ຊາວບ້ານນາວາງໃຫຍ່ ສົມທົບທຶນກັນສ້ອມແປງເສັນທາງ ເພື່ອຄວາມສະດວກຂອງທຸກຄົນ

110

ເພື່ອເປັນການສ້າງຂະບວນການ ແລະ ສ້າງຜົນງານຂໍ່ານັບຮັບຕ້ອນໃນວັນສຳຄັນຕ່າງໆຂອງຊາດ-ຂອງພັກລັດ. ອັນສຳຄັນກໍ່ ເພື່ອຄວາມສະດວກສະບາຍຂອງປະຊາຊົນພາຍໃນບ້ານ ໃນຕອນເຊົ້າຂອງວັນທີ 20 ພຶດສະພາ ຜ່ານມານີ້ ທ່ານ ດວງດີ ຊາຍນະຄອນ ຫົວໜ້າຫ້ອງການຖະແຫຼງຂ່າວ, ວັດທະນະ ທຳ ແລະ ທ່ອງທ່ຽວເມືອງໜອງບົກ ແຂວງຄຳມ່ວນ ຜູ້ຊີ້ນຳກຸ່ມບ້ານນາວາງ ພ້ອມດ້ວຍພະນັກງານກໍ່ສ້າງຮາກຖານການເມືອງ ໄດ້ລົງຊຸກຍູ້ການສ້ອມແປງເສັ້ນທາງບ້ານນາວາງໃຫຍ່ ເມືອງໜອງບົກ ແຂວງຄໍາມ່ວນ.

No description available.
ໂດຍເຂົ້າຮ່ວມໃນຂະບວນການຄັ້ງນີ້ ປະກອບມີອຳນາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນ ພາຍໃນບ້ານເຂົ້າຮ່ວມຢ່າງເປັນຂະບວນການຟົດຟື້ນ ເຊິ່ງພາຍໃນບ້ານນາວາງໃຫຍ່ ປະກອບມີ 282 ຄອບຄົວ ແລະ 204 ຫຼັງຄາເຮືອນ ແລະ ມີຈຳນວນປະຊາກອນພາຍໃນບ້ານແມ່ນມີທັງໝົດ 1.579 ຄົນ, ຍິງ 779 ຄົນ.

No description available.
ໃນການສ້ອມແປງເສັ້ນທາງຄັ້ງນີ້ ແມ່ນໄດ້ມີການນຳໃຊ້ລົດເກດ ເພື່ອເປັນການຖົມຂຸມ ແລະ ປັບໜ້າທາງ ການສ້ອມແປງເສັ້ນທາງຄັ້ງນີ້ ແມ່ນມີຄວາມຍາວຢູ່ 2.600 ແມັດ, ກວ້າງ 4 ແມັດ ການໃຊ້ທຶນເຂົ້າໃນການສ້ອມແປງແມ່ນ 44 ລ້ານກວ່າກີບທີ່ມາຈາກ ການລະດົມນຳພໍ່ແມ່ປະຊາຊົນ ແລະ ບັນດາພໍ່ຄ້າຊາຍຂາຍຊ່ວຍກັນຄົນລະໜ້ອຍ ເພື່ອສ້າງເສັ້ນທາງໃຫ້ແລ້ວກ່ອນລະດູຝົນ.

No description available.