ອາກຊັງຕິນ ເລີ່ມໃຊ້ພັນທະບັດໃໝ່ ມູນຄ່າ 2.000 ເປໂຊ

49

ເວັບໄຊສຳນັກຂ່າວ BNews.vn ລາຍງານວ່າ: ພັນທະບັດໃໝ່ ມູນຄ່າ 2.000 ເປໂຊ ເປັນພັນທະບັດທີ່ມີມູນຄ່າສູງສຸດຂອງອາກຊັງຕິນ ໄດ້ຖືກນໍາອອກມາຈໍລະຈອນໃນສັງຄົມຕັ້ງແຕ່ວັນທີ 22 ພຶດສະພາຜ່ານມາ. ແຕ່ເນື່ອງຈາກການອ່ອນຄ່າລົງຂອງເງິນເປໂຊ ຈໍານວນ 2.000 ເປໂຊ ຈຶ່ງມີມູນຄ່າພຽງ 8,50 ໂດລາ ຕາມອັດຕາແລກປ່ຽນຢ່າງເປັນທາງການ ແລະ ປະມານ 4 ໂດລາໃນຕະຫຼາດມືດ.

ທະນາຄານກາງຂອງອາກຊັງຕິນ ໄດ້ອອກຖະແຫຼງການລະບຸວ່າ: ພັນທະບັດ 2.000 ເປໂຊ ຈະຊ່ວຍປັບປຸງການເຮັດວຽກຂອງຕູ້ ເອທີເອັມ ແລະ ເພີ່ມປະສິດທິພາບຂອງປະລິມານເງິນສົດໝູນວຽນ. ນອກນີ້, ພັນທະບັດມູນຄ່າສູງດັ່ງກ່າວນີ້ ຍັງຊ່ວຍຫຼຸດແຮງກົດດັນຕໍ່ລະບົບທະນາຄານ ຕະຫຼອດຮອດສ້າງເງື່ອນໄຂທີ່ເອື້ອອໍານວຍຕໍ່ປະຊາຊົນ ແລະ ນັກທ່ອງທ່ຽວໃນການຊໍາລະເປັນເງິນສົດ.

ທັງນີ້, ໃນປີ 2023 ນີ້, ເງິນເປໂຊ ອ່ອນຄ່າລົງ 25% ເມື່ອທຽບກັບໂດລາ ເຖິງແມ່ນວ່າລັດຖະບານຈະພະຍາຍາມຄວບຄຸມເງິນທຶນຢ່າງເຂັ້ມງວດກໍຕາມ ຊາວອາກຊັງຕິນ ສ່ວນໃຫຍ່ ຊື້ໂດລາໃນຕະຫຼາດມືດນອກລະບົບໃນອັດຕາຫຼາຍກວ່າ 480 ເປໂຊຕໍ່ໂດລາ ແທນທີ່ຈະເປັນ 235 ເປໂຊ ຕາມອັດຕາການແລກປ່ຽນຂອງທະນາຄານກາງອາກຊັງຕິນກຳນົດ.

ອັດຕາເງິນເຟີ້ທີ່ລະດັບ 109% ເປັນອັດຕາທີ່ສູງທີ່ສຸດໃນໂລກ ສົ່ງຜົນໃຫ້ອັດຕາດອກເບ້ຍສູງຂຶ້ນ 97%, ຜົນສຳຫຼວດຂອງທະນາຄານກາງຂອງປະເທດ ກໍໄດ້ຄາດການວ່າ ອັດຕາເງິນເຟີ້ໃນລະບົບເສດຖະກິດທີ່ໃຫຍ່ເປັນອັນດັບ 3 ຂອງອາເມຣິກາລາຕິນ ອາດເພີ່ມຂຶ້ນເກືອບເຖິງ 130% ພາຍໃນໝົດປີນີ້.