ອງຕິດມານຳລົດ ແລະ ບໍ່ສາມາດຮູ້ໄດ້ວ່າໃຜເປັນເຈົ້າຂອງລົດ.

No photo description available.

ດັ່ງນັ້ນຈຶ່ງແຈ້ງມາຍັງພໍ່ແມ່ປະຊາຊົນໃນຂອບເຂດທົ່ວປະເທດ ທີ່ເຄີຍມີພາຫະນະເສຍ (ພະເພດລົດຈັກ) ຖ້າເອກະສານຂອງທ່ານຖືກຕ້ອງຕາມເລກຈັກ ແລະ ເລກຖັງຂອງລົດຄັນໃດໜຶ່ງດັ່ງລຸ່ມນີ້ ແມ່ນນຳເອົາເອກະສານມາແຈ້ງຕໍ່ເຈົ້າໜ້າທີ່ວິຊາສະເພາະ ຢູ່ຫ້ອງຕຳຫຼວດ ປກສ ແຂວງວຽງຈັນ ພາຍໃນກຳນົດ 60 ວັນນັບແຕ່ມື້ອອກແຈ້ງການສະບັບນີ້.

ຖ້າຫາກກາຍກຳນົດແມ່ນຖືວ່າສະຫຼະສິດ ແລະ ລົດດັ່ງກ່າວຈະຖືກຍຶດເປັນຂອງລັດ.

อาจเป็นรูปภาพของ ข้อความ

อาจเป็นรูปภาพของ ต้นขั้วตั๋ว และ ข้อความ