5 ເຕັກນິກ ຂັບລົດຢູ່ທາງດ່ວນ ເພື່ອຄວາມປອດໄພ

55

ຄໍລໍາລົດມື້ນີ້ຈະນໍາ 5 ເຕັກນິກການຂັບລົດໃນທາງດ່ວນມາຝາກທ່ານຜູ້ອ່ານເພື່ອ ຄວາມປອດໄພ ເນື່ອງຈາກປະເທດເຮົາໄດ້ເປີດນໍາໃຊ້ເສັ້ນທາງດ່ວນນະຄອນຫຼວງວຽງຈັນ – ວັງວຽງ ເຊິ່ງໃນໄລຍະຜ່ານມາເຫັນວ່າມີອຸບັດເຫດເກີດຂຶ້ນຫຼາຍກໍລະນີ ເນື່ອງຈາກຜູ້ຂັບຂີ່ປະໝາດ.

1. ສັງເກດຄວາມໄວທີ່ກໍານົດ:
ການຈໍາກັດຄວາມໄວທີ່ແລ່ນຢູ່ທາງດ່ວນ ຊ່ວຍເລື່ອງ ຄວາມປອດໄພ ແລະ ຊ່ວຍໃຫ້ການຈໍລະຈອນມີຄວາມຄ່ອງຕົວ ໂດຍປົກະຕິຕົວເລກຄວາມໄວໃນທາງດ່ວນຈະສູງກວ່າທາງປົກກະຕິ ( ມີຕົວເລກ ຄວາມໄວຕິດໄວ້ຢູ່ທາງດ່ວນ ) ສະນັ້ນ, ໃຫ້ສັງເກດເບິ່ງປ້າຍອະນຸຍາດຄວາມໄວໃຫ້ແລ່ນຕາມຊ່ອງຈະລາຈອນ.

2. ເວັ້ນໄລຍະຫ່າງໃຫ້ເໝາະສົມ:
ຂະນະຂັບລົດ ຄວນເວັ້ນໄລຍະຫ່າງຈາກລົດຄັນທາງໜ້າ ໃຫ້ຢູ່ໃນໄລຍະທີ່ປອດໄພສະເໝີ ລອງໃຊ້ກົດ 2 ວິນາທີ ເຊິ່ງກໍແມ່ນເມື່ອລົດຄັນທາງໜ້າແລ່ນກາຍຜ່ານວັດຖຸເຊັ່ນ: ຕົ້ນໄມ້ ທີ່ຢູ່ຂ້າງໜ້າຫາກທ່ານໃຊ້ເວລາ 2 ວິນາທີ ໃນການຜ່ານວັດຖຸດຽວກັນນັ້ນໄປ ນັ້ນໝາຍຄວາມວ່າທ່ານຂັບລົດໃນໄລຍະຫ່າງທີ່ປອດໄພ ເຊິ່ງລົດລຸ້ນໃໝ່ໆມີລະບົບຊ່ວຍເບຣກສຸກເສີນອັດຕະໂນມັດ Autonomous Emergency Braking ( AEB ) ເຂົ້າກັບລະບົບກວດຈັບຄົນຍ່າງຂອບທາງ ( Pedestrian Detection ) ແລະ ລະບົບກວດຈັບພາຫະນະອື່ນໆ ( Vehicle Detection ) ເພື່ອເບຣກລົດ ແລະ ຫຼຸດຜ່ອນອັດຕາການຕໍາ ລວມທັງລະບົບຄວບຄຸມຄວາມໄວແບບຮັກສາໄລຍະຫ່າງອັດຕະໂນມັດ ( Adaptive Cruise Control ) ກໍເປັນຕົວຊ່ວຍໃນການຮັກສາໄລຍະຫ່າງຈາກຄັນທາງໜ້າໄດ້ເປັນຢ່າງດີ ຂະນະຂັບເທິງທາງດ່ວນ.


3. ລະມັດລະວັງຕະຫຼອດເວລາ:
ເປັນເລື່ອງຈໍາເປັນຢ່າງຍິ່ງຕ້ອງເບິ່ງທາງໜ້າໃຫ້ໄກທີ່ສຸດເທົ່າທີ່ຈະໄກໄດ້ ເພື່ອໃຫ້ສາມາດຮັບຮູ້ຢູ່ຕະຫຼອດເວລາວ່າທາງໜ້າມີຫຍັງແດ່ ຫາກທັດສະນະວິໄສຂອງຜູ້ຂັບຂີ່ຖືກຈໍາກັດ ເຊັ່ນ: ຂັບລົດທ່າມກາງສະພາບອາກາດທີ່ບໍ່ເປັນໃຈ ຫຼື ຕ້ອງຂັບລົດຕາມຫຼັງລົດບັນທຸກຂະໜາດໃຫຍ່ ທ່ານຄວນເວັ້ນໄລຍະຫ່າງໃຫ້ຫຼາຍກວ່າເກົ່າ ອາດເພີ່ມໄລຍະຫ່າງຈາກກົດ 2 ວິນາທີເປັນ 3 – 4 ວິນາທີ ກໍໄດ້ ຢ່າງໜ້ອຍທ່ານຕ້ອງເບິ່ງເຫັນສິ່ງທີ່ຢູ່ກາຍລົດຄັນທາງໜ້າ.

4. ຂັບແບບບໍ່ຟ້າວຟັ່ງ:
ການຂັບແຊງເປັນສິ່ງທີ່ຫຼີກລ່ຽງບໍ່ໄດ້ ໃນຂະນະຂັບຢູ່ທາງດ່ວນ ແຕ່ຕ້ອງແນ່ໃຈວ່າທຸກຄັ້ງບໍ່ໄດ້ແຊງໃນບໍລິເວນທີ່ຫ້າມແຊງ ແລະ ປະຕິບັດກົດຈະລາຈອນຢ່າງເຄັ່ງຄັດ ເພື່ອຄວາມປອດໄພ ຂະນະເລັ່ງຄວາມໄວເພື່ອຂຶ້ນແຊງຄັນທາງໜ້າ ຄວນຈື່ 3 ຄໍານີ້ໄວ້ໃຫ້ຂຶ້ນໃຈ ເບິ່ງແວ່ນຂ້າງ, ໃຫ້ໄຟສັນຍານ ແລະ ປ່ຽນເລນ ເຊິ່ງໝາຍຄວາມວ່າ ເບິ່ງແວ່ນເພື່ອເບິ່ງລົດຄັນທາງຫຼັງ ແລະ ຄັນຂ້າງໆ, ຈາກນັ້ນເປີດໄຟສັນຍານລ້ຽວ ເພື່ອໃຫ້ສັນຍານແລ້ວຄ່ອຍຂັບແຊງຂຶ້ນຢ່າງປອດໄພ, ນອກຈາກນີ້ ທ່ານຄວນຫຼຽວເບິ່ງດ້ານຫຼັງ ເພື່ອກວດສອບລົດໃນຈຸດບອດ ( ພື້ນທີ່ໆເບິ່ງບໍ່ເຫັນດ້ວຍແວ່ນ ໃຫ້ແນ່ໃຈທຸກຄັ້ງ ເພື່ອປ້ອງກັນການຕໍາ ).

5. ຢຸດລົດຢ່າງປອດໄພ:
ການຢຸດລົດກາງທາງເປັນເລື່ອງອັນຕະລາຍທີ່ບໍ່ຄວນເຮັດເປັນຢ່າງຍິ່ງ ຫາກທ່ານຕ້ອງການຈອດລົດໃຫ້ເບິ່ງຫາທາງອອກທີ່ໃກ້ທີ່ສຸດ ແລະ ຫາບ່ອນຈອດທີ່ປອດໄພ ໃນກໍລະນີເກີດເຫດສຸກເສີນ ເຊັ່ນ: ລົດມີບັນຫາ, ລອງຂັບບ່ຽງອອກໄປຈອດທີ່ຂ້າງທາງຊື່ທີ່ລົດຜ່ານໄປ – ມາໜ້ອຍ ເປີດໄຟສຸກເສີນ ແລະ ວາງປ້າຍ 3 ລ່ຽມສຸກເສີນໃຫ້ຫ່າງຈາກລົດຂອງທ່ານປະມານ 50 ແມັດ ເພື່ອເຕືອນໃຫ້ລົດຄັນທາງຫຼັງເຫັນວ່າລົດຂອງທ່ານກໍາລັງຈອດຢູ່ ຄວນມີໝາຍເລກຕິດຕໍ່ໜ່ວຍກູ້ໄພ ຫຼື ສູນບໍລິການລົດໃນທ້ອງຖິ່ນຕິດໄວ້ໃນລົດ ເພື່ອຂໍຄວາມຊ່ວຍເຫຼືອໄດ້.