ສັ່ງໂຈະຊົ່ວຄາວທຸລະກິດຄ້າຂາຍ ຂອງຄົນຕ່າງປະເທດຢູ່ລາວເກືອບ 100 ຫົວໜ່ວຍ

439

ບັນດາຫ້າງຮ້ານຕ່າງໆທີ່ເຮັດທຸລະກິດຄ້າຂາຍຍົກຍ່ອຍຢູ່ ສປປ ລາວ ແມ່ນມີຢ່າງຫຼວງຫຼາຍ ນອກຈາກຈະເປັນເຈົ້າຂອງໂດຍຄົນລາວແລ້ວ ກໍມີຈຳນວນບໍ່ໜ້ອຍທີ່ເປັນເຈົ້າຂອງໂດຍຄົນຕ່າງປະເທດ ຫຼື ຮ່ວມທຶນກັບພາຍໃນປະເທດ.

No photo description available.

ແນວໃດກໍ່ຕາມ ເພື່ອຄວາມເປັນລະບຽບຮຽບຮ້ອຍ ແລະ ຖຶກຕ້ອງຕາມລະບຽບກົດໝາຍຂອງ ສປປ ລາວ. ທາງກະຊວງອຸດສາຫະກຳ ແລະການຄ້າ ໄດ້ໃຫ້ບັນດາຫົວໜ່ວຍທີ່ເປັນເຈົ້າຂອງໂດຍຄົນຕ່າງປະເທດ ຫຼື ຮ່ວມທຶນກັບພາຍໃນ ນັ້ນໃຫ້ມາແຈ້ງອະທິບາຍເຖິງທີ່ມາຂອງແຫຼ່ງທຶນເຂົາເຈົ້າ ແຕ່ປະກົດວ່າຍັງມີເກືອບ 100 ຫົວໜ່ວຍທີ່ຍັງບໍ່ມາແຈ້ງ.

ດັ່ງນັ້ນ, ທາງ ກອຄ ຈຶ່ງໄດ້ອອກແຈ້ງການໃນວັນທີ 22 ພຶດສະພາ 2023 ນີ້ ໃຫ້ຫົວໜ່ວຍເຫຼົ່ານັ້ນໂຈະການດຳເນີນທຸລະກິດຊົ່ວຄາວ ເນື້ອໃນແຈ້ງການລະບຸໄວ້ດັ່ງນີ້:

May be an image of food

1. ໂຈະຊົ່ວຄາວການເຄື່ອນໄຫວທຸລະກິດ ການຄ້າຂາຍຍົກ-ຂາຍຍ່ອຍ ຂອງຫົວໜ່ວຍວິສາຫະກິດ ທີ່ມີລາຍຊື່ຄັດຕິດມາພ້ອມນີ້ (ເລີ່ມແຕ່ 22 ພຶດສະພາ 2023 ຫາ 22 ມິຖຸນາ 2023).
2. ການໂຈະຊົ່ວຄາວໃນໄລຍະທີ່ກ່າວໃນຂໍ້ 01 ຂ້າງເທິງນີ້ ວິສາຫະກິດທີ່ມີລາຍຊື່ບໍລິສັດຂອງຕົນຕ້ອງມາລາຍງານ ການນຳເຂົ້າທຶນ ໂດຍນຳເອົາເອກະສານຢັ້ງຢືນການນຳເຂົ້າທຶນ ແຈ້ງຕໍ່ໜ່ວຍງານທີ່ໄດ້ອອກໃບອະນຸຍາດດຳເນີນທຸລະກິດ ກໍຄືກົມການຄ້າພາຍໃນ ກະຊວງອຸດສາຫະກຳ ແລະ ການຄ້າ.

No photo description available.

3. ເມືອຮອດເວລາຕາມທີ່ໄດ້ກຳນົດໄວ້ຂໍ້ 01 ຂ້າງເທິງນີ້ ຫົວໜ່ວຍວິສາຫະກິດໃດ ບໍ່ເຂົ້າມາລາຍງານ, ນຳເອກະສານກ່ຽວຂ້ອງມາຢັ້ງຢືນໄດ້ ກົມການຄ້າພາຍໃນ ກະຊວງອຸດສາຫະກຳ ແລະ ການຄ້າ ຈະລົບລ້າງໃບອະນຸຍາດດຳເນີນທຸລະກິດ ກິດຈະການຄ້າພາຍໃນ ຂອງຫົວໜ່ວຍວິສາຫະກິດດັ່ງກ່າວຢ່າງຖາວອນ.