ປະທານປະເທດຈີນ ພົບປະກັບນາຍົກລັດຖະມົນຕີ ຣັດເຊຍ

115

ສຳນັກຂ່າວ CRI ລາຍງານວ່າ: ໃນຕອນບ່າຍວັນທີ 24 ພຶດສະພາ 2023 ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ໄດ້ຕ້ອນຮັບ ທ່ານ ມີຄາອີວ ມີຊູສຕິນ ນາຍົກລັດຖະມົນຕີຣັດເຊຍ ທີ່ເດີນທາງໄປຢ້ຽມຢາມຈີນ ຢ່າງເປັນທາງການຢູ່ຫໍສະພາປະຊາຊົນແຫ່ງຊາດ ທີ່ນະຄອນຫຼວງປັກກິ່ງ.

ທ່ານ ສີ ຈິ້ນຜິງ ກ່າວວ່າ: ຈີນ ຍິນດີສືບຕໍ່ເດັດດ່ຽວສະໜັບສະໜູນ ແລະ ເພີ່ມທະວີການປະສານງານກັບ ຣັດເຊຍ ໃນບັນຫາທີ່ກ່ຽວພັນເຖິງຜົນປະໂຫຍດແກນກາງ. ຈີນ ຍິນດີຮ່ວມກັບ ຣັດເຊຍ ແລະ ບັນດາປະເທດໃນສະຫະພາບເອີຣົບ – ອາຊີ ເພື່ອຊຸກຍູ້ໃຫ້ການຮ່ວມກັນສ້າງ “ ໜຶ່ງແລວ ໜຶ່ງເສັ້ນທາງ ” ກັບສະຫະພາບເອີຣົບ – ອາຊີ, ຊຸກຍູ້ການກໍ່ຕົວເປັນຕະຫຼາດ   ໃຫຍ່ ໃນພາກພື້ນແບບເປີດປະຕູສູ່ພາຍນອກຫຼາຍກວ່າເກົ່າ, ຮັບປະກັນຕ່ອງໂສ້ອຸດສາຫະກຳ ແລະ ຕ່ອງໂສ້ການສະໜອງໃນທົ່ວໂລກໃຫ້ມີຄວາມໝັ້ນຄົງ ແລະ ສະດວກກວ່າເກົ່າ, ສ້າງຜົນປະໂຫຍດຕົວຈິງໃຫ້ແກ່ປະເທດຕ່າງໆໃນພາກພື້ນ.

ທ່ານ ມີຄາອີວ ມີຊູສຕິນ ກ່າວວ່າ: ຣັດເຊຍ ຍິນດີຮ່ວມກັບ ຈີນ ເອົາໃຈໃສ່ຈັດຕັ້ງປະຕິບັດຄວາມຮັບຮູ້ທີ່ເປັນເອກະພາບກັນ ອັນສຳຄັນທີ່ປະມຸກລັດສອງປະເທດໄດ້ຕົກລົງຮ່ວມກັນ, ນຳໃຊ້ກົນໄກທີ່ນາຍົກລັດຖະມົນຕີສອງປະເທດພົບປະກັນເປັນປະຈຳ ແລະ ດຳເນີນການຮ່ວມມືທີ່ກ່ຽວຂ້ອງຢ່າງເຕັມສ່ວນ, ລົງເລິກການຮ່ວມມືທີ່ຕິດແທດຕົວຈິງໃນຂົງເຂດຕ່າງໆ. ຣັດເຊຍ ຄອງຄອຍເພີ່ມທະວີການແລກປ່ຽນດ້ານວັດທະນະທຳກັບ ຈີນ ເພື່ອເຮັດໃຫ້ການພົວພັນມິດຕະພາບໝັ້ນຄົງທະນົງແກ່ນຕະຫຼອດໄປ.