ອາເມຣິກາ ກັງວົນກັບການຫ້າມຊື້ ຊິບ ຈາກບໍລິສັດ ໄມຄຣອນ ພ້ອມເລັ່ງຕິດຕໍ່ຈີນ ເພື່ອເຈລະຈາ

74

ສໍານັກຂ່າວຊິນຫົວລາຍງານວ່າ: ກະຊວງການຕ່າງປະເທດຂອງອາເມຣິກາ ເປີດເຜີຍເມື່ອວັນທີ 22 ພຶດສະພາ ຜ່ານມາວ່າ ອາເມຣິກາ ໄດ້ມີຄວາມກັງວົນຢ່າງຍິ່ງ ກ່ຽວກັບກໍລະນີທີ່ ຈີນ ອອກຄໍາສັ່ງຫ້າມອຸດສາຫະກຳທີ່ສຳຄັນຂອງຈີນຊື້ ເຊມີຄອນດຣັກເຕີ ( ຊິບ ) ໜ່ວຍຄວາມຈໍາ ຈາກບໍລິສັດ ໄມຄຣອນ ເຕັກໂນໂລຊີ ຂອງອາເມຣິກາ ພ້ອມທັງລະບຸວ່າ: ອາເມຣິກາ ກຳລັງຮ່ວມມືກັບລັດຖະບານຈີນ ເພື່ອໃຫ້ມີຄວາມຊັດເຈນກັບເລື່ອງນີ້.

ທ່ານ ແມດທິວ ມິລເລີ ໂຄສົກກະຊວງການຕ່າງປະເທດຂອງອາເມຣິກາ ກ່າວວ່າ: ການດຳເນີນການທີ່ມີຕໍ່ບໍລິສັດໄມຄຣອນ ບໍ່ສອດຄ່ອງກັບຄໍາໝັ້ນສັນຍາຂອງຈີນທີ່ວ່າ ປະເທດຈີນເປີດຕ້ອນຮັບທຸລະກິດ ແລະ ມຸ່ງໝັ້ນທີ່ຈະປະຕິບັດຕາມຂອບການຄຸ້ມຄອງທີ່ມີຄວາມໂປ່ງໃສ.

ຂະນະທີ່ສຳນັກຂ່າວ ບຣູມເບີກ ລາຍງານວ່າ: ໜ່ວຍງານຄຸ້ມຄອງດ້ານໄຊເບີເຊບ ຂອງຈີນ ( CAC ) ສະຫຼຸບວ່າ: ໄມຄຣອນ ມີຄວາມສ່ຽງດ້ານຄວາມປອດໄພທາງໄຊເບີ ຂ້ອນຂ້າງຮ້າຍແຮງ ເຊິ່ງຈາກການກວດສອບຜະລິດຕະພັນທີ່ວາງຂາຍໃນປະເທດ ໂດຍຜະລິດຕະພັນຂອງ ໄມຄຣອນ ກໍ່ໃຫ້ເກີດ ຄວາມສ່ຽງດ້ານຄວາມປອດໄພທີ່ສໍາຄັນຕໍ່ຕ່ອງໂສ້ການສະໜອງຂອງໂຄງສ້າງພື້ນຖານດ້ານຂໍ້ມູນທີ່ສຳຄັນ ເຊິ່ງຈະສົ່ງຜົນກະທົບຕໍ່ຄວາມໝັ້ນຄົງຂອງຊາດ.

ທັງນີ້, ໄມຄຣອນ ຄາດວ່າ: ຄໍາສັ່ງຫ້າມໃຊ້ຊິບຂອງບໍລິສັດໃນໂຄງການກໍ່ສ້າງພື້ນຖານໃນຈີນ ຈະສົ່ງຜົນກະທົບຕໍ່ລາຍໄດ້ຂອງບໍລິສັດ.