ໃນວັນທີ 21 ພຶດສະພາ 2023 ຜ່ານມາ ສາວບາບີ້ ປີຍະມາດ ແລະນ້ອງປ່າເຢັ້ງຊາ ລໍ່ ມິສຢູນີເວີດລາວ 2022 ໄດ້ອອກເດີນທາງສູ່ປະເທດຝຣັ່ງ ເພື່ອເຂົ້າຮ່ວມເທດສະການໜັງເມືອງຄານ.
ຕາມລາຍງານຂອງກອງປະກວດ ແລະນ້ອງປ່າເອງໃຫ້ຮູ້ວ່າ ຕອນນີ້ ສອງສາວແມ່ນຮອດປະເທດຝຣັ່ງແລ້ວເດີ~ ຮູ້ສຶກຕື້ນຕັນ ແລະ ປະທັບໃຈຫຼາຍສຸດໆເລີຍ❤ ທີ່ພໍ່ແມ່ພີ່ນ້ອງຊາວລາວມາໃຫ້ການຕ້ອນຮັບຢ່າງອົບອຸ່ນທີ່ສະໜາມບິນປະເທດຝຣັ່ງ🥰🥰
ການເດີນທາງໄປຄັ້ງນີ້ຂອງສອງສາວແມ່ນເປັນຄັ້ງທຳອິດຂອງ ສປປ ລາວເຮົາທີ່ໄດ້ເຂົ້າຮ່ວມໃນງານສຳຄັນດັ່ງກ່າວ, ສຳລັບເທດສະການໜັງເມືອງຄານເປັນເທດສະການໜັງ ຫຼື ຮູບເງົາທີ່ໃຫຍ່ທີ່ສຸດໃນໂລກ ໄດ້ຈັດຕັ້ງຂຶ້ນມາ 75 ປີແລ້ວ.
ສະເພາະປີນີ້ງານໄດ້ເລີ່ມດຳເນີນມາແຕ່ວັນທີ 17 ພຶດສະພາ ແລະຈະແກ່ຍາວໄປຈົນຮອດວັນທີ 28 ພຶດສະພາຈິ່ງຈະສິ້ນສຸດລົງ ໂດຍງານນນີ້ຖືເປັນອີເວັ້ນທີ່ບັນດາຄໍໜັງທົ່ວໂລກຕ່າງກໍ່ຕິດຕາມ ເນື່ອງຈາກຄານເປັນເທດສະການໜັງທີ່ສຳຄັນ ແລະຍິ່ງໃຫຍ່ທີ່ສຸດໃນໂລກ.
ກ່ຽວກັບກິດຈະກຳພາຍໃນງານແມ່ນມີທັງງານສາຍໜັງ, ເດີນແບບ ສອງກິດຈະກຳນີ້ເປັນຕົວຂັບເຄື່ອນສຳຄັນຂອງວົງການ ຊຶ່ງເປັນສິ່ງສະທ້ອນຫຼາຍແງ່ມຸມຂອງຄວາມເປັນຮູບເງົາ ຫຼື ໜັງ.
ຄວາມຈີງແລ້ວ ເທດສະການນີ້ແມ່ນຈັດຂຶ້ນໃນທຸກໆປີເມື່ອຮອດເດືອນພຶດສະພາ ທີ່ເມືອງຄານ ຊຶ່ງຕັ້ງຢູ່ທາງຕອນໃຕ້ຂອງຝຣັ່ງເສດ ມັນເປັນເທດສະການທີ່ບໍ່ໄດ້ເປີດຂາຍປີ້ທົ່ວໄປ ແຕ່ຈະມອບປີ້ໃຫ້ກັບຄົນໃນວົງການໜັງທີ່ລົງທະບຽນກັບເທດສະການເຊັ່ນ: ຜູ້ສ້າງໜັງ, ນັກສະແດງ, ທີມງານ, ນັກຂ່າວ, ນັກວິຈານໜັງເປັນຕົ້ນ.