ມັນແນ່ນອນ ບານເຕະເຍົາວະຊົນ 3 ຮຸ່ນ ມາສດາ ຊາເລັນ ຄັບ 2023 ທີມດັງຈາກໄທຮ່ວມຊີງໄຊ ເສົານີ້

186

ຈັບສະຫຼາກແບ່ງສາຍເປັນທີ່ຮຽບຮ້ອຍແລ້ວ ການແຂ່ງຂັນບານເຕະເຍົາວະຊົນມາສດາ ຊາເລັນ ຄັບ ຄັ້ງທີ 3 ປະຈຳປີ 2023 ຫຼື Mazda Challenge Cup 2023 ມີທັງໝົດ 3 ຮຸ່ນ ກໍຄື ຮຸ່ນອາຍຸບໍ່ເກີນ 10 ປີ ຫຼື ຢູ-10, ຮຸ່ນອາຍຸບໍ່ເກີນ 12 ປີ ແລະ ຮຸ່ນອາຍຸບໍ່ເກີນ 14 ປີ ທັງ 3 ຮຸ່ນດັ່ງກ່າວ ມີທີມເຂົ້າຮ່ວມທັງໝົດ 42 ທີມ, ໃນນັ້ນ ມີ 3 ສະໂມສອນ ຈາກປະເທດເພື່ອບ້ານ ປະເທດໄທ ເຂົ້າຮ່ວມຊີງໄຊ ລາຍການນີ້ ຈັດຂຶ້ນ ເປັນຄັ້ງທີ 3 ກໍເພື່ອເປັນການສ້າງໂອກາດ ແລະ ສົ່ງເສີມນັກກີລາເຍົາວະຊົນລາວໃຫ້ມີການເຄື່ອນໄຫວພັດທະນາຢ່າງຕໍ່ເນື່ອງ ແນໃສ່ເຮັດໃຫ້ວົງການກີລາບານລາວ ໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍໆ ແລະ ສາມາດກ້າວໄປເປັນນັກກີລາລະດັບອາຊີບໃນອະນາຄົດ ກໍຄື ຕິດທີມຊາດ.

ພິທີຈັບສະຫຼາກແບ່ງສາຍການແຂ່ງຂັນບານເຕະ Mazda Challenge Cup 2023 ຈັດຂຶ້ນ ໃນຕອນເຊົ້າວັນທີ 25 ພຶດສະພາ ຜ່ານມາ ທີ່ຫ້ອງການສະຫະພັນບານເຕະແຫ່ງຊາດລາວ ຫຼື ສຕລ ບ້ານຫ້ວຍຫົງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ທິບພະເນດ ແກ້ວມະນິວົງ ປະທານບໍລິສັດ ແກ້ວໂອໂຕກຣຸບ ຈຳກັດ ຕົວແທນຈຳໜ່າຍລົດໃຫຍ່ ຍີ່ຫໍ້ ສະໂມສອນ ມາສດາ Mazda ພຽງຜູ້ດຽວໃນສປປ ລາວ ແລະ ທັງເປັນປະທານສະໂມສອນ ມາສດາ ລາວ ຈີບີ ເອັບຊີ ມີຕາງໜ້າ ສຕລ, ບັນດາຄະນະນຳ, ຄູຝຶກ ແລະ ສື່ມວນຊົນເຂົ້າຮ່ວມເປັນສັກຂີພິຍານ.

ໂອກາດນີ້, ທ່ານ ທິບພະເນດ ແກ້ວມະນິວົງ ກ່າວວ່າ: ໂດຍສ່ວນຕົວມີຄວາມຮູ້ສຶກດີໃຈຫຼາຍທີ່ໄດ້ກັບມາຈັດການແຂ່ງຂັນລາຍການ ມາສດາ ຊາເລັນ ຄັບ ປະຈຳປີ 2023 ອີກຄັ້ງ ພາຍຫຼັງທີ່ໄດ້ຈັດຜ່ານມາ 2 ຄັ້ງ ໃນປີ 2018 ແຕ່ປີ 2019-2021 ກໍໄດ້ມີການແຜ່ລະບາດພະຍາດໂຄວິດ-19 ກໍບໍ່ສາມາດຈັດແຂ່ງຂັນໄດ້ ມາຮອດປີ 2022 ຈຶ່ງສາມາດກັບມາຈັດແຂ່ງຂັນໄດ້ອີກຄັ້ງໜຶ່ງ ແລະ ມື້ນີ້ ກໍເປັນອີກມື້ໜຶ່ງທີ່ສຳຄັນ ທີ່ພວກເຮົາຈະໄດ້ພ້ອມກັນກັບມາແຂ່ງຂັນ Mazda Challenge Cup 2023 ຄັ້ງທີ 3 ຊຶ່ງຈະຈັດຂຶ້ນ ໃນລະຫວ່າງວັນທີ 27-28 ພຶດສະພານີ້. ແນວໃດກໍດີ, ການແຂ່ງຂັນລາຍການດັ່ງກ່າວ ຈັດຂຶ້ນ ກໍມີຈຸດປະສົງຫຼັກກໍເພື່ອເປັນການສ້າງໂອກາດ ແລະ ສົ່ງເສີມນັກກີລາເຍົາວະຊົນລາວໃຫ້ມີການເຄື່ອນໄຫວພັດທະນາຢ່າງຕໍ່ເນື່ອງ ແນໃສ່ເຮັດໃຫ້ວົງການກີລາບານລາວ ໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍໆ ແລະ ສາມາດກ້າວໄປເປັນນັກກີລາລະດັບອາຊີບໃນອະນາຄົດ ກໍຄື ຕິດທີມຊາດ.

ສຳລັບຜົນການຈັບສະຫຼາກ ຢູ-10 ປີ ມີ 10 ທີມເຂົ້າຮ່ວມ ແບ່ງເປັນ ສອງກຸ່ມ ກໍຄື ກຸ່ມ A ມີ ເອັບເຮດເອວ, ພີເຄພີ ຈາກແຂວງຫຼວງພະບາງ, ມາສດາ ລາວ ຈີບີ ເອັບຊີ ທີມ ບີ, ວອນທະບິງ ອາຄາເດມີ້ ຈາກແຂວງຫຼວງພະບາງ ແລະ ທີມ ເດັກຟວນ ອາຄາເດມີ້ ຈາກແຂວງຊຽງຂວາງ ສ່ວນ ກຸ່ມ B ມາສດາ ລາວ ຈີບີ ເອັບຊີ ທີມ ເອ, ດັບເບີນຢູໄອຈີ ນາຄາ, ບີບີບີ ໂອໂຕ ເອັບຊີ, ມາສເຕີ ເຊເວັ້ນ ເອັບຊີ ແລະ ວຽງຈັນ ເອັບທີ.

ສ່ວນ ຢູ-12 ມີ 16 ທີມ ແບ່ງເປັນ 4 ກຸ່ມ ກໍຄື ກຸ່ມ A ມີ ເອັດເອວ ອາຄາເດມີ້ ແຂວງອຸດົມໄຊ, ຈະຕຸຣາເທບ ອາຄາເດມີ້ ຈາກໄທ, ຈຳປາຮັກ ທີມ ເອ ແລະ ໂກເດັນບອຍ ທີມ ບີ ຈາກໄທ, ກຸ່ມ B ພີເຄ ອາຄາເດມີ້ ຈາກແຂວງໄຊຍະບູລີ, ວອນທະບິງ, ມາສເຕີ ເຊເວັ້ນ ເອັບຊີ, ໂກເດັນບອຍ ທີມ ເອ, ກຸ່ມ ຊີ ຈຳປາຮັກ ທີມ ບີ, ບີບີບີ ໂອໂຕ ເອັບຊີ, ວຽງຈັນ ເອັບທີ, ມາສດາ ລາວ ຈີບີ ເອັບຊີ ທີມ ເອ ແລະ ກຸ່ມ ດີ ດັບເບີນຢູໄອຈີ ນາຄາ, ດີເຄ ເອັບຊີ, ເດັກຟວນ ແລະ ພີເຄພີ ຈາກແຂວງຫຼວງພະບາງ.

ແລະ ຢູ-14 ປີ ມີ 13 ທີມ ແບ່ງເປັນ 4 ກຸ່ມ ກໍຄື ກຸ່ມ A ມີ ວຽງຈັນ ເອັບທີ, ມາສດາ ລາວ ຈີບີ ເອັບຊີ ທີມ ບີ ແລະ ຂຳປາຮັກ ເອັບຊີ, ກຸ່ມ ບີ ມາສດາ ລາວ ຈີບີ ເອັບຊີ ທີມ ເອ, ເອັບເຮດເອວ, ຊຸບເປີ ສະຕາຣ໌, ກຸ່ມ ຊີ ເອັດເອວ ອາຄາເດມີ້ ແຂວງອຸດົມໄຊ, ໂກເດັນບອຍ ຈາກໄທ, ຄຳໃສ ເອັບຊີ ແລະ ກຸ່ມ ດີ ເອສຣາ, ພີເຄພີ ຈາກແຂວງຫຼວງພະບາງ, ວອນທະບິງ ແລະ ປາກຊັນ ເອັບຊີ ຈາກແຂວງບໍລິຄຳໄຊ.
ຂ່າວ-ຮູບ: Larh Creators