ກັບມາພ້ອມລາງວັນມາຝາກແຟນໆ ຈອນທະຈັກ ນວນແສງສີ ແລະ ນ້ອຍ ເລົ່າຈົ່ງຊົວ

161

ສອງໄວໜຸ່ມທີ່ໄປສ້າງຊື່ສຽງໃຫ້ກັບປະເທດລາວໃນເວທີສາກົນ ຕົວແທນສາຍສະພາຍລາວ Miss & Mister Fitness Supermodel World Laos 2023 ກັບການໄປຮ່ວມແຂ່ງຂັນ Miss & Mister Fitness Supermo del World ຢູ່ນະຄອນໂຮ່ຈິມີນ ສສ ຫວຽດນາມ ແລະ ໃນວັນທີ 23 ພຶດສະພາ 2023 ນີ້ ກໍໄດ້ເດີນທາງມາເຖິງປະເທດລາວເປັນທີ່ຮຽບຮ້ອຍແລ້ວ ພ້ອມຄວ້າລາງວັນອັນເປັນຜົນສໍາເລັດຂອງທັງສອງນ້ອງ ກັບບ້ານດ້ວຍຄວາມສະຫງ່າງາມ ແລະ ສົມກຽດ ໂດຍການຕ້ອນຮັບກັບບ້ານຢ່າງອົບອຸ່ນຈາກປະທານໂຄງການປະກວດ Mister Laos ທ່ານ ໄຊຊະນະ ນໍລະສິງສີສານ ຜູ້ທີ່ຄອຍພັກດັນ ແລະ ສະໜັບສະໜູນນ້ອງໆໃນການປະກວດຄັ້ງນີ້.

ເມື່ອເຫັນທັງສອງເດີນທາງກັບເຖິງບ້ານດ້ວຍຄວາມປອດໄພ ແລະ ນໍາໄຊຊະນະອັນເປັນລາງວັນຢ່າງເຕັມໄມ້ເຕັມມືມາຝາກມາຕ້ອນແຟນໆຊາວລາວແລ້ວ ທີມຂ່າວບັນເທີງກໍຊື່ນໃຈແທນແຟນໆອີ່ຫຼີ ໂດຍທັງສອງຄວ້າໄດ້ເຖິງ 5ລາງວັນມາຝາກຊາວລາວ ແລະ ເຮັດໃຫ້ປະເທດລາວເຮົາເປັນທີ່ຮູ້ຈັກຢ່າງກວ້າງ ຂວາງໃນການຮ່ວມປະກວດໃນເວທີສາກົນຄັ້ງນີ້ ເຊິ່ງເປັນທີ່ໜ້າຍິນດີ ແລະ ກໍຊົມເຊີຍຕໍ່ຜົນສໍາເລັດໃນຄັ້ງນີ້ເປັນທີ່ສຸດ.
ສໍາລັບໜຸ່ມ ຈ໋ອຍ ຈອນທະຈັກ ນວນແສງສີ Mister Fitness Supermodel Laos 2023 ຄວ້າໄດ້ລາງວັນ Popularity ແລະ Top 3 Mister face ມາເປັນຂອງຂວັນໃຫ້ຊາວລາວເຮົາດ້ວຍ ໃນເວທີລະດັບໂລກ ແລະ ເປັນປີທຳອິດທີ່ປະເທດຫວຽດນາມ ໄດ້ຈັດຂຶ້ນ ແລະ ຫຼັງຈາກເດີນທາງມາເຖິງສະໜາມບິນສາກົນວັດໄຕ ທີມຂ່າວບັນເທີງກໍບໍ່ລໍຊ້າ ຈັບໄມສໍາພາດໜຸ່ມ ຈ໋ອຍ ພາຍຫຼັງເຂົ້າຮ່ວມແຂ່ງຂັນໃນທີທີປະກວດດັ່ງກ່າວ ໂດຍໜຸ່ມ ຈ໋ອຍ ບອກວ່າ: ຕົນເອງຮູ້ສຶກດີໃຈ ແລະ ປື້ມໃຈທີ່ສຸດ ທີ່ໄດ້ນໍາລາງວັນມາຝາກຊາວລາວເຮົາ ເຖິງແມ່ນວ່າຈະພົບກັບຄູ່ແຂ່ງຫຼາຍປະເທດ ແຕ່ຍ້ອນການກຽມຕົວມາດີ ແລະ ຕັ້ງໃຈ ພ້ອມໄດ້ຮັບກໍາລັງໃຈ ແລະ ແຮງສະໜັບສະໜູນຈາກແຟນໆທັງຊາວລາວ ແລະ ຊາວຫວຽດນາມ ຈຶ່ງເຮັດໃຫ້ຄວ້າລາງວັນມາໄດ້. ນອກຈາກໄດ້ຮັບລາງວັນແລ້ວ ຍັງໄດ້ມິດຕະພາບດີໆຈາກໝູ່ເພື່ອນໃນກອງປະກວດ, ຄວາມຮູ້ ແລະ ປະສົບການຫຼາກຫຼາຍຢ່າງທີ່ສຸດ ແລະ ຕົນເອງຮູ້ສຶກປະທັບໃຈທີ່ສຸດ ຕໍ່ກັບແຟນໆຊາວຫວຽດນາມທີ່ໃຫ້ກໍາລັງໃຈ ແລະ ໃນມື້ນີ້ຍັງໄດ້ມາສົ່ງທີ່ສະໜາມອີກດ້ວຍ.

ສ່ວນສາວງາມ ນ້ອງ ນ້ອຍ ເລົ່າຈົ່ງຊົວ Miss Fitness Supermodel Laos 2023 ກໍບໍ່ນ້ອຍໜ້າ ແລະ ບໍ່ເຮັດໃຫ້ຜິດຫວັງ ສາມາດຄວ້າລາງວັນກັບມາຝາກແຟນໆເຊັ່ນດຽວກັນ ເຊິ່ງລາງວັນທີ່ຍາດມາໄດ້ ເຖິງ 3 ລາງວັນເລີຍ ບໍ່ວ່າຈະເປັນ Top3 Sport Wear, Top3 Miss Photogenic ແລະ ລາງວັນ Popularity. ພ້ອມນີ້, ນ້ອງນ້ອຍ ກໍໄດ້ໃຫ້ສໍາພາດຄວາມຮູ້ສຶກຕົນເອງວ່າດີໃຈທີ່ສຸດທີ່ຕົນເອງເຮັດໄດ້ ແລະ ເຮັດໃຫ້ຫຼາຍໆປະເທດຮູ້ຈັກປະເທດລາວ ແລະ ຄວາມເປັນລາວຫຼາຍຂຶ້ນ. ພາຍຫຼັງທີ່ເຂົ້າຮ່ວມການປະກວດໃນຄັ້ງນີ້ແລ້ວ ນ້ອງກໍຈະນໍາເອົາຄວາມຮູ້ທີ່ໄດ້ຈາກເວທີສາກົນມາພັດທະນາຕົນເອງໃຫ້ດີຂຶ້ນໄປເລື້ອຍໆ ເພາະນ້ອຍ ຄິດວ່າຕົນເອງຍັງມີ ຄວາມຝັນ ເຊິ່ງຈະບໍ່ຢຸດພຽງເທົ່ານີ້ ຍັງຢາກເຂົ້າຮ່ວມອີກຫຼາກຫຼາຍການປະກວດເລີຍ ແລະ ນອກຈາກນີ້ແມ່ນຈະນໍາບົດຮຽນຄວາມຮູ້ທີ່ໄດ້ຮຽນມາ ມາສອນນ້ອງໆຄົນຮຸ່ນໃໝ່ຕໍ່ໄປນໍາອີກ.

ຂ່າວບັນເທີງກໍຕ້ອງຂໍສະແດງຄວາມຍິນດີກັບທັງສອງນ້ອງດ້ວຍ ແລະ ຝາກຕິດຕາມ ພ້ອມເປັນກຳລັງໃຈໃຫ້ນ້ອງໆທັງສອງໄດ້ ໂດຍການສະໜັບສະໜູນ ແລະ ຕິດຕາມຜົນງານທັງສອງໄດ້ ສາມາດຕິດຕາມຜົນງານຂອງໜຸ່ມຄົນນີ້ໄດ້ທີ່ Jonethajuk Nouansaengsy ແລະ Noy Laochongxoua.