ຕົ້ມຫອຍຈໍ້າແຈ່ວສົ້ມສຸດແຊບ

75

ຕົ້ມຫອຍປາກກວ້າງ ແລະ ຫອຍໂປ້ ຫຼື ຫອຍຊະນິດອື່ນໆ ຕ້ອງກິນຄູ່ກັບແຈ່ວສົ້ມເທົ່ານັ້ນຈຶ່ງຈະເຂົ້າກັນດີ ແລະ ມື້ນີ້ເຮົາຈະພາມາເຮັດແຈ່ວສົ້ມແຊບໆໄວ້ຈ້ຳຫອຍ ແລະ ວິທີຕົ້ມຫອຍບໍ່ໃຫ້ຄາວ.
▶ວັດຖຸດິບ: ຫອຍໂປ້ ຫຼື ຫອຍປາກກວ້າງກໍໄດ້, ຫົວຂ່າ, ຂີງ, ຫົວສີໃຄ, ໃບຂີ້ຫູດ, ເກືອ, ແປ້ງນົວ, ນໍ້າຕານ, ນໍ້າປາ, ໝາກນາວ, ໝາກເຜັດດິບ, ຫົວຜັກທຽມ 1 – 3 ກີບ, ຮາກຫອມປ້ອມ ຫຼື ຈະຊອຍໃບໃສ່ກໍໄດ້.

▶ການຕົ້ມຫອຍ: ລ້າງຫອຍສະອາດດີແລ້ວ ຄ້າງໝໍ້ຂຶ້ນເອົານໍ້າສະອາດໃສ່ກະພໍດີກັບຫອຍ, ຈາກນັ້ນກໍເອົາຊອຍຫົວຂ່າ, ຂີງ, ຫົວສີໃຄ, ໃບຂີ້ຫູດ, ເກືອ ລົງໄປນໍ້າຟົດແລ້ວໃຫ້ເອົາຫອຍເທລົງໄປຕົ້ມເພື່ອຂ້າຄາວ ( ຫາກໃຜມັກສົ້ມໃຫ້ເອົາໃບໝາກຂາມອ່ອນລົງໄປຕົ້ມໃສ່ນຳ ) ຕົ້ມປະມານ 10 – 15 ນາທີ ກໍສຸກແລ້ວ ຕັກໃສ່ຈານ ພ້ອມເສີບ.

▶ການເຮັດແຈ່ວສຸດແຊບ: ນຳໝາກເຜັດດິບ ເລືອກໜ່ວຍແດງ, ຫົວຜັກທຽມ, ເກືອ, ແປ້ງນົວ, ນໍ້າຕານ, ຮາກຫອມປ້ອມ ລົງໃສ່ຄົກແລ້ວຕຳໃຫ້ລະອຽດ ຕາມດ້ວຍນໍ້າໝາກນາວ ແລະ ນໍ້າປາ ( ເຄື່ອງຕ້ອງຫຼາຍ ) ຊີມ ແລະ ປຸງລົດຊາດຕາມໃຈມັກ ( ຖ້າບໍ່ມີຮາກຫອມປ້ອມໃຫ້ຊອຍຕົ້ນມັນໃສ່ກໍໄດ້ ) ເຮັດລົດຊາດອອກສົ້ມໆ, ຫວານໆ, ເຄັມໆ, ເຜັດໆ – ນົວໆ ເທົ່ານີ້ທ່ານກໍໄດ້ແຈ່ວສົ້ມສຸດແຊບໄວ້ຈໍ້າຫອຍແລ້ວ.
[ ໂດຍ: ນົກແຕນແວນ ]