ການລົງທຶນໃນຄຳ

70

ຄຳເປັນສິ່ງທີ່ທຸກຄົນໃຫ້ການຍອມຮັບວ່າມີຄຸນຄ່າໃນໂຕມັນເອງ ເຊິ່ງສາມາດນຳໃຊ້ໄດ້ຫຼາຍຢ່າງ ບໍ່ວ່າຈະເປັນເຄື່ອງປະດັບ, ເກັບໄວ້ເພື່ອເປັນທຶນຮອນ ຫຼື ເປັນມໍລະດົກ ແລະ ອື່ນໆ. ດັ່ງນັ້ນ, ການລົງທຶນໃນຄຳຈຶ່ງເປັນອີກໜຶ່ງຮູບການລົງທຶນທີ່ໄດ້ຮັບ ຄວາມສົນໃຈຢ່າງຫຼວງຫຼາຍຈາກນັກລົງທຶນໃນປັດຈຸບັນ ເຊິ່ງສາມາດເປັນທັງການລົງທຶນຫຼັກ ແລະ ການລົງທຶນທາງເລືອກຄວບຄູ່ໄປກັບການລົງທຶນຮູບແບບອື່ນ ເພື່ອເປັນການກະຈາຍຄວາມສ່ຽງໃນການລົງທຶນ ແລະ ການທີ່ຄຳໄດ້ຮັບຄວາມນິຍົມຈາກບັນດານັກລົງທຶນໃຫ້ຄວາມເຊື່ອໝັ້ນວ່າຄຳເປັນສິນຊັບທີ່ໝັ້ນຄົງບໍ່ເສື່ອມຄຸນຄ່າໄປຕາມການເວລາ ແລະ ທັງຍັງສາມາດສ້າງມູນຄ່າເພີ່ມໃຫ້ແກ່ນັກລົງທຶນໄດ້ເມື່ອເວລາຜ່ານໄປ ໄດ້ຜົນຕອບແທນທີ່ຄຸ້ມຄ່າເຊັ່ນດຽວກັບການລົງທຶນໃນສິນຊັບອື່ນໆ ພ້ອມທັງສ້າງຜົນຕອບແທນໄດ້ທັງໄລຍະສັ້ນ ແລະ ໄລຍະຍາວ ເຊິ່ງການລົງທຶນໃນຄຳນີ້ແມ່ນມີຢູ່ຫຼາກຫຼາຍວິທີ ເຊິ່ງເຮົາຈະພາມາຮູ້ວ່າມີວິທີໃດແດ່:


1. ການລົງທຶນໃນຮຸ້ນຂອງບໍລິສັດຂຸດຄົ້ນຄຳ: ແມ່ນການນຳເອົາເງິນໄປຊື້ຮຸ້ນຂອງບໍລິສັດ ແລ້ວຖ້າເງິນປັນຜົນ ແຕ່ວ່າລາຄາຂອງຮຸ້ນຊະນິດນີ້ຈະມີຄວາມຜັນຜວນຫຼາຍກວ່າລາຄາຄຳທົ່ວໄປ ແລະ ຕ້ອງອາໄສຄວາມຮູ້ສະເພາະດ້ານ ໃນການວິເຄາະຂໍ້ມູນ, ຄວາມໝັ້ນຄົງຂອງບໍລິສັດນັ້ນໆ.

2. ການລົງທຶນໃນກອງທຶນລວມຄຳ ( Gold Fund ): ເປັນການລົງທຶນທີ່ມີສະພາບຄ່ອງຫຼາຍກວ່າ ແລະ ມີຄ່າໃຊ້ຈ່າຍໜ້ອຍກວ່າການຊື້ຄຳຮູບປະພັນ ໂດຍຜົນໄດ້ຮັບຂອງການລົງທຶນໃນກອງທຶນນີ້ ແມ່ນຈະປ່ຽນໄປຕາມລາຄາຂອງຄຳແທ່ງໃນຕະຫຼາດໂລກ.

3. ການລົງທຶນໃນ Gold Futures ຫຼື ການລົງທຶນໃນສັນຍາການຊື້ – ຂາຍກ່ອນໜ້າທີ່ອ້າງອີງກັບລາຄາຄຳ: ເປັນການລົງທຶນໂດຍເປັນການຄາດການ ຖ້າຄາດການວ່າລາຄາຄຳຈະຂຶ້ນກໍຄວນເປີດສັນຍາຊື້ໄວ້ກ່ອນ ເພື່ອໃຫ້ມີກຳໄລເມື່ອລາຄາຄຳແລ່ນຂຶ້ນ ເຊິ່ງການລົງທຶນໃນສັນຍາຊື້ – ຂາຍກ່ອນໜ້ານີ້ສາມາດລົງທຶນໄດ້ໃນຕະຫຼາດ Forex ແລະ ແຫຼ່ງອື່ນໆ.

4. ການລົງທຶນໂດຍກົງໃນຄຳຮູບປະພັນ ແລະ ຄຳແທ່ງ: ການລົງທຶນຮູບແບບນີ້ແມ່ນການນຳເອົາເງິນໄປຊື້ຄຳມາເກັບໄວ້ກັບຕົວເອງ ເມື່ອເວລາຜ່ານໄປລາຄາຄຳສູງຂຶ້ນກໍນຳເອົາຄຳດັ່ງກ່າວອອກມາຂາຍເຮັດກຳໄລ. ແຕ່ການລົງທຶນແບບນີ້ຕ້ອງໄດ້ໃຊ້ເງິນລົງທຶນສູງ ເນື່ອງຈາກຕ້ອງໄດ້ຊື້ຄຳໃນລາຄາເຕັມເພື່ອມາເກັບຮັກສາໄວ້.

5. ການລົງທຶນໃນແອັບພລິເຄຊັນອອມຄຳຂອງຮ້ານຄຳ: ແມ່ນການລົງທຶນໂດຍການ ຊື້ – ຂາຍຄຳຜ່ານທາງອອນລາຍ ໂດຍນຳໃຊ້ແອັບພລິເຄຊັນຂອງທາງຮ້ານຄຳ ເຊິ່ງການລົງທຶນແບບນີ້ແມ່ນນຳໃຊ້ເງິນທຶນໜ້ອຍ ເລີ່ມຕົ້ນພຽງ 1 ແສນກີບ ເມື່ອເຮົາອອມໄດ້ຄົບກໍສາມາດແລກເອົາຄຳຮູບປະພັນ ຫຼື ຄຳແທ່ງມາເກັບໄວ້ໄດ້ ຫຼື ຂາຍເພື່ອເອົາກຳໄລຈາກການເໜັງຕີງຂອງລາຄາຄຳ.