ເຮັດໝີ່ນໍ້າກະທິກິນເອງແບບຂຸ້ນໆ

38

ໝີ່ນໍ້າກະທິ ເປັນເມນູທີ່ຫຼາຍຄົນມັກເຮັດກິນ ເນື່ອງຈາກກິນງ່າຍ ແລະ ເຮັດກິນໄດ້ຫຼາຍຄົນ ທີ່ສຳຄັນບາງຄົນບໍ່ກິນປາແດກກໍກິນໄດ້. ມື້ນີ້ຄໍລຳອາຫານຈະພາທ່ານມາເຮັດນໍ້າກະທິ ໄວ້ກິນກັບໝີ່ ຫຼື ຈະໃສ່ເສັ້ນເຂົ້າປຸ້ນກິນກໍໄດ້.
▶ ວັດຖຸດິບ: ຊີ້ນໝູບົດ 1 ກິໂລ ຕໍ່ນໍ້າ 4 – 6 ລິດ ຖ້າມັກຂຸ້ນສາມາດໃສ່ນໍ້າໜ້ອຍກວ່ານີ້ໄດ້, ຫົວຜັກບົ່ວ 15 ຫົວ, ຫົວຜັກທຽມ 5 – 7 ຫົວ, ໝາກເຜັດນໍ້າໜ້າ, ເກືອ, ແປ້ງນົວ, ຖົ່ວດິນ 5 – 7 ຂີດ ( ບົດ ຫຼື ຕຳ ລະອຽດ ຫຼື ເຄິ່ງໜຶ່ງຕຳບໍ່ລະອຽດກໍໄດ້ ), ນໍ້າກະທິກ່ອງປະມານເຄິ່ງລິດ ( ຖ້າເປັນກະທິຄັ້ນເອງຈະຫອມ ແລະ ມັນກວ່າ ), ນໍ້າປາ, ນໍ້າມັນພືດ, ນໍ້າຕານ, ໄຂ່ໄກ່ 10 – 15 ໜ່ວຍ, ຕ່ອນເລືອດ, ລູກຊີ້ນ ຫຼື ບາງຄົນກໍໃສ່ຕີນໄກ່ທີ່ຕົ້ມເປື່ອຍ ແລ້ວແຕ່ມັກ.

▶ ຂັ້ນຕອນເຮັດ: ປອກຫົວຫອມບົ່ວ, ຫົວຜັກທຽມ ຕຳໃຫ້ລະອຽດ ຫຼື ບົດເອົາກໍໄດ້,ຈາກນັ້ນ ກໍໃຫ້ຄ້າງໝໍ້ຂາງຂຶ້ນ ເອົານໍ້າມັນພືດໃສ່ປະມານ 1 – 2 ຈອງ ແລ້ວຕັກຫົວຫອມທີ່ຕຳ ຫຼື ບົດລົງໄປຂົ້ວໃຫ້ຫອມແລ້ວເອົາໝາກເຜັດນໍ້າໜ້າໃສ່ລົງໄປຂົ້ວ ຕາມດ້ວຍຊີ້ນໝູບົດລົງມາຂົ້ວໃສ່ ຕື່ມເກືອ, ແປ້ງນົວ, ນໍ້າຕານປະມານ 1 ຈອງ, ຕື່ມນໍ້າກະທິລົງໄປຂົ້ວ, ຈາກນັ້ນຂົ້ວຈົນໃຫ້ຊີ້ນໝູເກືອບສຸກ ຈາກນັ້ນກໍປົງໄວ້.

ຄ້າງໝໍ້ຕົ້ມນໍ້າຕື່ມເກືອ, ຄະນໍ ແລະ ແປ້ງນົວລົງໄປຕື່ມຖ້າກະວ່າບໍ່ພໍຕອນທີ່ຂົ້ວຊີ້ນ ເມື່ອນໍ້າຟົດແລ້ວໃຫ້ເອົາຊີ້ນໝູທີ່ຂົ້ວລົງໄປໃນໝໍ້ນໍ້າທີ່ຕົ້ມນັ້ນ ຕົ້ມໃຫ້ຊີ້ນສຸກແລ້ວຕື່ມຖົ່ວດິນບົດລົງໄປ ( ຕາມດ້ວຍຕ່ອນເລືອດ, ລູກຊີ້ນ ຫຼື ບາງຄົນກໍໃສ່ຕີນໄກ່ ທີ່ຕົ້ມເປື່ອຍ ແລ້ວແຕ່ມັກ ບໍ່ມັກບໍ່ໃສ່ກໍໄດ້ ) ປຸງລົດຊາດດ້ວຍນໍ້າປາ ຊີມລົດຊາດໄດ້ຕາມໃຈມັກແລ້ວໃຫ້ຕອກໄຂ່ໄກ່ໃສ່ຖ້ວຍຕີໃຫ້ແຕກແລ້ວເທລົງໄປໃນໝໍ້ພ້ອມຄົນໄປພ້ອມ ເພື່ອບໍ່ໃຫ້ໄຂ່ຈັບຕົວເປັນກ້ອນ ເທົ່ານີ້ທ່ານກໍໄດ້ນໍ້າກະທິໄວ້ໃສ່ໝີ່ ແລະ ເຂົ້າປຸ້ນແລ້ວ.
[ ໂດຍ: ນົກແຕນແວນ ]