ເຂົ້າກາ ຈໍາປາຫອມ ເປັນທີ່ຍອມຮັບຂອງສັງຄົມ ເປັນທີ່ນິຍົມກວ້າງຂວາງ

17

ດຽວນີ້ເຂົ້າລາວ ສາມາດແປຮູບໄດ້ຫຼາຍແບບ ຮັກສາໄດ້ຫຼາຍເດືອນ ແຕ່ຄົງລົດຊາດ, ກິ່ນຫອມ ແລະ ຄຸນຄ່າທາງອາຫານເໝືອນເດີມ, ໜຶ່ງໃນນັ້ນ ກໍແມ່ນເຂົ້າກາຈໍາປາຫອມ ທີ່ຮັບຮູ້ກັນກວ້າງຂວາງທັງພາຍໃນ ແລະ ຕ່າງປະເທດ.
ຜະລິດຕະພັນເຂົ້າ “ ຈໍາປາຫອມ ” ເປັນເຂົ້າອັດສູນຍາກາດຄວາມຊຸ່ມຂອງເຂົ້າບໍ່ເກີນ 14% ແລະ ບໍ່ໃຫ້ຫຼຸດ 13%, ສາມາດຮັກສາຄຸນນະພາບເຂົ້າໄດ້ຂ້າມປີ.

ທ່ານ ນາງ ບຸນຮຽງ ໄດ້ເລົ່າວ່າ: ໄດ້ເລີ່ມທຸລະກິດສ້າງໂຮງສີເຂົ້າແຕ່ປີ 1996 ຍ້ອນຕົນເອງກໍເປັນຊາວນາຜູ້ໜຶ່ງ ແລະ ມີຄວາມຄິດຢາກພັດທະນາແນວພັນເຂົ້າໃຫ້ທຸກຄົນໄດ້ກິນເຂົ້າແຊບ, ເຂົ້າອ່ອນ ພ້ອມທັງ ສາມາດສົ່ງອອກຂາຍໄປຕ່າງປະເທດໄດ້ ເຊິ່ງເພິ່ນໄດ້ສົ່ງເສີມ 10 ບ້ານຢູ່ເມືອງໄຊທານີ ແລະ ເມືອງປາກງື່ມ ໃນການປູກເຂົ້າສົ່ງໃຫ້ໂຮງສີ ໂດຍໄດ້ລົງທຶນແນວພັນໃຫ້ ເມື່ອຮອດຍາມເກັບກ່ຽວ ເພິ່ນກໍຈະເອົາລົດໄປເກັບກ່ຽວເອງ ແລະ ຈ່າຍຄ່າເຂົ້າໃຫ້ຊາວບ້ານ.


ທ່ານ ນາງ ບຸນຮຽງ ຍັງໄດ້ກ່າວຕື່ມວ່າ: ຖ້າສີເຂົ້າດ້ວຍກໍາມະວິທີດັ້ງເດີມ ( ກ່ຽວເຂົ້າແລ້ວເອົາມາຕາກແດດທໍາມະຊາດ ) ອັດຕາສ່ວນເຂົ້າທີ່ໄດ້ແມ່ນຢູ່ລະຫວ່າງ 58 – 60% ຖ້າກ່ຽວເຂົ້າແລ້ວເອົາເຂົ້າເຕົາອົບ ແທນການຕາກແດດ ເຂົ້າທີ່ໄດ້ແມ່ນປະມານ 60 – 64%, ດັ່ງນັ້ນ ໂຮງສີເພິ່ນຈຶ່ງໃຊ້ເຕົາອົບແທນການຕາກແດດທໍາມະຊາດ ສໍາລັບກໍາລັງການຜະລິດຢູ່ໂຮງສີເຂົ້າ ແມ່ນ 8 – 10 ໂຕນຕໍ່ມື້ ໂດຍເຫັນໄດ້ຄວາມຕ້ອງການຂອງຕະຫຼາດ ແຕ່ກໍາລັງໃນການຜະລິດບໍ່ພຽງພໍ ທ່ານ ນາງ ບຸນຮຽງ ພົມມີໄຊ ຈຶ່ງໄດ້ເຂົ້າຫາທະນາຄານພັດທະນາລາວ ເພື່ອກູ້ຢືມເງິນບ້ວງອັດຕາດອກເບ້ຍ 3% ຕໍ່ປີ ຂອງກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ( ທສວ ) ເພື່ອເປັນທຶນໝູນວຽນໃນການລົງທຶນແນວພັນເຂົ້າ ແລະ ຊື້ເຂົ້າຈາກປະຊາຊົນ ແລະ ເປັນທຶນຄົງທີ່ ເພື່ອສ້າງໂຮງສີເຂົ້າແຫ່ງທີສອງ ຢູ່ເມືອງປາກງື່ມ ນະຄອນຫຼວງວຽງຈັນ.

ຜະລິດຕະພັນເຂົ້າ ຈໍາປາຫອມ ໄດ້ວາງຈໍາໜ່າຍຢູ່ຫຼາຍຮ້ານສັບພະສິນຄ້າ ເຊັ່ນ: ມິນິບິກຊີ ( Mini Big C ), ເວີມາກ ( World Mart ), ຈິບຟີ້ ( Jiffy), ສົ່ງໃຫ້ກົມກອງທະຫານ – ຕໍາຫຼວດ ແລະ ຕະຫຼາດທົ່ວໄປ. ນອກນີ້ຜະລິດຕະພັນຈາກໂຮງສີເຂົ້າ ນາງ ບຸນຮຽງ ກໍຍັງມີຍອດການສັ່ງຊື້ຈາກຕ່າງປະເທດ ເຊັ່ນ: ປະເທດແບນຊິກ, ຝຣັ່ງ, ຈີນ ແລະ ຕະຫຼາດເອີຣົບ.
ໂຮງສີເຂົ້າ ທ່ານ ນາງ ບຸນຮຽງ ພົມມີໄຊ ຕັ້ງຢູ່ບ້ານດອນໜູນ ເມືອງໄຊທານີ ເປັນຂະແໜງອຸດສາຫະກຳປຸງແຕ່ງ ສິນຄ້າກະສິກໍາ ຜະລິດເຂົ້າຫຼາຍຊະນິດ ເຊັ່ນ: ເຂົ້າຈ້າວ, ເຂົ້າໜຽວ, ເຂົ້າກໍ່າ, ເຂົ້າຮາງ, ເຂົ້າທັນຍາພືດ ແລະ ອື່ນໆ.