ກຽມຈັດບານເຕະ ແລະ ກີລາມວນຊົນ ຊີງຂັນຜູ້ອຳນວຍການຝ່າຍການຂາຍ ເບຍລາວ

76

ສະມາຄົມນັກທຸລະກິດຮ້ານອາຫານລາວ ຮ່ວມກັບຝ່າຍການຂາຍ ແລະ ການຕະຫຼາດ ບໍລິສັດ ເບຍລາວ ຈຳກັດ ຈະຈັດການແຂ່ງຂັນກີລາບານເຕະ ຮຸ່ນອາຍຸ 35 ປີຂຶ້ນໄປ ແລະ ກີລາມວນຊົນ 4 ພາກສ່ວນ ຊີງຂັນທ່ານຜູ້ອຳນວຍການ ຝ່າຍການຂາຍ ບໍລິສັດ ເບຍລາວ ຈຳກັດ ໃນວັນທີ 26 ພຶດສະພາ 2023 ເພື່ອເປັນການເປີດສາຍພົວພັນມິດຕະພາບ ລະຫວ່າງ 4 ພາກສ່ວນ ໃຫ້ມີຄວາມຮັດແໜ້ນສາມັກຄີແລກປ່ຽນບົດຮຽນ ແນໃສ່ສ້າງຂະບວນການສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອນສາກົນ 1 ມິຖຸນາ 2023 ໃຫ້ມີຄວາມໝາຍຢ່າງເລີກເຊິ່ງ.

ຕາມການໃຫ້ຂໍ້ມູນຈາກ ທ່ານ ຄຳແພງ ເພົ້າບົວວົງ ປະທານສະມາຄົມນັກ ທຸລະກິດຮ້ານອາຫານລາວ ທັງເປັນເຈົ້າຂອງຮ້ານອາຫານ ຊີ້ນດາດລັດສະໝີ ຈານໃຫຍ່ ບ້ານຕານມີໄຊ ໃຫ້ຮູ້ວ່າ: ກິດຈະກຳໃນຄັ້ງນີ້ ແມ່ນນອນໃນແຜນໂຄງການປະຈຳປີ 2023 ຂອງສະມາຄົມຂອງພວກເຮົາ ເພື່ອຈະໄດ້ສືບຕໍ່ສົ່ງເສີມທຸລະກິດຂອງຮ້ານອາຫານທີ່ນອນໃນສະມາຊິກຂອງສະມາຄົມ ອີກດ້ານໜຶ່ງກໍຍັງເປັນການເປີດສາຍພົວພັນມິດຕະພາບ ລະຫວ່າງ 4 ພາກສ່ວນ ໃຫ້ມີຄວາມຮັດແໜ້ນສາມັກຄີແລກປ່ຽນບົດຮຽນ ແນໃສ່ສ້າງຂະບວນການສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອນສາກົນ 1 ມິຖຸນາ 2023 ໃຫ້ມີຄວາມໝາຍຢ່າງເລີກເຊິ່ງ.

ການແຂ່ງຂັນລາຍການດັ່ງກ່າວ ຈະຈັດຂຶ້ນ ໃນັວນທີ 26 ພຶດສະພານີ້ ທີ່ສະໜາມກີລາບານເຕະຫຍ້າທ່ຽມ ກູດໄລ໌ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຄາດວ່າຈະມີບັນດານັກກີລາຈາກ 4 ພາກສ່ວນ ປະກອບມີ ສະມາຄົມນັກທຸລະກິດຮ້ານອາຫານລາວ, ບໍລິສັດ ເບຍລາວ ຈຳກັດ, ສຳນັກງານປົກຄອງເມືອງສີໂຄດຕະບອງ ແລະ ກຸ່ມສື່ມວນຊົນສາຍກີລາ ເຂົ້າຮ່ວມ 300 ກວ່າຄົນ, ໃນນັ້ນ ຈະມີການແຂ່ງຂັນກີລາບານເຕະຊາຍ ຮຸ່ນອາຍຸ 35 ປີຂຶ້ນໄປ ເປັນການພົບກັນລະຫວ່າງ ທີມບໍລິສັດ ເບຍລາວ ຈຳກັດ ພົບກັບ ກຸ່ມສື່ມວນຊົນສາຍກີລາ ແລະ ສະມາຄົມນັກທຸລະກິດຮ້ານອາຫານລາວ ພົບກັບ ສຳນັກງານປົກຄອງເມືອງສີໂຄດຕະບອງ. ນອກຈາກນັ້ນ, ກໍຍັງຈະມີການແຂ່ງຂັນກີລາມວນຊົນ ເຊັ່ນກີລາດອກປີກໄກ່ ປະເພດທີມຄູຊາຍ, ກີລາເປຕັງ ປະເພດທີມຊຸດຊາຍ ຫຼື ທີມຊຸດປະສົມຍິງ-ຊາຍ ແລະ ກິດຈະກຳອື່ນໆອີກ.