ສປຊ ລະດົມທຶນຊ່ວຍເຫຼືອມຽນມາ – ບັງກລາເທດ

61

ສຳນັກຂ່າວ AFP ລາຍງານວ່າ: ອົງການສະຫະປະຊາຊາດ ( ສປຊ ) ໄດ້ອອກຖະແຫຼງການ ໂດຍລະບຸວ່າ: ສືບເນື່ອງມາຈາກອິດທິພົນຂອງພາຍຸໄຕ້ຝຸ່ນ ໂມຄາ ໄດ້ສ້າງຄວາມເສຍຫາຍຢ່າງໜັກໜ່ວງຕໍ່ລັດຍະໄຂ່ ເຊິ່ງຕັ້ງຢູ່ທາງທິດຕາເວັນຕົກຂອງມຽນມາ ໂດຍ ສປຊ ມີຄວາມຈຳເປັນຕ້ອງລະດົມທຶນເພີ່ມອີກ 122 ລ້ານໂດລາ ເພື່ອເປັນຄ່າໃຊ້ຈ່າຍເພີ່ມຕື່ມໃນການຊ່ວຍເຫຼືອຜູ້ປະສົບໄພ ເພື່ອເອົາມາບວກກັບກອງທຶນທີ່ມີໃນປັດຈຸບັນ 211 ລ້ານໂດລາ.

ນອກຈາກນີ້, ສປຊ ຍັງຕ້ອງການ ການສະໜັບສະໜູນອີກ 42 ລ້ານໂດລາ ເພື່ອນຳໄປຊ່ວຍເຫຼືອບັງກລາເທດ ທີ່ໄດ້ຮັບຜົນກະທົບຈາກພາຍຸດັ່ງກ່າວເຊັ່ນດຽວກັນ.

ທັງນີ້, ລັດຖະບານມຽນມາ ຢືນຢັນເມື່ອອາທິດຜ່ານມາວ່າ: ຍອດຜູ້ເສຍຊີວິດຈາກອິດທິພົນຂອງພາຍຸໂມຄາ ເຊິ່ງພັດຜ່ານລັດຍະໄຂ່ ເມື່ອວັນທີ 14 ພຶດສະພາຜ່ານມາ ຢູ່ທີ່ປະມານ 145 ຄົນ, ແຕ່ຫຼັງຈາກນັ້ນຍັງບໍ່ມີການເປີດເຜີຍຍອດຜູ້ເສຍຊີວິດເພີ່ມຕື່ມອີກ.