ຕຳໝາກຕ້ອງ ໃສ່ຜັກຂະແຍງ

81

ອາກາດຮ້ອນໆແບບນີ້ ບວກໃສ່ໄລຍະນີ້ແມ່ນມີໝາກຕ້ອງຫຼາຍ, ຄົນສ່ວນຫຼາຍຈະຢາກກິນແຕ່ເມນູເຢັນໆ – ຫວານໆ, ສົ້ມໆ – ເຜັດໆ, ດັ່ງນັ້ນນອກຈາກຕຳທົ່ວໄປແລ້ວ ຕຳໝາກຕ້ອງໃສ່ຜັກຂະແຍງ ແລະ ປູນາ ແມ່ນເມນູທີ່ກຳລັງນິຍົມໃນໄລຍະນີ້. ດັ່ງນັ້ນເຮົາຈະມາແນະນຳການເຮັດເມນູດັ່ງກ່າວ.

▶ວັດຖຸດິບ: ໝາກຕ້ອງ, ໝາກເຜັດດິບ ຫຼື ໝາກເຜັດແຫ້ງ, ນໍ້າປາແດກ ຫຼື ຈະໃສ່ຕ່ອນນຳກໍໄດ້, ແປ້ງນົວ, ນໍ້າຕານ, ກະປິ, ໝາກເຂືອ, ປູນາໜຶ້ງ, ຜັກຂະແຍງລ້າງສະອາດ.

▶ຂັ້ນຕອນເຮັດ: ປອກໝາກຕ້ອງຟັກຊອຍປະມານ 2 – 3 ໜ່ວຍກໍພໍ, ຟັກໝາກເຂືອ, ຈາກນັ້ນກໍນຳໝາກເຜັດດິບ ຫຼື ໝາກເຜັດແຫ້ງ, ແປ້ງນົວ, ນໍ້າຕານ, ກະປິ ໃສ່ໃນຄົກ ພ້ອມຕຳໃຫ້ລະອຽດ, ຈາກນັ້ນກໍເອົາໝາກຕ້ອງ ແລະ ໝາກເຂືອລົງ ຕາມດ້ວຍນໍ້າປາແດກສຸກ ຫຼື ດິບແລ້ວແຕ່ມັກ ແລະ ກະປູນາດິບ ຫຼື ສຸກລົງໄປ ຊີມ ແລະ ປຸງລົດຊາດຕາມໃຈມັກແລ້ວໃຫ້ຊອຍຜັກຂະແຍງລົງໄປ ເທົ່ານີ້ທ່ານກໍຈະໄດ້ຕຳໝາກຕ້ອງແຊບໆນົວໆກິນແລ້ວ.

[ ໂດຍ: ນົກແຕນແວນ ]