6 ພະຍາດທີ່ມັກເກີດຂຶ້ນ ກັບພະນັກງານຫ້ອງການ

91

ຫຼາຍໆຄົນໂດຍສະເພາະແມ່ນພະນັກງານຫ້ອງການ ເມື່ອຮອດຕອນບ່າຍມັກຈະຫິວນອນເລື້ອຍໆ ຖ້າເຮົາເກີດອາການຫາວນອນເກືອບທຸກມື້ຖືເປັນເລື່ອງຜິດປົກກະຕິ ເພາະອາດສ່ຽງຕໍ່ການເປັນພະຍາດບາງຢ່າງ ເຊິ່ງພະຍາດທີ່ສ່ຽງຕໍ່ອາການແບບນີ້ມີ 6 ພະຍາດດັ່ງນີ້:
1. ພະຍາດທີ່ເກີດຈາກການນອນບໍ່ຫຼັບ: ລອງສັງເກດຕົນເອງເບິ່ງວ່າອາການນອນບໍ່ຫຼັບ ຫຼື ນອນເດິກເລື້ອຍໆເກີດຈາກຫຼາຍຢ່າງ ເຊັ່ນ: ເກີດຈາກການເຮັດວຽກໜັກ, ເກີດຈາກຄວາມຕຶງຄຽດຈົນນອນບໍ່ຫຼັບ ຖ້າເກີດຈາກສາເຫດເຫຼົ່ານັ້ນກໍຄວນຄາຍຄຽດ, ຫຼຸດການເຮັດວຽກໃນຕອນກາງຄືນ.

2. ພະຍາດທີ່ເກີດຈາກອາການອ່ອນເພຍ ຫຼື ເມື່ອຍເລື້ອຍໆ: ເປັນອາການທີ່ເກີດຈາກພະຍາດນອນບໍ່ຫຼັບຕິດຕໍ່ກັນເປັນໄລຍະເວລາຍາວນານ ເມື່ອຮ່າງກາຍສະສົມຄວາມອ່ອນເພຍໜັກຂຶ້ນເລື້ອຍໆ, ນອກຈາກນີ້ຍັງມີການບໍລິໂພກອາຫານປະເພດແປ້ງ ແລະ ນໍ້າຕານຫຼາຍເກີນໄປ ຈົນສົ່ງຜົນໃຫ້ເກີດອາການອ່ອນເພຍ, ເມື່ອຍ, ຫາວນອນ, ຄວາມຈໍາບໍ່ຄ່ອຍດີ, ເຈັບຫົວ, ປວດກ້າມເນຊີ້ນ, ນອນບໍ່ຫຼັບດີ ແລະ ນອນບໍ່ພໍ ກຸ່ມໄວເຮັດວຽກມີຄວາມສ່ຽງຫຼາຍທີ່ສຸດ.
3. ພະຍາດເບົາຫວານ: ການບໍລິໂພກແປ້ງ ແລະ ນໍ້າຕານສູງ ຈະເຮັດໃຫ້ເກີດອາການຢາກນອນ ນອກຈາກຈະເປັນອາການຊໍ້າເຮື້ອແລ້ວ ຍັງພາໃຫ້ເປັນພະຍາດເບົາຫວານໄດ້ອີກດ້ວຍ ເພາະວ່າເລືອດມີປະລິມານນໍ້າຕານສູງ ແລະ ອາການຫາວນອນເປັນສັນຍານເຕືອນຂັ້ນທໍາອິດທີ່ສະແດງ ແລະ ບົ່ງບອກໃຫ້ຮ່າງກາຍຮູ້ວ່າກໍາລັງຢູ່ໃນພາວະນໍ້າຕານໃນເລືອດສູງ ແລະ ນໍາໄປສູ່ພະຍາດເບົາຫວານໄດ້ໃນອະນາຄົດ.

4. ພະຍາດລົມຫຼັບ: ເປັນພະຍາດທີ່ມີອາການຢາກນອນໃນຕອນກາງເວັນ ແຕ່ຕອນກາງຄືນຜັດນອນບໍ່ຫຼັບ ເຮັດໃຫ້ຄຸນນະພາບຊີວິດບໍ່ຄ່ອຍດີ ຖ້າເປັນເດັກນ້ອຍກໍຈະເຮັດໃຫ້ພັດທະນາການສະໝອງຊ້າ, ຮຽນບໍ່ເກັ່ງ ຫຼື ຖ້າເປັນຜູ້ໃຫຍ່ກໍຈະເຮັດໃຫ້ປະສິດທິພາບໃນການເຮັດວຽກຫຼຸດລົງ ແລະ ບາງຄັ້ງກໍເປັນອັນຕະລາຍຕໍ່ການໃຊ້ຊີວິດເຊັ່ນ: ຫຼັບໃນລະຫວ່າງຂັບລົດ ນອກຈາກນີ້ຍັງສົ່ງຜົນຕໍ່ສຸຂະພາບຈິດໃຈເຮັດໃຫ້ຫງຸດຫງິດງ່າຍຈາກການພັກຜ່ອນບໍ່ພຽງ ພໍ.
5. ພະຍາດເລືອດຈາງ: ຖ້າເປັນຜູ້ຍິງຈະມີໂອກາດເປັນພະຍາດເລືອດຈາງງ່າຍ ເພາະສາເຫດເກີດຈາກການໄດ້ຮັບສານອາຫານທີ່ມີປະໂຫຍດບໍ່ພຽງພໍ ນອກຈາກນນີ້ຍັງສູນເສຍເລືອດຈາກກການເປັນປະຈໍາເດືອນ ສ່ວນສາເຫດອື່ນມາຈາກການພັກຜ່ອນບໍ່ພຽງພໍ ຈິຶ່ງຮູ້ສຶກອ່ອນເພຍ, ໜ້າມືດ, ເມື່ອຍງ່າຍ, ຊຶມ, ບໍ່ສົດໃສ ຈຶ່ງເຮັດໃຫ້ຮູ້ສຶກຢາກນອນເລື້ອຍໆ.
6. ເປັນແຜໃນກະເພາະອາຫານ ຫຼື ອະໄວຍະວະອື່ນໆໃນຮ່າງກາຍ: ການສູນເສຍເລືອດໃນປະລິມານທີ່ຫຼາຍ ແລະ ສູນເສຍເລື້ອຍໆຈາກການເປັນພະຍາດ ເຊັ່ນ: ມີເລືອດຈາກບາດແຜໃນກະເພາະອາຫານ, ຈາກການເປັນພະຍາດລິດສີດວງທະວານໜັກ ອາດເປັນສາເຫດຂອງການອ່ອນເພຍ ຫຼື ຢູ່ໃນພາວະເລືອດຈາງ ພາໃຫ້ສະແດງອາການເມື່ອຍງ່າຍ, ໜ້າມືດ, ເປັນລົມງ່າຍ, ອ່ອນເພຍ ແລະ ຫາວນອນ.
ເພື່ອຫຼີກລ່ຽງພະຍາດດັ່ງກ່າວ ທາງທີ່ດີເຮົາຄວນປັບເວລາຊີວິດໃຫ້ເປັນປົກກະຕິ ໂດຍການນອນໄວ ແລະ ຕື່ນເຊົ້າ, ອອກກໍາລັງກາຍ ແລະ ຮັບປະທານອາຫານທີ່ມີປະໂຫຍດ.
[ ຂໍ້ມູນຈາກ: POBPAD]