ຄວ້າ 2 ລາງວັນໃນເວທີລະດັບໂລກ! ຈອນທະຈັກ ນວນແສງສີ Mister Fitness Supermodel Laos 2023

156

ໂອຍ… ເຫັນແລ້ວຊື່ນໃຈແທນແຟນໆຊາວລາວເປັນທີ່ສຸດ ເມື່ອໜຸ່ມສຸດຫຼໍ່ຕົວແທນຈາກປະເທດລາວ ໄປສ້າງຊື່ສຽງໃນເວທີລະດັບສາກົນທີ່ປະເທດຫວຽດນາມ ສາມາດຍາດໄດ້ເຖິງສອງລາງວັນມາຝາກມາຕ້ອນພີ່ນ້ອງຊາວລາວເຮົາ ເຊິ່ງໜຸ່ມຄົນນີ້ແມ່ນໄດ້ຮັບສອງລາງວັນໃນເວທີລະດັບໂລກ ແລະ ເປັນປີທຳອິດທີ່ປະເທດຫວຽດນາມ ໄດ້ຈັດຂຶ້ນເລີຍ ແລະ ໜຸ່ມ ຈ໋ອຍ ຈອນທະຈັກ ນວນແສງສີ Mister Fitness Supermodel Laos 2023 ຄວ້າໄດ້ລາງວັນ Popularity ແລະ Top 3 Mister face ເປັນຂອງຂວັນໃຫ້ຊາວລາວເຮົາດ້ວຍ.

ໃນເວທີລະດັບໂລກຄັ້ງທໍາອິດຂອງຕົວແທນຈາກປະເທດລາວພວກເຮົາ ເຊິ່ງທັງສອງຄົນເຮັດໜ້າທີ່ຂອງຕົວແທນປະເທດລາວຢ່າງເຕັມທີ່ ແລະ ສາມາດຍາດມາໄດ້ຫຼາຍລາງວັນ ແລະ ໃນລາງວັນໃຫຍ່ Miss & Mister popularity ນັ້ນເອງ ໂດຍການເດີນທາງໄປເທື່ອນີ້ ໃນເວທີ Mister&Miss Finess Supermodel World 2023 ກໍມີໜຸ່ມ ຈ໋ອຍ ຈອນທະຈັກ ນວນແສງສີ Mister Fitness Supermodel Laos 2023 ແລະ ສາວ ນ້ອຍ ເລົ່າຈົ່ງຊົວ Miss Fitness Supermodel Laos 2023 ນັ້ນເອງ ເຂົ້າຮ່ວມປະກວດນ້ອງນ້ອຍກໍບໍ່ເຮັດໃຫ້ຜິດຫວັງຄວ້າ 2 ລາງວັນເຊັ່ນດຽວກັນ ເຊິ່ງລາງວັນທີ່ຍາດມາໄດ້ Top3 Sport Wear ແລະ Top3 Miss Photogenic .

ການປະກວດໄດ້ຈົບລົງໃນວັນທີ 20 ພຶດສະພາ ທີ່ຜ່ານມານີ້ເອງຕິດຕາມກັນຕໍ່ດ້ວຍການໃຫ້ກໍາລັງໃຈໜຸ່ມ – ສາວລາວທີ່ໄດ້ຮ່ວມເຜີຍແຜ່ວັດທະນະທໍາ ຄວາມເປັນລາວໃນເວທີສາກົນໃນຄັ້ງນີ້ ດ້ວຍການຕິດຕາມຜົນງານຂອງນ້ອງທັງສອງຕໍ່ໄປດ້ວຍ ເຊິ່ງການທີ່ຕົວແທນຂອງປະເທດລາວເຮົາໄດ້ເຂົ້າຮ່ວມປະກວດໃນເທື່ອນີ້ ເວົ້າໄດ້ວ່າເປັນເວທີທີ 2 ກັນແລ້ວ ທີ່ປະທານຊ້າງ ໄຊຊະນະນໍລະສິງ ສີສານ ປະທານໂຄງການ ປະກວດ Mister Laos ໄດ້ສົ່ງເສີມຈັດຕັ້ງປະຕິບັດສົ່ງຕົວແທນສາຍສະພາຍລາວ ເຂົ້າຮ່ວມປະກວດ ໃນເວທີສາກົນ Mister&Miss Finess Supermodel World 2023.

ຫຼັງຈາກທີ່ຮູ້ຂ່າວ ວ່າໜຸ່ມຈ໋ອຍສາມາດນໍາລາງວັນມາຝາກຊາວລາວເຮົາ ທີມຂ່າວບັນເທີງເສດຖະກິດການຄ້າຂອງເຮົາກໍບໍ່ລໍຊ້າ ຟ້າວທໍາການສໍາພາດໜຸ່ມຫຼໍ່ຕົວແທນຂອງປະເທດລາວເຮົາທັນທີ ໂດຍໜຸ່ມ ຈອນທະຈັກ ນວນແສງສີ ຫຼື ຈ໋ອຍ ບອກວ່າ: ຫຼັງຈາກທີ່ທາງກອງປະກວດໄດ້ປະກາດວ່າປະເທດລາວຂອງເຮົາໄດ້ຮັບລາງວັນ ຕົນເອງກໍຮູ້ສຶກດີໃຈ ແລະ ພາກພູມໃຈທີ່ສຸດທີ່ເຮັດຢ່າງເຕັມທີ່ ເຊິ່ງມື້ນີ້ກໍປະສົບຜົນສໍາເລັດອີກບາດກ້າວໜຶ່ງ ແລະ ຈະນໍາເອົາລາງວັນທີ່ໄດ້ກັບໄປຝາກໄປຕ້ອນພີ່ນ້ອງຊາວລາວເຮົາໃຫ້ໄດ້ຊື່ນໃຈແນ່ນອນ ແລະ ບໍ່ເສຍໃຈເລີຍໃນການກະກຽມຄວາມພ້ອມ ເພື່ອຮ່ວມປະກວດ ເຖິງຈະເປັນສິ່ງທີ່ຫຍຸ້ງຍາກຫຼາຍສົມຄວນ ມີອຸປະສັກເພີ່ມເລື້ອຍໆ ແຕ່ເຮົາກະຈັດສັນເວລາໃຫ້ເໝາະສົມທີ່ສຸດ ບໍ່ວ່າຈະເປັນເລື່ອງໂພຊະນາການ, ການເບິ່ງແຍງຮັກສາຕົວເອງ, ການອອກກຳລັງກາຍເພື່ອໃຫ້ມີຮູບຮ່າງທີ່ດີ, ການຝຶກພາສາເພື່ອໃຊ້ໃນການສື່ສານ ເຮົາສາມາດຈັດເວລາຢ່າງເປັນລະບຽບ ເພື່ອບໍ່ໃຫ້ສົ່ງຜົນກະທົບຕໍ່ວຽກງານ ແລະ ການຝຶກກິດຈະກຳຕ່າງໆ ເພື່ອໃຫ້ມີຄວາມພ້ອມຫຼາຍທີ່ສຸດໃນການເປັນຕົວແທນເພື່ອໄປແຂ່ງຂັນໃນເວທີສາກົນທີ່ ໂຮ່ຈິມິນ ປະເທດຫວຽດນາມ ແລະ ມື້ນີ້ໜຸ່ມຄົນນີ້ກໍເຮັດສໍາເລັດໜ້າທີ່ແລ້ວ.
ຂ່າວບັນເທີງກໍຕ້ອງຂໍສະແດງຄວາມຍິນດີກັບທັງສອງນ້ອງດ້ວຍ ແລະ ຝາກຕິດຕາມ ພ້ອມເປັນກຳລັງໃຈໃຫ້ນ້ອງໆທັງສອງໄດ້ ໂດຍການຖ້າຕ້ອນຮັບການກັບບ້ານຂອງນ້ອງໆ ທັງສອງຄົນຢ່າງສົມກຽດ ສາມາດຕິດຕາມຜົນງານຂອງໜຸ່ມຄົນນີ້ໄດ້ທີ່ Jonethajuk Nouansaengsy ແລະ Noy Laochongxoua.