ແສນພິເສດ ຫຼານນ້ອຍນັກຮຽນລາວໄດ້ໄປສະຫຼອງວັນເດັກນ້ອຍສາກົນຢູ່ສປ ຈີນ ດ້ວຍລົດໄຟລາວ-ຈີນ

135

ວັນທີ 23 ພຶດສະພານີ້,ບັນດາຄູ-ອາຈານ ແລະ ນ້ອງນັກຮຽນປະຖົມເກັ່ງລະດັບຊາດ ຈໍານວນ 125 ຄົນ,ນໍາພາໂດຍ ທ່ານ ອຈ. ສີສະໝຸດ ແສນບຸດຕະລາດ ຫົວໜ້າກົມຮ່ວມມືກັບຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ ໄດ້ອອກເດີນທາງດ້ວຍລົດໄຟລາວ-ຈີນ D888, ຈາກສະຖານີນະຄອນຫຼວງວຽງຈັນ ສູ່ສະຖານີບໍ່ເຕ່ນ ເພື່ອເຂົ້າຮ່ວມກິດຈະກໍາສະເຫຼີມສະຫຼອງວັນເດັກນ້ອຍສາກົນຢູ່ສປ ຈີນ.

May be an image of 3 people, train and text
ທ່ານ ອຈ. ສີສະໝຸດ ໄດ້ໃຫ້ຮູ້ວ່າ: ກິດຈະກໍາຮ່ວມສະຫຼອງວັນເດັກນ້ອຍສາກົນລາວ-ຈີນຄັ້ງນີ້ໃຊ້ເວລາທັງໝົດ 16 ວັນ(23 ພຶດສະພາ ຫາ 7 ມິຖຸນາ 2023), ເຊິ່ງຈະເຄື່ອນໄຫວທັດສະນະສຶກສາຢູ່ບາງຕົວເມືອງໃຫຍ່ຂອງສປ ຈີນ ເຊັ່ນ: ເລີ່ມທີ່ນະຄອນຊຽງຮຸ່ງ ກິ່ງແຂວງປົກຄອງຕົນເອງສິບສອງພັນນາ, ເພື່ອຮ່ວມກິດຈະກໍາກັບນັກຮຽນໂຮງຮຽນປະຖົມສິບສອງພັນນາເລກ1, ນະຄອນຫຼວງປັກກິ່ງ ຈະຢ້ຽມຊົມພະລາດຊະວັງກູ່ໂກ່ງ, ເຂົ້າຊົມຈັດຕຸລັດທ່ຽນອັນເມິນ, ຢ້ຽມຊົມມະຫາວິທະຍາໄລຊິນຫົວ ເຂົ້າຮ່ວມກິດຈະກໍາກັບນັກຮຽນໂຮງຮຽນປະຖົມປັກກິ່ງປ່າອີ້ແລະອື່ນໆ.

May be an image of 7 people

ແຂວງຊີອານ ຈະເຂົ້າຮ່ວມກິດຈະກໍາກັບໂຮງຮຽນພັດທະນາຊີອານ, ແຂວງຟູໂຈວ່ ເພື່ອຮ່ວມກິດຈະກໍາຈັບມືກັນຮ່ວມກັບໂຮງຮຽນປະຖົມ Tiger Hill, ກິດຈະກໍາມິດຕະພາບເຍົາວະຊົນລາວ-ຈີນ ແລະແຂວງເຊັຍເໝິນ ຮ່ວມກິດຈະກໍາກັບນັກຮຽນໂຮງຮຽນປະຖົມເຊັຍເໝິນ ແລະເດີນທາງກັບນະຄອນຫຼວງວຽງຈັນ.

May be an image of 6 people and train
ບໍລິສັດລົດໄຟລາວ-ຈີນ ໄດ້ໃຫ້ຮູ້ວ່າ: ເພື່ອອໍານວຍຄວາມສະດວກໃຫ້ນ້ອງນັກຮຽນ ພ້ອມດ້ວຍຄູ-ອາຈານ ແລະຄະນະນໍາ ບໍລິສັດລົດໄຟລາວ-ຈີນ ໄດ້ອໍານວຍຄວາມສະດວກໃນການຈອງປີ້, ການເຂົ້າອອກສະຖານີ, ການຂຶ້ນລົງລົດໄຟ ແລະການບໍລິການພາຍໃນລົດໄຟ ແລະອື່ນໆ ເພື່ອສົ່ງເສີມໃຫ້ນ້ອງໆນັກຮຽນ ຄູອາຈານ ເດີນທາງໃນການໄປທັດສະນະສຶກສາດ້ວຍລົດໄຟຂ້າມແດນລາວ-ຈີນ ຢ່າງສະດວກສະບາຍ.

May be an image of 11 people and text