ຈະປັບປຸງດ່ານນ້ຳເງິນ ແຂວງໄຊຍະບູລີໃຫ້ມີຄວາມເປັນເອກະລັກຂອງທ້ອງຖິ່ນ

96

ໃນວັນທີິ 23 ພຶດສະພາ 2023 ທີ່ຜ່ານມາ ທີ່ຫ້ອງປະຊຸມຫ້ອງວ່າການເມືອງເງິນ ແຂວງໄຊຍະບູລີ. ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບແຜນການຄຸ້ມຄອງສິ່ງແວດລ້ອມ ແລະ ສັງຄົມ ຂອງໂຄງການປັບປຸງດ່ານນ້ຳເງິນ ແບບລະບົບເຊິ່ງໜ້າ ແລະ ທາງໄກ. ພາຍໃຕ້ການເປັນປະທານຂອງ ທ່ານ ທະວິສັກ ໄຊຍະວົງ ເຈົ້າເມືອງ ເມືອງເງິນ, ມີທ່ານ ກວນຄາລອດ ແອັດຄານີໂອ ຕາງໜ້າໃຫ້ບໍລິສັດທີ່ປຶກສາ ຟີໂຟໄອ, ມີຜູ້ຕາງໜ້າຈາກບໍລິສັດທີ່ປືກສາ ອູເຣກອນ, ບໍລິສັດ ອັກຄີເນຍ ແລະ ມີບັນດາພະນັກງານຈາກກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງ ແວດລ້ອມ. ຈາກພະແນກການທີ່ກ່ຽວຂ້ອງ ຂອງແຂວງ, ຫົວໜ້າຫ້ອງການ, ອົງການ, ກົມກອງ, ດ່ານສາກົນນໍ້າເງິນ ແລະ ທ່ານນາຍບ້ານທີ່ກ່ຽວຂ້ອງຂອງເມືອງເຂົ້າຮ່ວມ.

May be an image of 6 people, road and street
ໂຄງການພັດທະນາຕາມແລວທາງເສດຖະກິດອາຊີຕາເວັນອອກສຽງໃຕ້ ເພື່ອການເຊື່ອມຈອດ ແລະ ເຊື່ອມໂຍງ (SEARECC) ນີ້ເປັນໂຄງການໜຶ່ງທີ່ນອນຢູ່ໃນແຜນພັດທະນາເສດຖະກິດແຫ່ງຊາດ 5 ປີຄັ້ງທີ 9 ຂອງລັດຖະບານລາວ ແລະ ມີຄວາມໝາຍ ຄວາມສໍາຄັນເປັນຢ່າງຍິ່ງຕໍ່ກັບການພັດທະນາເສດຖະກິດ-ສັງຄົມ ຂອງຊາດກໍຄືທ້ອງຖິ່ນ. ຈາກປະເທດທີ່ບໍມີທາງອອກສູ່ທະເລ (land lock ໃຫ້ກາຍເປັນປະເທດ ສາມາດເຊື່ອມໂຍງ, ເຊື່ອມຈອດ ກັບບັນດາປະເທດໃນພາກພື້ນ ແລະ ທົ່ວໂລກ land link).

May be an image of 11 people, people studying and text
ໂດຍກອງປະຊຸມໃນຄັ້ງນີ້ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາ ແລະ ຮັບຟັງການນໍາສະເໜີລາຍງານ ສະພາບໂດຍລວມ ຂອງໂຄງການພັດທະນາຕາມແລວທາງເສດຖະກິດອາຊີຕາເວັນອອກສຽງໃຕ້ ເພື່ອການເຊື່ອມໂຍງ ແລະ ເຊື່ອມຈອດ; ຄົ້ນຄວ້າ, ວິເຄາະ-ວິໄຈບັນດາຂໍ້ມູນຕ່າງໆ ໃນການສຶກສາຄວາມເປັນໄປໄດ້ ການອອກແບບ, ການວາງແຜນຄຸ້ມຄອງ ຜົນກະທົບທາງດ້ານສິ່ງແວດລ້ອມ ແລະ ສັງຄົມ ເພື່ອຈະນຳເອົາຂໍ້ມູນຂອງໂຄງການໄປປຶກສາຫາລືໃຫ້ມີຄວາມເປັນເອກະພາບກັນ.

May be an image of 5 people, street, road and text
ຈາກນັ້ນ ບໍລິສັດທີ່ປຶກສາ ໄດ້ລາຍງານສະພາບຄວາມຄືບໜ້າກ່ຽວກັບການກວດກາ, ການປະເມີນພາກສະຫນາມ ຂອງສະພາບຕົວຈິງ ແລະ ຄວາມຄືບໜ້າໃນການສໍາຫຼວດ-ອອກແບບເບື້ອງຕົ້ນ.ເພື່ອນໍາເອົາຄໍາສະເໜີຈາກພາກສ່ວນທີ່ກ່ຽວຂ້ອງໃນກອງປະຊຸມຄັ້ງນີ້ນໍາໄປປັບປຸງແກ້ໄຂ ເຮັດໃຫ້ການອອກແບບຜັງດ່ານສາກົນນໍ້າເງິນໃຫ້ມີຄວາມແທດເໝາະກັບ ສະພາບຄວາມເປັນຈິງ ມີຮູບຊົງທີ່ເປັນເອກະລັກທາງດ້ານວັດທະນະທໍາຂອງທ້ອງຖິ່ນ.

May be an image of 7 people and table
ໂດບ: ຫ້ອງການ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເມືອງເງິນ