ສາຍຕາຈັບຈ້ອງ! ປ່າເຢັ້ງຊາ ລໍ່ ເສີດສາຍດ້ວຍຊຸດປະຈໍາເຜົ່າ ເດີນພົມແດງເມືອງຄານ

71

ງານນີ້ເຮັດເອົາຕ່າງຊາດຕະລຶງຕາ ກັບຊຸດລາວເຜົ່າມົ້ງ ທີ່ອະລັງການງານສ້າງແບບນີ້ຂອງນ້ອງສຸດງາມ ປ່າເຢັ້ງຊ່າ ລໍ່ Miss Universe Laos 2022 ມາພ້ອມກັບຊຸດສີມ່ວງ ໃນງານເດີນພົມແດງເທສະການຮູບເງົານາໆຊາດ ເມືອງຄານ ທີ່ປະເທດຝຮັ່ງ.

ເຮັດໃຫ້ການຮ່ວມຍ່າງພົມແດງໃນເທສະການຮູບເງົານາໆຊາດ ຕ້ອງສັ່ນສະເທືອນ ເພາະນ້ອງປ່າ ໄດ້ໃສ່ຊຸດສີມ່ວງທີ່ມີຄວາມໂດດເດັ່ນ, ຄວາມສວຍງາມຂອງຜືນຜ້າທີ່ເປັນເອກະລັກສະເພາະຂອງລາວເຮົາແທ້ໆ ເປັນຊຸດທີ່ມີ ຄວາມໝາຍອັນເລິກເຊິ່ງກ່ຽວກັບຕົວຂອງ ປ່າເຢັ້ງຊ່າເອງ ເຊິ່ງຜ້າສິ້ນ ແລະ ເສື້ອ ນັ້ນແມ່ນຜ້າໄໝລາວ ສ່ວນປະກອບ ມວກ ແລະ ບານຫາງ ແມ່ນຜ້າລາຍມົ້ງນັ້ນເອງ.

ນ້ອງ ປ່າເຢັ້ງຊ່າ ກໍໄດ້ເດີນທາງໄປເມືອງຄານ ປະເທດຝຣັ່ງ ເພື່ອເດີນພົມແດງໃນງານເທສະການຮູບເງົານາໆຊາດ ຂ່າວບັນເທີງເອງຮູ້ສຶກດີໃຈ ແລະ ປື້ມໃຈສຸດໆເລີຍ ເຊື່ອແນ່ນອນວ່າຊາວລາວທຸກຄົນກໍຮູ້ສຶກເຊັ່ນດຽວກັນທີ່ໄດ້ເຫັນຊຸດລາວ ແລະ ແມ່ຍິງລາວຄົນເກັ່ງຂອງເຮົາໄດ້ໄປເສີດສາຍຢູ່ຕ່າງປະເທດພ້ອມທັງເປັນທີ່ສົນໃຈແບບນີ້.

ພ້ອມນີ້, ຫຼັງຈາກການຮ່ວມຍ່າງພົມແດງໃນເທສະການດັ່ງກ່າວແລ້ວ ນ້ອງປ່າເອງ ກໍໄດ້ໂພສເພຈເຟສບຸ໊ກລົງໃຫ້ແຟນໆໄດ້ຊົມພາບຄວາມງາມໃຫ້ແຟນໆໄດ້ຊື່ນໃຈດ້ວຍ ເຊິ່ງນ້ອງໄດ້ໂພສວ່າ: “ ຮູບພາບມາຝາກເດີ ເດີນພົມແດງເມືອງຄານ ປະເທດຝຣັ່ງ ກັບຊຸດສີມ່ວງທີ່ເປັນເອກະລັກສະເພາະທີ່ມີຄວາມໝາຍອັນເລິກເຊິ່ງກ່ຽວກັບຕົວຂອງ ປ່າເຢັ້ງເອງ ນັ້ນກໍຄືຄວາມເປັນລາວ ປະສົມຄວາມເປັນມົ້ງ ເຊິ່ງຜ້າສິ້ນ ແລະ ເສື້ອນັ້ນແມ່ນຜ້າໄໝລາວເຮົາ ສ່ວນປະກອບ ມວກ ແລະ ບານຫາງແມ່ນຜ້າລາຍມົ້ງ. ທຸກຢ່າງກໍຜ່ານໄປໄດ້ຢ່າງສວຍງາມ ຕ້ອງຂໍຂອບໃຈສະປອນເຊີ BMW Laos ແລະ ທະນາຄານອິນໂດຈີນ ທີ່ມອບໂອກາດທີ່ສຸດພິເສດນີ້ໃຫ້ກັບຂ້າພະເຈົ້າ ”.

ຂ່າວບັນເທີງກໍຂໍຝາກທຸກຄົນຄອຍຕິດຕາມຜົນງານ ແລະ ເປັນກຳລັງໃຈ ໂດຍການສະໜັບສະໜູນທຸກຜົນງານຂອງນ້ອງແດ່ເດີ ສາມາດຕິດຕາມຜົນງານການເຄື່ອນໄຫວຂອງນ້ອງໄດ້ທີ່ Payengxa Lor.