ສາເຫດ ແລະ ວີທີ ຮັກສາແຂ້ວເຫຼືອງດໍາ

116

ບໍ່ວ່າໃຜກໍຕ້ອງການມີແຂ້ວທີ່ຂາວສະອາດ ເພື່ອເພີ່ມບຸກຄະລິກກະພາບທີ່ດີຂອງຕົນເອງ ແຕ່ຫຼາຍຄົນກໍຫຼີກລ່ຽງບໍ່ໄດ້ບັນຫາແຂ້ວເຫຼືອງ ຫຼື ແຂ້ວດໍາ ບັນຫານີ້ເກີດຈາກຫຼາຍສາເຫດດັ່ງນີ້:
1. ສຸຂະນາໄມໃນຊ່ອງປາກບໍ່ດີ: ຜິວແຂ້ວຂອງເຮົາມີຊັ້ນບາງໆທີ່ເຄືອບເອົາໄວ້ມີລັກສະນະສີຂາວ ເຊິ່ງຈະຊ່ວຍປົກປິດເນື້ອແຂ້ວ ( ທີ່ມີສີເຫຼືອງ ) ອອກມາໃຫ້ເຫັນ ຖ້າສຸຂະນາໄມໃນປາກບໍ່ດີແຂ້ວກໍຈະເລີ່ມເປັນສີເຫຼືອງ. ນອກຈາກນັ້ນອາຫານບາງຊະນິດກໍສາມາດກັດຜິວຂອງແຂ້ວໄດ້ ຫຼື ການຖູແຂ້ວແຮງເກີນໄປ, ຖູແຂ້ວຜິດວິທີ ຖືເປັນການທໍາລາຍຊັ້ນຜິວແຂ້ວໂດຍກົງໄດ້.
2. ອາຫານ ແລະ ເຄື່ອງດື່ມ:

– ເຄື່ອງດື່ມສີເຂັ້ມ ບໍ່ວ່າຈະເປັນຊາ, ກາເຟ, ໂຊດາ, ນໍ້າໝາກໄມ້, ເບຍ ແລະ ເຄື່ອງດື່ມແອວກໍຮໍຕ່າງໆ ຈະເຮັດໃຫ້ແຂ້ວປ່ຽນສີໄດ້ ເນື່ອງຈາກການສະສົມຂອງເຄື່ອງດື່ມຕ່າງໆ, ນອກຈາກນີ້ ເຄື່ອງດື່ມທີ່ເປັນກົດເຊັ່ນ: ຊາ, ກາເຟ, ຄວາມເປັນກົດສາມາດກັດສານເຄືອບແຂ້ວຂອງເຮົາໄດ້ ທາງທີ່ດີຄວນຫຼີກລ່ຽງ.
– ອາຫານ ຫຼື ໝາກໄມ້ບາງຊະນິດທີ່ສີເຂັ້ມ ເຊັ່ນ: ເບີລີ້ ກໍສາມາດພາໃຫ້ເກີດຄາບຮອຍໄດ້ ທາງທີ່ດີຫຼັງຈາກຮັບປະທານແລ້ວຄວນບ້ວນປາກ ຫຼື ຖູແຂ້ວ.
3. ສູບຢາ: ການສູບຢາເປັນສາເຫດຕົ້ນໆທີ່ພາໃຫ້ແຂ້ວດໍາເຫຼືອງ ຈາກສານເຄມີທີ່ຢູ່ໃນຢາສູບ ຖ້າສູບຫຼາຍເທົ່າໃດສານໃນຢາສູບຍິ່ງສະສົມໃນແຂ້ວ ທາງທີ່ດີບໍ່ຄວນສູບຢາ ເພື່ອສຸຂະພາບແຂ້ວ, ປາກທີ່ດີ, ປອດສະອາດ ແລະ ຊ່ວຍຫຼຸດຄວາມສ່ຽງຈາກມະເຮັງ.
4. ເກີດຈາກພະຍາດຕ່າງໆ ແລະ ຢາ: ການເຈັບປ່ວຍ ຫຼື ຢາບາງຊະນິດ ກໍເປັນສາເຫດເຮັດໃຫ້ແຂ້ວເຫຼືອງ ເຊັ່ນ: ຜູ້ປ່ວຍທີ່ໄດ້ຮັບເຄມີບໍາບັດພະຍາດມະເຮັງ, ພະຍາດກ່ຽວກັບຖົງນໍ້າບີ ແລະ ຢາຮັກສາພະຍາດບາງຊະນິດ ເຊັ່ນ: ພະຍາດຫອບຫືດ ແລະ ພະຍາດຄວາມດັນເລືອດສູງ.

■ ວິທີເຮັດໃຫ້ແຂ້ວກັບມາຂາວມີດັ່ງນີ້:
– ແບັກຄິ້ງໂຊດາ Baking Soda ຫຼື ຜົງຟູ: ມີຄຸນສົມບັດຟອກແຂ້ວຂາວທີ່ດີ, ກໍາຈັດສິ່ງເປິເປື້ອນຂອງແຂ້ວຢ່າງອ່ອນໂຍນ, ຕໍ່ສູ້ກັບແບັກທີເຣຍບໍ່ໃຫ້ເຕີບໃຫຍ່, ຫຼຸດຈຸລິນຊີ ແລະ ປ້ອງກັນແຂ້ວຜູກໄດ້.
– ຮັກສາຄວາມສະອາດໃນຊ່ອງປາກ: ວິທີທີ່ງ່າຍທີ່ສຸດຄືໝັ່ນຖູແຂ້ວ, ເຫືອກ ແລະ ລີ້ນ ເພາະແບັກທີເຣຍມີຢູ່ທຸກບ່ອນໃນປາກ.
– ກວດສຸຂະພາບແຂ້ວທຸກໆ 6 ເດືອນ ເພື່ອກວດເບິ່ງຊ່ອງປາກວ່າມີບັນຫາ ຫຼື ບໍ່, ວິທີທາງການແພດທີ່ເຮັດໃຫ້ແຂ້ວຂາວ ກໍຄືການຂູດຫີນປູນ ແລະ ການຟອກສີແຂ້ວ.