ນໍ້າກະທ່ອມສິ່ງເສບຕິດທີ່ສົ່ງຜົນເສຍຕໍ່ສຸຂະພາບ

35

ກະທ່ອມ ເປັນພືດເສບຕິດຊະນິດໜຶ່ງ ການເສບສິ່ງເສບຕິດມີຢູ່ 2 ວິທີ ຄື: ການຫຍໍ້າໃບສົດ ແລະ ການນໍາໃບໄປຕົ້ມ ເພື່ອສະກັດເອົານໍ້າດື່ມເຂົ້າສູ່ຮ່າງກາຍ ເຖິງວ່າໃບກະທ່ອມຈະມີສັບພະຄຸນທາງການຢາກໍຕາມ ແຕ່ການບໍລິໂພກໃບກະທ່ອມຢ່າງຜິດວິທີ ຫຼື ບໍ່ເໝາະສົມຈະເກີດຜົນເສຍຕໍ່ສຸຂະພາບທັງຮ່າງກາຍ ແລະ ຈິດໃຈໄດ້.

ສານເສບຕິດທີ່ພົບເຫັນໃນໃບກະທ່ອມມີຫຼາຍຢ່າງ ໜຶ່ງໃນນັ້ນມີສານໄມທຣາໄຈນິນ ຖ້າໃຊ້ພຽງເລັກໜ້ອຍບໍ່ເກີນ +5 ກຣາມ ຈະກະຕຸ້ນໃຫ້ຮ່າງກາຍມີເຫື່ອແຮງ, ຮູ້ສຶກເບົາຕົວ ແລະ ຫຼຸດຄວາມອິດເມື່ອຍລະຫວ່າງວັນ. ແຕ່ໃນປະລິມານທີ່ສູງເກີນກວ່ານັ້ນ ປະມານ 5 – 15 ກຣາມ ອາດຈະຊ່ວຍຫຼຸດອາການປວດ, ຊຶມ, ມຶນເມົາ, ຢາກນອນ ແລະ ສ່ຽງຕໍ່ຜົນຂ້າງຄຽງທີ່ຮຸນແຮງ ແລະ ອາດນໍາໄປສູ່ພາວະໂຄມ່າ ຫຼື ເສຍຊີວິດໄດ້ແຕ່ພົບໄດ້ໜ້ອຍ.

ເນື່ອງຈາກໃບກະທ່ອມຖືກຈັດເປັນຢາເສບຕິດໃຫ້ໂທດການໃຊ້ຢ່າງຜິດວິທີຈະສົ່ງຜົນກະທົບຕໍ່ສຸຂະພາບ ທັງໃນໄລຍະສັ້ນ ແລະ ໄລຍະຍາວ.
– ໃນໄລຍະສັ້ນຈະມີອາການປາກແຫ້ງ, ລີ້ນຊາ, ວິນຫົວປວດຮາກ, ເຈັບທ້ອງ, ປັດສະວະຫຼາຍຄັ້ງ, ທ້ອງຜູກ, ຊຶມ, ຢາກນອນ, ມຶນງົງ…
– ໃນໄລຍະຍາວຈະສົ່ງຜົນໃຫ້ເກີດການປ່ຽນແປງຂອງເມັດສີ ເຮັດໃຫ້ມີຜິວແຫ້ງກໍ່າ ໂດຍສະເພາະບໍລິເວນແກ້ມ, ຮີມສົບດໍາ, ຈ່ອຍຜອມ, ເບື່ອອາຫານ, ນໍ້າໜັກຫຼຸດລົງ, ຕົວສັ່ນ, ມີອາການປ່ວຍທາງຈິດ ແລະ ເກີດການອັດຕັນໃນລໍາໄສ້ ເນື່ອງຈາກຮ່າງກາຍບໍ່ສາມາດຍ່ອຍກ້ານ ແລະ ໃບຂອງກະທ່ອມໄດ້.

ນອກຈາກນັ້ນ, ການໃຊ້ໃບກະທ່ອມໃນປະລິມານສູງສ່ຽງຕໍ່ຜົນຂ້າງຄຽງທີ່ຮຸນແຮງ ເຊັ່ນ: ບັນຫາກ່ຽວກັບຫົວໃຈ, ພາວະຫົວໃຈຂາດເລືອດ, ຄວາມດັນເລືອດສູງ, ອັດຕາການເຕັ້ນຂອງຫົວໃຈຜິດປົກກະຕິ ແລະ ຜູ້ທີ່ມີບັນຫາກ່ຽວກັບພະຍາດຫົວໃຈຈະຮຸນແຮງຂຶ້ນ, ມີບັນຫາກ່ຽວກັບຕັບ, ໄຕ, ສະໝອງ, ຄວາມຈື່ຈໍາ, ການນອນຫຼັບ ລວມທັງບັນຫາທາງຈິດໃຈ ໂດຍສະເພາະຜູ້ທີ່ຕິດເຫຼົ້າ ແລະ ມີບັນຫາທາງຈິດ, ການດື່ມນໍ້າກະທ່ອມໃນໄລຍະຖືພາອີກດ້ວຍ.

[ ຂໍ້ມູນຈາກ: Pobpad ]